” ທະນາຄານລາວ ບູຢອງ ມອບເງິນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງອັດຕະປື ແຂວງອັດຕະປື “

ໃນຕອນບ່າຍ ວັນທີ 2 ສິງຫາ 2018, ທະນາຄານບູຢອງລາວ ຈໍາກັດ ໄດ້ມອບເງິນຈຳນວນ 100.000 ໂດລາສະຫະລັດ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໄປຊ່ວຍ ຜູ້ປະສົບໄພພິບັດຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ທີ່ກຳລັງປະສົບໄພໃນຄັ້ງນີ້.

ເງິນຈໍານວນດັ່ງກ່າວ, ຕາງໜ້າມອບໂດຍ ທ່ານ ຄິມ ຊ໋ອກ ຈິນ ປະທານທະນາຄານບູຢອງລາວ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ໂອກາດນີ້, ທ່ານ ຄິມ ຊ໋ອກ ຈິນ ກໍໄດ້ສະແດງຄວາມຮູ້ສຶກເສຍໃຈ ແລະ ຮູ້ສຶກເຈັບເໝືອນ ກັບຄອບຄົວຕົວເອງ. ພາຍຫລັງທີ່ໄດ້ຍິນຂ່າວເຫດການດັ່ງກ່າວ, ຫົວໜ້າໃຫຍ່ ຂອງກຸ່ມທະນາຄານບູຢອງ ຢູ່ ສ.ເກົາຫລີ ກໍໄດ້ຕິດຕໍ່ມາທາງທະນາຄານບູຢອງ ຢູ່ນະຄອນຫລວງວຽງຈັນທັນທີ ແລະ ໃຫ້ຮີບຟ້າວນຳເງິນຈຳນວນດັ່ງກ່າວ, ມາຊ່ວຍເຫລືອຜູ້ປະສົບໄພໂດຍໄວ. ເຖິງແມ່ນວ່າຈະເປັນຈຳ ນວນເງິນ ທີ່ບໍ່ຫລາຍກໍຕາມ ກໍຂໍເປັນສ່ວນໜຶ່ງ ໃນການຊ່ວຍເຫລືອເພື່ອເປັນການແບ່ງເບົາ ບັນດາຜູ້ປະສົບໄພທັງໝົດໃຫ້ປອດໄພ ແລະ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ພ້ອມທັງກ່າວໃຫ້ກຳລັງໃຈຕໍ່ຜູ້ປະສົບໄພ ແລະ ຄອບຄົວໃນຄັ້ງນີ້ ໂດຍຂໍໃຫ້ທຸກຄົນເຂັ້ມແຂງ ແລະ ມີກຳລັງໃນການຕໍ່ສູ້ເພື່ອນຳພາຊີວິດກັບຂຶ້ນມາໃຫ້ສາມາດດຳລົງໄດ້ຢ່າງປົກກະຕິໃນຕໍ່ໜ້າ.
“

ຂປລ. ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໃຫ້ສຳພາດຕໍ່ສື່ມວນຊົນໂດຍຢ້ຳຄືນຕໍ່ສັງຄົມວ່າ: ເງິນຈຳນວນ 500.000 ກີບທີ່ລັດຖະບານມອບໃຫ້ແຕ່ລະຄອບຄົວທີ່ປະສົບໄພຢູ່ ເມືອງ ສະໜາມໄຊ, ແຂວງ ອັດຕະປື ໄປນັ້ນ ເປັນພຽງເງິນແຮຖົງເບື້ອງຕົ້ນເທົ່ານັ້ນ.
ປັດຈຸບັນ, ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈຳນວນ 5.000 ກວ່າຄົນ ທີ່ໄດ້ມາບັນຈຸຢູ່ສູນພັກເຊົາຊົ່ວຄາວທັງໝົດ 6 ສູນ ແມ່ນບໍ່ມີຄວາມຈໍາເປັນຈະຕ້ອງໃຊ້ເງິນເລີຍ ເພາະວ່າທາງສູນຂອງພວກເຮົາໄດ້ອຳນວຍຄວາມສະດວກ ແລະ ສະໜອງສິ່ງຕ່າງໆໃຫ້ທັງໝົດ ນັບຕັ້ງແຕ່ທີ່ຢູ່ອາໃສ, ອາຫານການກິນ, ນ້ຳດື່ມ-ນ້ຳໃຊ້, ເຄື່ອງນຸ່ງຫົ່ມ, ການປິ່ນປົວສຸຂະພາບ ແລະ ສິ່ງຈຳເປັນອື່ນໆ ເທົ່າທີ່ຈະສາມາດສະໜອງໃຫ້ໄດ້ ແລະ ພວກເຮົາຍັງຈະສືບຕໍ່ເບິ່ງແຍງປະຊາຊົນເຫລົ່ານີ້ໄປຈົນກວ່າ ເຂົາເຈົ້າຈະສາມາດກັບຄືນສູ່ສະພາບການດຳລົງຊີວິດທີ່ເປັນປົກກະຕິ. ສະນັ້ນ, ເງິນຈຳນວນ 500.000 ກີບນີ້ ຈະເປັນພຽງແຕ່ເງິນແຮຖົງ ເພື່ອບາງເທື່ອຄອບຄົວອາດຈະມີຄວາມຈຳເປັນໃນການໃຊ້ສອຍຈຳນວນໜຶ່ງ ທີ່ນອກເໜືອຈາກການສະໜອງຂອງສູນບໍລິການຂອງພວກເຮົາ.

ໃນຂະນະດຽວກັນ, ທ່ານ ນາງ ໃບຄຳ ຂັດທິຍະ ກໍໄດ້ຊີ້ແຈງໃຫ້ສັງຄົມຮູ້ຢ່າງກະຈ່າງແຈ້ງວ່າ: ເງິນທີ່ໄດ້ຮັບຈາກການຊ່ວຍເຫລືອຈຳນວນມະຫາສານນີ້ ຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ ແມ່ນມີການຄຸ້ມຄອງເປັນລະບົບຢ່າງຄັກແນ່ ເຊິ່ງນອກເໜືອຈາກການຊ່ວຍເຫລືອສຸກເສີນແລ້ວ ແມ່ນຈະໄດ້ສຸມໃສ່ເຂົ້າໃນການຟື້ນຟູສະພາບເງື່ອນໄຂຊີວິດການເປັນຢູ່ຂອງຜູ້ປະສົບໄພ ນັບທັງການປັບປຸງສະພາບພື້ນຖານໂຄງລ່າງ, ຖະໜົນຫົນທາງ, ລະບົບໄຟຟ້າ-ນ້ຳປະປາ, ການຟື້ນຟູທີ່ຢູ່ອາໃສ-ເຮືອນຊານບ້ານຊ່ອງ ລວມທັງສະພາບການຜະລິດຕ່າງໆ ຈົນເຮັດໃຫ້ເຂົາເຈົ້າສາມາດກັບຄືນມາດຳລົງຊີວິດຢ່າງເປັນປົກກະຕິ, ເຊິ່ງທັງໝົດນີ້ ເປັນແຜນ ແລະ ຄວາມຕັ້ງໃຈຂອງລັດຖະບານ ແຫ່ງ ສປປ ລາວ.
ປັດຈຸບັນນີ້, ເງິນທັງໝົດທີ່ໄດ້ຮັບຈາກການບໍລິຈາກໃນແຕ່ລະມື້ນັ້ນ ແມ່ນໄດ້ສົ່ງເຂົ້າບັນຊີທີ່ໄດ້ແຈ້ງໄວ້ຢູ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ທັງໝົດທຸກກີບ, ທຸກບາດ, ທຸກໂດລາເລີຍ ໂດຍບໍ່ໄດ້ນຳເອົາໄປໃຊ້ເຂົ້າໃນບ້ວງບໍລິຫານຈັດການໃດໆທັງນັ້ນ.
Cr. Raosukunfunk.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...