ໃນທ້າຍອາທິດທີ່ຜ່ານມານີ້, ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການແລະ ການລົງທຶນ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານ ຢູ່ແຂວງວຽງຈັນ, ພ້ອມທັງພົບປະໂອ້ລົມ ພະນັກງານຫລັກແຫລ່ງ ແລະ ວິຊາການພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ ໂດຍໄດ້ເນັ້ນໃຫ້ຄະນະພັກພະແນກ ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກພັກ, ພະນັກງານຂອງຕົນໃຫ້ມີ ຄວາມຈູບຈ້າວຫ້າວຫັນ, ສ້າງວິຊາການໃຫ້ມີຄວາມຮູ້ ຄວາມສາມາດ, ເພື່ອຍົກລະດັບຄວາມຮູ້ ໃຫ້ແກ່ພະນັກງານລັດຖະກອນຂອງຕົນ ໃຫ້ມີຄວາມຮູ້ຄວາມສາມາດເພື່ອພັດທະນາວຽກງານ ຂອງຕົນໃຫ້ດີຂຶ້ນເລື້ອຍໆ.
ໂອກາດນີ້, ທ່ານ ສຸກັນ ວິໄລຣັດ ຫົວໜ້າ ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຍົກໃຫ້ເຫັນສະພາບ ການທີ່ພົ້ນເດັ່ນ ແລະ ຄົງຄ້າງ ຂອງການເຄື່ອໄຫວວຽກງານ ໃນໄລຍະຜ່ານມາ ເຊິ່ງຄະນະພັກ ໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານເປັນປົກກະຕິ, ສະແດງອອກດ້ານການເມືອງແນວຄິດ ພະນັກງານມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ຫ້າວຫັນໃນການປະຕິບັດ ໜ້າທີ່ວຽກງານ ສາມາດປະກາດ ເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ, ແລະຍັງໄດ້ມີການສົນທະນາແລກປ່ຽນ ບົດຮຽນທີ່ເຫັນວ່າຍັງມີບັນຫາຂ້ອງໃຈ ກັບບັນດາຫົວໜ້າກົມຕ່າງໆ ທີ່ມາຈາກກະຊວງແຜນການ ແລະ ການລົງທຶນ, ພ້ອມທັງໄດ້ຮັບຄຳແນະນຳ ກ່ຽວກັບບັນຫາຕ່າງໆ ຢ່າງກົງໄປກົງມາ .
Cr. http://kpl.gov.la/detail.aspx?id=37795