Monday, May 19, 2025
Kbank Laos โอน รับ จ่าย

ເອັສຊີຈີ ຈັດກິດຈະກຳ football clinic kick & share ໃຫ້ກັບນ້ອງໆ ເຍົາວະຊົນລາວ

ໃນວັນທີ 30ສິງຫາ ເອັດສຊີຈີ ໄດ້ຈັດກິດຈະກຳ football clinic kick & share ໃຫ້ກັບນ້ອງໆ ເຍົາວະຊົນ ຈຳນວນ 150ຄົນ ໄດ້ເຂົ້າຮ່ວມຝຶກຊ້ອມກັບນັກເຕະບານລະດັບຊຸບເປີສະຕາ ແລະ ຜູ້ຝຶກສອນມືອາຊີບ ຈາກສະໂມສອນ ເອັດສຊີຈີ ເມືອງທອງ ຢູໄນເຕັດ ທີ່ SCG ເປັນຜູ້ສະໜັບສະໜູນຫຼັກ ລວມເຖິງຜູ້ຝຶກສອນຈາກທີມຊາດລາວອີກດ້ວຍ ບັນຍາກາດພາຍໃນກິດຈະກຳເປັນໄປຢ່າງຄຶກຄັກແລະ ມ່ວນຊື່ນກັບການຝຶກຊ້ອມຮຽນຮູ້ທັກສະດີໆ,


ກິດຈະກຳຄັ້ງນີ້ພໍ່ແມ່ຜູ້ປົກຄອງໃຫ້ການສະໜັບສະໜູນຢ່າງເຕັມທີໃນການພາລູກຫຼາຍມາເຂົ້າຮ່ວມກິດຈະກຳ Football clinic ມີຄວາມຍິນດີຢ່າງຍິ່ງທີ່ໄດ້ໃຫ້ລູກຫຼານມີສ່ວນຮ່ວມໃນຄັ້ງນີ້ ຖືເປັນການເປີດໂລກເປີດໂອກາດໃຫ້ກັບລູກຫຼານໄດ້ເຮັດໃນສິ່ງທີ່ມັກໄດ້ຢ່າງເຕັມທີແລະເປັນການສ້າງຄວາມຝັນໃຫ້ແຂງແຮງໃນການເດີນທາງສາຍນັກກິລາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້