ຮອງປະທານປະເທດ ລົງຢ້ຽມຢາມສູນຜູ້ປະສົບໄພ ຢູ່ເມືອງ ສະໜາມໄຊ

ໃນວັນທີ 5 ກັນຍາ 2018,  ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍຄະນະ  ໄດ້ລົງໄປຢ້ຽມຢາມສູນຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງສະໜາມໄຊ ແຂວງອັດຕະປື,  ໂດຍໄດ້ຮັບການ ຕ້ອນຮັບຈາກ ອໍານາດການປົກຄອງແຂວງ, ເມືອງ,  ພ້ອມຄະນະກໍາມະການຟື້ນຟູແກ້ໄຂ ຜົນກະທົບຈາກໄພພິບັດນໍ້າຖ້ວມ.

ໃນໂອກາດນີ້, ທ່ານຮອງປະທານປະເທດ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ  ຕໍ່ອໍານາດການປົກຄອງ ທີ່ໄດ້ຈັດສັນພື້ນທີ່ ໃຫ້ຜູ້ປະສົບໄພສໍາເລັດຈໍານວນໜຶ່ງ  ແລະ ໄດ້ຍົກຍ້າຍປະຊາ ຊົນຈາກ ສູນພັກຊົ່ວຄາວ  ໄປຢູ່ອີກສູນພັກຊົ່ວຄາວເຄິ່ງຖາວອນໄດ້ຈໍານວນໜຶ່ງ. ທ່ານຮອງປະທານປະເທດກໍຍັງໄດ້ເນັ້ນ ໃຫ້ຄະນະຮັບຜິດ ຊອບ ກໍຄື ອໍານາດການປົກຄອງແຂວງ  ໃຫ້ຮີບຮ້ອນສືບຕໍ່ຈັດສັນບ່ອນ ຢູ່ທີ່ພັກ ອາໃສໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ໃຫ້ສໍາເລັດໂດຍໄວ ແລະ ໃຫ້ຊ່ວຍເຫລືອທີ່ພັກປະຊາຊົນໃຫ້ທົ່ວເຖິງ ເປັນຕົ້ນ  ການສ້າງທີ່ພັກອາໃສຊົ່ວຄາວ ໃຫ້ສໍາເລັດໄວເທົ່າທີ່ຈະໄວໄດ້.  ພ້ອມນັ້ນ, ທ່ານຍັງໄດ້ຊີ້ນໍາ  ຖ້າ ເປັນໄປໄດ້ຄວນໃຫ້ຜູ້ປະສົບໄພ ໄດ້ມີສ່ວນຮ່ວມ ໃນການຈັດສັນພື້ນທີ່ພັກອາໃສ ໃຫ້ມີຄວາມພໍອົກພໍໃຈ ແລະ ເໝາະສົມ.  ໃນການຈັດສັນ ກໍໃຫ້ມີການກໍານົດ,  ແຜນຜັງໃຫ້ລະອຽດແຕ່ຕົ້ນໄປເລີຍເຊັ່ນ:  ກໍາ ນົດເຂດສາທາລະນະ, ຫົນທາງ, ຕະຫລາດ,  ສູກສາລາ, ຫ້ອງການບ້ານ,  ປ່າຊ້າ ແລະ ອື່ນໆ. ພ້ອມນັ້ນ  ກໍໃຫ້ມີການປັບປຸງລະບົບການຈັດຕັ້ງຂອງບ້ານ  ໂດຍໃຫ້ຈັດສັນພະນັກງານເຂົ້າໄປລົງຊີ້ນໍາ-ນໍາພາ  ໃນ ການຈັດຕັ້ງປະຕິບັດວຽກງານໂດຍໄວ.

ຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມດ້ວຍຄະນະ  ກໍໄດ້ໄປຢ້ຽມຢາມສູນພັກຂອງຜູ້ປະສົບໄພຢູ່ບ້ານຫາດຍາວ  ທີ່ຫາກໍຍົກຍ້າຍປະຊາຊົນເຂົ້າມາຢູ່ໃໝ່,  ໄປຢ້ຽມຢາມສູນກອງບັນຊາການກອບ ກູ້ໄພ ພິບັດ ຂອງກອງທັບປະຊາຊົນລາວ ແລະ ສູນພັກຜູ້ປະສົບໄພດົງບາກ,  ຊຶ່ງໄດ້ມີການບຸກເບີກ ແລະ ລົງມືກໍ່ສ້າງ ສໍາເລັດໄປແລ້ວ 20% ໂດຍມີເນື້ອທີ່ 4,8  ເຮັກຕາ ປະກອບມີເກືອບ 50 ຫລັງ  ແລະ 300 ກວ່າຫ້ອງ. ພ້ອມນີ້,  ຍັງໄດ້ສືບຕໍ່ໄປຢ້ຽມຢາມ ສູນຜູ້ປະສົບໄພແຫ່ງອື່ນໆ  ຕື່ມອີກ.

ທີ່ມາ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...