ກອງປະຊຸມສຳມະນາວິຊາການ ວ່າດ້ວຍຂີດຄວາມສາມາດໃນການເຮັດໃຫ້ປະເທດເຮົາຫຼຸດພົ້ນຈາກປະເທດດ້ອຍພັດທະນາ

  ກະຊວງການຕ່າງປະເທດ ຮ່ວມກັບ ອົງການສະຫະປະຊາຊາດ  ເພື່ອການຄ້າ ແລະ ການພັດ ທະນາ (UNCTAD)  ໄດ້ຈັດກອງປະຊຸມສໍາມະນາ  ກ່ຽວກັບການສ້າງ ຂິດຄວາມ ສາມາດ  ເພື່ອກຽມພ້ອມໃຫ້ແກ່ການຫລຸດພົ້ນ  ອອກຈາກສະຖານະປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນລະຫວ່າງ ວັນທີ 29-30 ສິງຫາ  2018 ທີ່ ຫໍປະຊຸມແຫ່ງຊາດ,  ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸ ພາບ ວົງໜໍ່ແກ້ວ,  ຫົວໜ້າກົມ ອົງການຈັດຕັ້ງສາກົນ  ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຄາຣີນາ ອິມໂມເນັນ  ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ  ປະຈໍາ ສປປລາວ ແລະ ມີຜູ້ ເຂົ້າຮ່ວມ ຈາກບັນດາຄູ່ຮ່ວມພັດທະນາ,  ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ,  ຂະແໜງການກ່ຽວຂ້ອງພາກລັດ  ແລະ ເອກະຊົນ ທັງໝົດ 50 ກວ່າຄົນ.

ກອງປະຊຸມຄັ້ງນີ້,  ເປັນກອງປະຊຸມລະດັບວິຊາການ  ຊຶ່ງມີຈຸດປະສົງສ້າງຂີດຄວາມສາມາດ ໃຫ້ຜູ້ເຂົ້າຮ່ວມ ພ້ອມທັງທົບທວນຄວາມຄືບໜ້າຂອງ  ສປປ ລາວ ໃນການ ຈັດ ຕັ້ງປະຕິບັດເປົ້າໝາຍ  ການພັດທະນາແຫ່ງຊາດ ແລະ ສາກົນ, ພ້ອມທັງແລກປ່ຽນທັດສະນະ ເພື່ອຊອກຫາທິດທາງໃນ ຂ້າງ ໜ້າ ໃນການແກ້ໄຂສິ່ງທ້າທາຍສໍາ ລັບການ ບັນລຸເງື່ອນໄຂສາກົນ  ເພື່ອຮັບປະກັນຄວາມພຽບພ້ອມ ຂອງ ສປປ ລາວ  ໃຫ້ຫລຸດພົ້ນອອກຈາກ ສະຖານະ LDC.

ພ້ອມດຽວກັນນັ້ນ,  ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ  ກ່ຽວກັບສິ່ງທ້າທາຍ ຂອງ ສປປ ລາວ  ພາຍຫລັງການຫລຸດພົ້ນອອກຈາກ ສະຖານະພາບ  LDC ແລະ ຖອດຖອນບົດຮຽນທີ່ດີ ກັບຄູ່ຮ່ວມພັດທະນາ ແລະ ຊ່ຽວຊານອົງການ UNCTAD  ກ່ຽວກັບວຽກງານການວາງນະໂຍບາຍ ທີ່ເໝາະສົມໃຫ້ແກ່ ສປປ ລາວ ເພື່ອຊຸກຍູ້ສົ່ງເສີມ ການສ້າງຂີດຄວາມສາມາດ  ແລະ ປະສິດທິພາບ ໃນການຜະລິດ ລວມທັງການປະຕິຮູບໂຄງ ສ້າງເສດ ຖະກິດ  ແລະ ຂະແໜງການສົ່ງອອກ  ໃຫ້ມີລັກສະນະຫລາກຫຼາຍ.  ທັງໝົດນີ້, ແມ່ນແນໃສ່ການອໍານວຍຄວາມສະດວກ ໃຫ້ແກ່ສປປ ລາວ ສໍາລັບການ ເຊື່ອມໂຍງກັບພາກພື້ນ  ແລະ ສາກົນ ເພື່ອສ້າງສະພາບ ແວດລ້ອມທີ່ຮັບປະກັນ  ການກ້າວໄປສູ່ການພັດ ທະນາແບບລວມສູນ,  ການຂະຫຍາຍຕົວເສດຖະ ກິດທີ່ມີລັກສະນະຕໍ່ເນື່ອງຍືນຍົງ  ແລະ ການກະຈາຍຜົນປະໂຫຍດ ຂອງ ການພັດທະນາແບບທົ່ວເຖິງ.

ໃນຕອນທ້າຍຂອງກອງປະຊຸມ,  ຄະນະປະທານຮ່ວມ ໄດ້ຮຽກຮ້ອງ  ແລະ ເນັ້ນໜັກໃຫ້ບັນດາຄູ່ຮ່ວມພັດທະນາ  ແລະ ທຸກໆພາກສ່ວນ ທີ່ກ່ຽວ ຂ້ອງ  ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ການຮ່ວມມືເພື່ອຮັບປະກັນການບັນລຸເປົ້າໝາຍ  ແລະ ບູລິມະສິດຂອງການພັດທະນາຂອງ  ສປປລາວ ກໍຄື ການຫລຸດພົ້ນ ອອກຈາກສະຖານະ ພາບປະເທດ ດ້ອຍ ພັດທະນາ,  ການກ້າວໄປສູ່ການເປັນປະເທດ ທີ່ມີລາຍຮັບປານກາງ, ພ້ອມທັງການປະສົບ ຜົນສໍາລັດ ໃນການ ຈັດຕັ້ງປະຕິບັດ  ວາລະການພັດທະນາ 2030 ຂອງສາກົນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,