ອົງການການເງິນສາກົນ ຫລື (IFC) ສືບຕໍ່ໃຫ້ການສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໃນການປັບປຸງສະພາບແວດລ້ອມການລົງທຶນ ແລະ ການດຳເນີນທຸລະກິດຢູ່ພາຍໃນປະເທດ ເພື່ອເຮັດໃຫ້ສາມາດ ຄາດຄະເນໄດ້ ແລະ ມີຄວາມໂປ່ງໃສຫລາຍຂຶ້ນ ເພື່ອຊ່ວຍດຶງດູດໃຫ້ມີການລົງທຶນໂດຍກົງ ຈາກຕ່າງປະເທດຫລາຍຂຶ້ນ, ສ້າງວຽກເຮັດງານທຳຫລາຍຂຶ້ນ ແລະ ສົ່ງເສີມໃຫ້ມີການເຕີບໂຕຢ່າງທົ່ວເຖິງ.
ພິທີເຊັນສັນຍາ ໃນການໃຫ້ຄໍາປຶກສາທາງດ້ານວິຊາການ ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2018 ລະຫວ່າງ ທ່ານ ນາງ ດາເລຍ ຄາລີຟາ ຫົວໜ້າອາວຸໂສ ດ້ານວຽກງານການປັບປຸງສະພາບແວດລ້ອມການລົງທຶນ IFC, ທ່ານ ມະໂນທອງ ວົງໄຊ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ, ໂດຍມີ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ສັນຍາຮ່ວມມືສະບັບນີ້, ແນໃສ່ສ້າງຄວາມເຂັ້ມແຂງ ແກ່ຂອບນະໂຍບາຍການລົງທຶນ ລວມທັງການຈັດຕັ້ງປະຕິບັດ ຂອບນະໂຍບາຍດັ່ງກ່າວ ແລະ ປັບປຸງລະບຽບການທາງດ້ານທຸລະກິດ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດຢູ່ໃນ ສປປ ລາວ.
ໂອກາດນີ້, ທ່ານ ມະໂນທອງ ວົງໄຊ ກ່າວຂອບໃຈ ຕໍ່ຄຳແນະນຳທາງດ້ານວິຊາການ ຈາກ IFC ກ່ຽວກັບການປັບປຸງສະພາບແວດລ້ອມ ການລົງທຶນຂອງ ສປປ ລາວ. ພວກເຮົາເຊື່ອໝັ້ນວ່າ ກຸ່ມທະນາຄານໂລກ ທີ່ມີຄວາມຮູ້ ແລະ ປະສົບການໃນລະບົບສາກົນທາງດ້ານການປະຕິຮູບ ການດຳເນີນທຸລະກິດ ຈະຊ່ວຍເຮັດໃຫ້ພວກເຮົາສາມາດຈັດຕັ້ງປະຕິບັດ ຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີ ເລກທີ 02 ລົງວັນທີ 1 ກຸມພາ 2018 ໃຫ້ປະສົບຜົນສໍາເລັດ. ເປົ້າໝາຍສູງສຸດ ກໍແມ່ນເພື່ອຮັບປະກັນໃຫ້ສະພາບແວດລ້ອມ ທາງດ້ານລະບຽບການເອື້ອອຳນວຍ ໃຫ້ແກ່ການລົງທຶນໄດ້ຫລັ່ງໄຫລເຂົ້າມາ ໃນປະເທດຫລາຍຂຶ້ນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດຢູ່ ສປປ ລາວ.
ພາຍໃຕ້ສັນຍາການໃຫ້ຄຳປຶກສາສະບັບນີ້, ໃນໄລຍະ 2 ປີຕໍ່ໜ້າ ອົງການ IFC ຈະໃຫ້ການສະໜັບສະໜູນ ແກ່ລັດຖະບານໃນການຫລຸດຜ່ອນ ຄວາມແຕກໂຕນ ລະຫວ່າງນະໂຍບາຍ, ລະບຽບກົດໝາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ຂອງບັນດາມາດຕະການທີ່ກ່ຽວຂ້ອງ. ສິ່ງດັ່ງກ່າວນີ້, ຄາດວ່າ ຈະຊ່ວຍເຮັດໃຫ້ຕົ້ນທຶນໃນການສ້າງຕັ້ງທຸລະກິດຕ່ຳລົງ, ພ້ອມດຽວກັນນີ້, ວຽກງານໜຶ່ງທີ່ເປັນບູລິມະສິດ ແມ່ນການເພີ່ມຄວາມເຂັ້ມແຂງ ໃຫ້ແກ່ການສ້າງຄວາມສະດວກ ແລະ ການຫລຸດຜ່ອນຂັ້ນຕອນທາງດ້ານພາສີ ແລະ ຄ່າໃຊ້ຈ່າຍຕ່າງໆ ທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ ກໍຄື ການອຳນວຍຄວາມສະດວກ ໃຫ້ແກ່ການເຊື່ອມໂຍງ ເຂົ້າກັບຕ່ອງໂສ້ການ ສະໜອງຂອງສາກົນ.
ທ່ານ ນາງ ດາເລຍ ຄາລີຟາ ກ່າວວ່າ: IFC ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນແກ່ລັດຖະບານ ແຫ່ງ ສປປ ລາວ ໃນການບັນລຸບັນດາພັນທະ ທາງດ້ານການປັບປຸງສະພາບແວດລ້ອມ ການລົງທຶນ. ການສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດ, ສປປ ລາວ ຈະສາມາດເພີ່ມຈຳນວນຜູ້ປະກອບການ ທຸລະກິດໄດ້ຫລາຍຂຶ້ນ ແລະ ມີຄວາມຫລາກຫລາຍ, ຊຶ່ງຈະເປັນພື້ນຖານອັນແຂງແກ່ນ ໃຫ້ແກ່ ພາກເອກະຊົນມີການຂະຫຍາຍຕົວ.
ຂໍ້ມູນຈາກ: ຂປລ