Thursday, March 20, 2025

“ໄທດຳ” ຄືໃຜ? ແລະມີປະຫວັດຄວາມເປັນມາແນວໃດ?

ເຜົ່າໄທດຳ ແມ່ນຊົນເຜົ່າໜຶ່ງທີ່ມີຖິ່ນຖານດັ້ງເດີມຢູ່ ເຂດຊາຍແດນພາກທິດເໜືອ ຂອງປະເທດລາວໂດຍປະປົນກັບເຜົ່າອື່ນໆ.ເຜົ່າໄທດຳ ຕັ້ງບ້ານເຮືອນຢູ່ເຂດພູພຽງ, ທົ່ງພຽງເພື່ອປູກຝັງ ລ້ຽງສັດ, ເຜົ່າໄທດຳ ເຂົາເຈົ້າ ມີຄວາມເຊື່ອວ່າ ໃນທຳມະຊາດຜີ ແລະເຊື່ອວ່າຢູ່ເທິງຟ້າມີ “ແຖນຫຼວງ” ເປັນຜູ້ປະດິດ ຟ້າ, ດິນ, ມະນຸດ, ສັດສາວາສິ່ງ; ເຂົາເຈົ້າເປັນເຜົ່າມີທີ່ການນຸ່ງຖືແບບດັ້ງເດີມ ເປັນເອກະລັກສະເພາະເຜົ່າໜຶ່ງຂອງລາວ ມີຮີດຄອງປະເພນີ ຂອງຕົນທີ່ສືບທອດກັນມາ ເຖິງປະຈຸບັນ. ໃນທຸກໆປີ ໄດ້ມີການ ເສ້ັນຫວາຍເມືອງ, ບ້ານ ແລະ ເຮືອນ ຢ່າງໃຫຍ່ໂຕມະໂຫລານ ໃນວາລະຕົ້ນຂອງລະດູບານໃໝ່.

ເຜົ່າໄທດຳ ແມ່ນຊົນເຜົ່າໜຶ່ງ ທີ່ຈັດຢູ່ໃນໝວດຊົນເຜົ່າໄຕ ທີ່ມີຖິ່ນຖານດັ້ງເດີມຢູ່ ເຂດຊາຍແດນ ພາກທິດເໜືອ ຂອງປະເທດລາວ ເຊັ່ນ: ແຂວງຫຼວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ ແລະແຂວງໄຊຍະບູລີ ໂດຍປະປົນກັບເຜົ່າອື່ນໆ. ເຜົ່າໄທດຳ ຕັ້ງບ້ານເຮືອນຢູ່ເຂດພູພຽງ, ທົ່ງພຽງ ເຮັດໄຮ່ ແລະ ເຮັດນາ ເຮັດສວນຄົວ, ປູກຝ້າຍ, ປູກມອນລ້ຽງມ້ອນ, ລ່າເນື້ອ, ລ້ຽງສັດ, ຫາປາ, ເຜົ່າໄທດຳ ແຕ່ກ່ອນການດຳລົງຊີວິດ ແມ່ນອີງໃສ່ທຳມະຊາດເປັນຕົ້ນຕໍ, ເພາະສະນັ້ນ ເຂົາເຈົ້າ ມີຄວາມເຊື່ອວ່າ ໃນທຳມະຊາດ ມີໝໍມົດ(ແມ່ມົດ), ໝໍມົນ, ໝໍຜີ, ມີຜີສາງນາງໄມ້ ທີ່ທີກຳລັງອະພິນິຫານ ຕັດສິນຊາຕາກຳຂອງ ພວກເຂົາທັງໜົດ,

ແລະ ເຂົາເຈົ້າ ມີຄວາມເຊື່ອວ່າຢູ່ເທິງຟ້າມີ “ແຖນຫຼວງ” ເປັນຜູ້ປະດິດ ຟ້າ, ດິນ, ມະນຸດ, ສັດສາວາສິ່ງ, ທັງເປັນຜູ້ຄຸ້ມຄອງ ບັນພະຊົນທັງຫຼາຍ ຫຼື ວຽກໃດໜຶ່ງ ຢູ່ໃນໂລກ ມະນຸດ ອີກດ້ວຍ.

ນອກຈາກ ບັນດາແຖນຢູ່ເທິງຟ້າແລ້ວ, ເຂົາເຈົ້າ ຍັງມີຄວາມເຊື່ອວ່າ ພູຜາ ປ່າດົງຫ້ວຍນ້ຳລຳເຊ…ລ້ວນແຕ່ມີ “ ຜີ ” ເຈົ້າອາຮັກເປັນຜູ້ຄຸ້ມຄອງ. ດ້ວຍເຫດນີ້, ເມື່ອຄົນເຮົາ ຢາກຈະຕັ້ງບ້ານ, ເຮັດໄຮ່, ບຸກເບິກດິນນາ, ຫາປາ, ລ່າເນື້ອ ແລະ ອື່ນໆ ລ້ວນແຕ່ຕ້ອງໄດ້ ຂໍອະນຸຍາດ ຈາກຜີ ຫຼື ເຈົາອາຮັກ ທີ່ປົກປັກຮັກສາ ສະຖານທີ່ນັ້ນໆ ສາກ່ອນ ຈຶ່ງລົງມືເຮັດໄດ້.

ເພື່ອປະຕິບັດພິທີການບູຊາ ຟ້າດິນ, ບ້ານເມືອງ ແລະ ອື່ນໆ ໃນທຸກໆປີ ໄດ້ມີການ ເສ້ັນຫວາຍເມືອງ, ບ້ານ ແລະ ເຮືອນ ຢ່າງໃຫຍ່ໂຕມະໂຫລານ ໃນວາລະຕົ້ນຂອງລະດູບານໃໝ່ ໃນໂອກາດ ເສັ້ນຫວາຍເຮືອນ ຫົວໜ້າຄອບຄົວ ຈະເປັນຜູ້ຕາງໜ້າ ບັນດາສະມາຊິກໃນຄອບຄົວຂອງຕົນ ລາຍງານສະພາບຂອງ ຄອບຄົວຂອງຕົນ ໃຫ້ປູ່ຍ່າຕາຍາຍ ໄດ້ຮັບຊາບ ແລະ ນົບໄຫວ້ ໃຫ້ຜີປູ່ຍ່າຕາຍາຍ ຄຸ້ມຄອງລູກຫຼານທຸກຄົນ ໃນຄອບຄົວ.

ນອກນັ້ນ, ຊົນເຜົ່າໄທດຳ ເປັນເຜົ່າມີທີ່ການນຸ່ງຖືແບບດັ້ງເດີມ ເປັນເອກະລັກສະເພາະເຜົ່າໜຶ່ງຂອງລາວ ມີຮີດຄອງປະເພນີ ຂອງຕົນທີ່ສືບທອດກັນມາ ເຖິງປະຈຸບັນ.

ຂໍ້ມູນຮູບພາບປະກອບ: ມໍລະດົກລ້ານຊ້າງ
Cr. http://www.phansin.com/2018/04/blog-post_42.html
#InsideLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່