Thursday, January 23, 2025

ຜັກຫອມປ້ອມ ມີຄຸນປະໂຫຍດແນວໃດ? ມາຮັບຮູ້ນຳກັນເລີຍ!

ຜັກຫອມປ້ອມມີຊື່ ພາສາອັງກິດວ່າ Coriander ເປັນພືດລົ້ມລຸກທີ່ມີສີຂຽວໝົດຕົ້ນ ຍົກເວັ້ນຮາກທີ່ເປັນສີຂາວ, ມີຖິ່ນກຳເນີດຢູ່ແຖບເມດີແຕ ລາເນ, ອິນເດຍ ແລະ ອາຊີຕາເວັນຕົກ. ສ່ວນຢູ່ລາວຈະເຫັນ ເກືອບຢູ່ທຸກພາກຂອງປະເທດ. ຜັກຫອມປ້ອມມີຄຸນປະໂຫຍດ ແລະ ສາມາດກິນໄດ້ໝົດທຸກ ສ່ວນຕັ້ງແຕ່ໃບ, ລຳຕົ້ນ, ແກ່ນ ຫຼື ວ່າໝາກ ແລະ ຮາກ.

ຈາກການຄົ້ນຄວ້າເຖິງ ຄຸນປະໂຫຍດຂອງຜັກຫອມ ປ້ອມພົບວ່າ: ແກ່ນຜັກຫອມ ປ້ອມມີນ້ຳມັນຫອມລະເຫີຍ ຈາກຜັກຫອມປ້ອມ, ໃບ ແລະ ຕົ້ນມີຄຸນປະໂຫຍດຄື: 
1. ຕ້ານອາຕອມອິດສະ ລະ, ແບັກທີເຣຍ ແລະ ເຊື້ອລາ ຈາກການຄົ້ນຄວ້າພົບວ່າໃບ ແລະ ຕົ້ນຂອງຜັກຫອມປ້ອມ ປະກອບໄປດ້ວຍສານກຸ່ມທີ່ມີ ລິດຕໍ່ຕ້ານອາຕອມອິດສະລະ ທີ່ດີເຊັ່ນ: ສານຟຣາໂວນອຍ (Flavonoids) ສານກຸ່ມແລັກ ໂຕນ (Lactones) ສານກຸ່ມຟີ ໂນລິກ, ສານກຸ່ມແທນນິນ ແລະ ສານກຸ່ມແຄໂຣທິນອຍ. ນອກ ຈາກນີ້ຍັງພົບວ່າ ໃບ ແລະ ຕົ້ນ ຫອມປ້ອມເຕັມໄປດ້ວຍວິຕາ ມິນ ແລະ ເກືອແຮ່ ສາມາດ ຕ້ານອາການຊັກ, ຕ້ານການ ຖືກທຳລາຍຂອງສະໝອງ, ຕ້ານແບັກທີເຣຍ ເຊື້ອລາ ແລະ ມີລິດຊ່ວຍຍ່ອຍໃນກະເພາະ.
2. ກະຕຸ້ນການເຮັດວຽກ ຂອງກະເພາະອາຫານ ແລະ ລຳໄສ້: ໝາກແກ່ຂອງມັນ ເປັນເຄື່ອງເທດທີ່ມີກິ່ນຫອມ ສາມາດນຳໄປປະກອບໃນຢາ, ໃຊ້ແຕ່ງກິ່ນອາຫານ ມີລິດ ກະຕຸ້ນຕ່ອມກະເພາະອາຫານ ແລະ ລຳໄສ້ໃຫ້ໄລ່ນ້ຳບີ ແລະ ນ້ຳຍ່ອຍອອກມາຫຼາຍຂຶ້ນ. ສ່ວນນ້ຳມັນຫອມລະເຫີຍຈາກ ແກ່ນຫອມປ້ອມຍັງພົບວ່າມີ ສານຢຸດຢັ້ງການຈະເລີນເຕີບ ໂຕຂອງເຊື້ອໂຣກໄດ້.
3. ຫຼຸຸດນ້ຳຕານໃນເລືອດ ແກ່ນ ແລະ ສານສະກັດຈາກ ແກ່ນຫອມປ້ອມມີລິດຫຼຸຸດລະ ດັບນ້ຳຕານໃນເລືອດໄດ້ ແລະ ສາມາດໃຊ້ຮ່ວມກັບຢາຫຼຸຸດລະດັບ ນ້ຳຕານໃນເລືອດເຊັ່ນ: glime -piride, glyburide, insulin, pioglitazone ແລະ rosiglitazone ເພື່ອເສີມປະສິດທິ ພາບຢາຫຼາຍຂຶ້ນກໍໄດ້. 
4. ຫຼຸຸດຄວາມດັນເລືອດ: ຈາກການຄົ້ນຄວ້າທາງການຢາ ຂອງແກ່ນຜັກຫອມປ້ອມຍັງ ພົບວ່າ ຊ່ວຍຫຼຸຸດຄວາມດັນ ເລືອດໄດ້ ແລະ ເສີມປະສິດທິ ພາບໃຫ້ຢາຫຼຸຸດຄວາມດັນເລືອດ ເຊັ່ນ: captopril, enalapril, losartan, valsartan, diltiazem,amlodipine, hydrochlorothiazide ແລະ furosemide ເຮັດວຽກໄດ້ຢ່າງ ເຕັມປະສິດທິພາບຫຼາຍຂຶ້ນ. 
5. ຫຼຸຸດຄວາມສ່ຽງໂຣກ ມະເຮັງທີ່ມາຈາກການບໍລິໂພກ ອາຫານປີ້ງຈີ່, ຜົນການຄົ້ນຄວ້າ ທີ່ຕີພິມໃນວາລະສານ Clinical Nutrition ເຜີຍວ່າ: ເຄື່ອງ ເທດຣົດຊາດເຜັດຮ້ອນແບບ ຜັກຫອມປ້ອມມີສ່ວນຊ່ວຍຢຸດ ຢັ້ງສານກໍ່ມະເຮັງກຸ່ມແອນເທີ ໂຣໄຊຄຣິກເອມິນ ຊຶ່ງເປັນສານ ກໍ່ມະເຮັງທີ່ເກີດຈາກອາຫານ ປະເພດປີງຈີ່ໄດ້.
6. ຕ້ານອາການອັກເສບ ແລະ ບຳລຸງສາຍຕາ: ຈະເຫັນ ໄດ້ວ່າ ຜັກຫອມປ້ອມສົດ 100 ກຣາມມີເບຕ້າແຄໂຣທິນ ເຖິງ 3,930 ໄມໂຄຣກຣາມ ແລະ ຍັງເຕັມໄປດ້ວຍສານຕ້ານອາ ຕອມອິດສະລະຫຼາຍຊະນິດ ຊຶ່ງກົງກັບການຄົ້ນຄວ້າຂອງ Plant Foods Human Natrition ທີ່ລະບຸວ່າ: ສານຕ້ານ ອາຕອມອິດສະລະຂອງຜັກ ຫອມປ້ອມມີສ່ວນຊ່ວຍຕ້ານ ການອັກເສບຂອງແຊນໃນຮ່າງ ກາຍໄດ້ ພ້ອມທັງ ເບຕ້າແຄໂຣ ທິນ ຍັງຊ່ວຍບຳລຸງການເຮັດ ວຽກຂອງຕາໄດ້ດີອີກ. ຂໍ້ຄວນລະວັງ ຄົນເຈັບ ໝາກໄຂ່ຫຼັງບໍ່ຄວນກິນຫຼາຍ ເພາະຜັກຫອມປ້ອມມີໂປຣແຕັດຊຽມສູງ ອາດເປັນອັນຕະລາຍໄດ້.

Cr. www.pasaxon.org.la
ຮູບພາບຈາກ: www.thaikasetsart.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ