ວຽກງານຖະແຫຼງຂ່າວ ແລະ ວັດທະນະທຳ ນັບມື້ຂະຫຍາຍຕົວ

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕັ້ງໜ້າຊີ້ນຳຂົງເຂດສື່ມວນຊົນ ສຸມໃສ່ໂຄສະນາເຫດການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ໄພພິບັດນ້ຳຖ້ວມທີ່ເກີດຂຶ້ນໃນທົ່ວປະເທດ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ປະຊາຊົນ ຕອບຕ້ານການໂຄສະນາບິດເບືອນ.

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖວທ ໃຫ້ຮູ້ວ່າ: ໃນໄລ ຍະ 6 ເດືອນຜ່ານມາ ຂະແໜງຖະແຫຼງຂ່າວ ແລະ ວັດທະນະທຳ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນ ດ້ານວຽກງານຖະແຫຼງຂ່າວ ໄດ້ສຸມໃສ່ຮັບໃຊ້ໂຄສະນາເຫດການຕ່າງໆເຊັ່ນ: ວຽກດີຄົນເດັ່ນ ໄພພິບັດທີ່ໄດ້ເກີດຂຶ້ນຢູ່ເມືອງສະ ໜາມໄຊ ແຂວງອັດຕະປື ແລະ ເຫດການໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ແຂວງຕ່າງໆໃນທົ່ວປະເທດ 

ພ້ອມນັ້ນ ຍັງໄດ້ໂຄສະນາວິທີການແກ້ໄຂໄພພິບັດນ້ຳຖ້ວມຕ່າງໆ ທັງຜົນສຳເລັດໃນການແກ້ໄຂເຮັດໃຫ້ປະຊາຊົນກັບຄືນມາດຳລົງຊີວິດປົກກະຕິດີຂຶ້ນເທື່ອລະກ້າວ ແລະ ໄດ້ໂຄສະນາອອກຂ່າວກ່ຽວກັບຜູ້ທີ່ມີຈິດໃຈດີ ງາມມາຊ່ວຍເຫຼືອປະຊາຊົນລາວ ໃນເວລາທີ່ພົບຄວາມຫຍຸ້ງຍາກຄືດັ່ງກ່າວນັ້ນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ອອກຂ່າວຢ່າງສະເໝີພາບຕາມຄວາມເປັນຈິງ ແລະ ທີ່ສຳ ຄັນຍັງໄດ້ແກ້ຂ່າວບິດເບືອນບາງອັນກັບຜູ້ທີ່ບໍ່ຫວັງດີ ໂດຍໄດ້ອອກຂ່າວຕ່າງໆກ່ຽວກັບເຫດການທີ່ເກີດຂຶ້ນ ໂດຍອາໄສໄພພິບັດເກີດຂຶ້ນແລ້ວ ເວົ້າໄປໃນທາງທີ່ບໍ່ຖືກຕ້ອງ

ໂດຍສື່ມວນຊົນຂອງພວກເຮົາໄດ້ເພີ່ມທະວີແກ້ຂ່າວຄືນເພື່ອໃຫ້ປະຊາຊົນໄດ້ເຂົ້າໃຈຢ່າງຖືກຕ້ອງຕາມຄວາມເປັນຈິງ ເວົ້າລວມແລ້ວ ໄດ້ຮັບການເຫັນດີເຫັນພ້ອມກັບຜູ້ທີ່ບໍລິ ໂພກຂ່າວຫຼາຍສົມຄວນ ນອກນັ້ນ ໄດ້ສືບຕໍ່ຕິດຕັ້ງໂທລະໂຄ່ງຕາມບ້ານຕ່າງໆທີ່ປະສົບໄພພິບັດນ້ຳຖ້ວມ ຊ່ວຍການປະຊາສຳພັນແຈ້ງຂ່າວເຕືອນໄພຕ່າງໆໄດ້ດີຂຶ້ນ ວິທະຍຸ ໜັງສືພິມ ໂທລະພາບ ໄດ້ມີຫຼາຍພາກສ່ວນລາຍງານພິເສດ ກໍ່ຄື ຄໍລຳພິເສດສຳລັບໂຄສະນາກ່ຽວກັບໄພພິບັດທີ່ເກີດຂຶ້ນ ແລະ ໄດ້ອອກຂ່າວເປັນປະຈຳ ເພື່ອແຈ້ງຂ່າວໃຫ້ປະຊາຊົນໄດ້ຮັບຊາບຢ່າງວ່ອງໄວ ທັນເຫດການ 

ນອກຈາກວຽກດັ່ງກ່າວ ຍັງໄດ້ສືບຕໍ່ສ້າງຕັ້ງສະຖານີວິທະຍຸຊຸມຊົນ ຕິດຕັ້ງສະ ຖາ ນີໂທລະ ພາບຢູ່ແຂວງຕ່າງໆ ຕາມແຜນ ການທີ່ປະສົບຜົນສຳເລັດໄດ້ຫັນຈາກດ້ານການນຳໃຊ້ລະບົບເຕັກນິກອັນນາລ໋ອກເປັນດີຈີຕ໋ອນໄປເທື່ອລະກ້າວ ໂດຍໄດ້ທົດລອງຈັດຕັ້ງປະຕິບັດຢູ່ 4 ແຂວງເຫັນໄດ້ວ່າມີຄວາມຄືບໜ້າ ພ້ອມທັງໄດ້ຊຸກຍູ້ໃຫ້ໜັງສືພິມຂະ ຫຍາຍໄປສູ່ຮາກຖານຫຼາຍຂຶ້ນ.

ສ່ວນວຽກງານວັດທະນະທຳ ໄດ້ສືບຕໍ່ສົ່ງເສີມການປົກປັກຮັກສາອະນຸຮັກວັດທະນະທຳຂອງຊາດຂອງປະຊາຊົນບັນ ດາເຜົ່າ ຫຼັງຈາກທີ່ສຽງແຄນລາວໄດ້ຮັບຮອງຈາກອົງການຢູເນັດສະໂກ ໃຫ້ເປັນມໍລະດົກທາງດ້ານວັດທະນະທຳ ນາມມະທຳຂອງມວນມະນຸດໃນໂລກ ໂດຍໄດ້ໂຄສະນາຢ່າງກວ້າງຂວາງ ເຮັດໃຫ້ປະຊາຊົນພາກພູມໃຈໃນມູນ ເຊື້ອວັດທະນະທຳຂອງຕົນເອງ ແລະສືບຕໍ່ສະເໜີໂຄງ ການຕ່າງໆໄປຫາອົງການຢູເນັດສະໂກ ເພື່ອຈະໄດ້ຮັບຮອງເອົາເປັນມໍລະດົກໂລກເຊັ່ນ: ທົ່ງໄຫຫີນ ເຂດພູຫີນໜາມໜໍ່ ແລະ ມໍລະດົກທາງວັດທະນະທຳນາມມະທຳຈຳນວນໜຶ່ງ ປັດຈຸບັນ ໄດ້ປະກອບເອກະສານສົ່ງຫາອົງການດັ່ງ ກ່າວເປັນທີ່ຮຽບຮ້ອຍ 

ນອກນັ້ນຍັງໄດ້ເພີ່ມທະວີຍົກລະດັບສິລະປະການສະແດງໃຫ້ດີຂຶ້ນ ໄດ້ນຳໄປສະແດງຢູ່ພາຍໃນ ແລະ ຕ່າງປະເທດ ໃນການໂຄສະນາການທ່ອງ ທ່ຽວເຊັ່ນ: ງານວາງສະແດງການທ່ອງທ່ຽວທີ່ແບກແລັງ ປາຣີ ປະເທດຝຣັ່ງ ໂຮ່ຈີມິງ ສສ ຫວຽດ ນາມ ຊຽງໃໝ່ ປະເທດໄທ ໂຕກຽວ ປະເທດຍີ່ ປຸ່ນ ແລະ ອື່ນໆ

Cr. Vientiane Mai

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...