Monday, May 19, 2025
Kbank Laos โอน รับ จ่าย

ເອດີບີ ຄາດວ່າເສດຖະກິດລາວຈະເຕີບໂຕ ຢູ່ລະ ດັບປານກາງ ໃນປີ 2018 ແລະ 2019

ທີ່ຫ້ອງການສຳນັກງານທະນາຄານພັດທະນາອາຊີ (ເອດີບີ) ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານ ການຄາດ ຄະເນການພັດທະນາຂອງອາຊີ ປະຈຳປີ 2018 ສະບັບປັບປຸງ, ໂດຍການເປັນປະທານຂອງ ທ່ານ ລັດຕະນະໄຕ ຫລວງລາດບັນດິດ.

ໄດ້​ໃຫ້​ຮູ້ວ່າ ເສດຖະກິດ ຂອງ ສປປ ລາວ ຈະເຕີບໂຕຢູ່ທີ່ລະດັບປານກາງ ໃນປີ 2018 ເນື່ອງຈາກການຄາດຄະເນ ການຜະລິດຂອງກະສິກຳ ແລະ ບໍ່ແຮ່ ຈະຕ່ຳກວ່າຄາດໝາຍ ເຖິງຢ່າງໃດກໍຕາມ ການຂະຫຍາຍຕົວຂະແໜງກໍ່ສ້າງ ແລະ ການບໍລິການ ຈະຊ່ວຍທົດແທນບາງສ່ວນ ຂອງຜົນກະທົບທາງລົບເຫລົ່ານີ້.

ເອດີບີ ຄາດວ່າ ລວມຍອດຜະລິດຕະພັນພາຍໃນ ຂອງ ສປປ ລາວ ຈະເຕີບໂຕ ທີ່ອັດຕາ 6,6% ສຳລັບປີ 2018 ແລະ 6,9% ສຳລັບປີ 2019, ຊຶ່ງຫລຸດລົງຕ່ຳກວ່າຈາກການຄາດຄະເນ ໃນເດືອນເມສາ 2018 ທີ່ 6,8% ສຳລັບປີນີ້ ແລະ 7,0% ສຳລັບປີໜ້າ. ຂະແໜງກະສິກຳຄາດວ່າຈະຂະຫຍາຍໂຕ ຢູ່ທີ 2% ສຳ ລັບ ປີນີ້ ໃນຂະນະທີ່ການຜະລິດກະແສໄຟຟ້າ ຄາດວ່າຈະເພີ່ມຂຶ້ນ 8% ແລະ ການຜະລິດຈາກຂະແໜງບໍ່ແຮ່ ຄາດວ່າຈະຫລຸດລົງທີ່ 2%. ຂະແໜງກໍ່ສ້າງຈະໄດ້ຮັບຜົນປະໂຫຍດ ຈາກ ການ ລົງທຶນໂດຍກົງ ຈາກຕ່າງປະເທດ ໃນບັນດາໂຄງການພະລັງງານໄຟຟ້າແຮງນ້ຳ ແລະ ໂຄງການກໍ່ສ້າງທາງຂົນສົ່ງເປັນຕົ້ນ ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ປັດຈຸບັນກຳ ລັງດຳເນີນ ການ ກໍ່ສ້າງຢູ່. ການຫລຸດລົງຂອງຄ່າເງິນກີບລາວ ທີ່ໄວຂຶ້ນ, ໂດຍທຽບກັບເງິນໂດລາສະຫະລັດໃນຕະຫລາດທົ່ວໄປ ສົມທຽບອັດຕາແລກປ່ຽນທາງການ ເລີ່ມຈາກເດືອນມັງກອນ ຫາ ເດືອນກໍ ລະ ກົດ 2018 ເພາະຄັງສຳຮອງທີ່ບໍ່ສູງ. ອັດຕາເງິນເຟີ້ມາຮອດປັດຈຸບັນ ຄາດວ່າຈະເພີ່ມຂຶ້ນ 0,5% ຈາກການຄາດຄະເນເບື້ອງຕົ້ນ ຢູ່ທີ່ 2,5% ໃນປີ 2018 ແລະ 3,1% ໃນປີ 2019. ເນື່ອງ ຈາກລາຄານ້ຳມັນໃນຕະຫລາດໂລກ ມີການເໜັງຕີງ ແລະ ຜົນກະທົບຈາກໄພພິບັດ ນ້ຳຖ້ວມເກີດຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງໄດ້ທໍາລາຍຜົນລະປຸກ ແລະ ຂັດຂວາງການ ບໍລິການຂົນສົ່ງໃນ ສປປ ລາວ.

Cr.KPL
ຮູບ​ພາບ​ປະ​ກອບ: i.ytimg.com/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້