ການຄຸ້ມຄອງການນຳໃຊ້ແນວພັນ ແລະ ເມັດພັນພືດ ສຳລັບການປູກຝັງ ໃນ ສປປ ລາວ ໃນໄລຍະຜ່ານມາ ແມ່ນຍັງມີຂໍ້ຫຍຸ້ງຍາກ ແລະ ບັນຫາຕ່າງໆ ຫລາຍພໍສົມຄວນ ເປັນຕົ້ນ ການຜະລິດ ແລະ ການກວດກາຢັ້ງຢືນຄຸນນະພາບເມັດພັນ ຍັງບໍ່ທັນເປັນລະບົບ, ການນຳເຂົ້າ, ການຈຳໜ່າຍ, ການປົກປັກຮັກສາ, ການອະນຸລັກ ແລະ ການນຳໃຊ້ເຊື້ອພັນພືດ ຍັງບໍ່ທັນໄດ້ດີ, ການຄົ້ນຄວ້າ ແລະ ການພັດທະນາແນວພັນພືດໃໝ່ ຍັງບໍ່ທັນພຽງພໍ, ການລົງທຶນໃສ່ທຸລະກິດ ເຕັກໂນໂລຊີ ເມັດພັນພືດ, ຜູ້ຜະລິດ ແລະ ຜູ້ປະກອບການ ຍັງບໍ່ທັນເຂົ້າໃຈ ໃນການຈັດຕັ້ງປະຕິບັດລະບຽບການ ແລະ ການພັດທະນາບຸກຄະລາກອນ ຍັງຈຳກັດທາງດ້ານປະລິມານ ແລະ ຄຸນນະພາບ.
ທ່ານ ບຸນຂວາງ ຄຳບຸນເຮືອງ ກ່າວວ່າ: ໃນການຈັດຕັ້ງປະຕິບັດນິຕິກຳ ເຫັນວ່າ ບັນຫາຕ່າງໆ ເກີດຂຶ້ນຍັງແມ່ນຍ້ອນຂັ້ນຕອນ ຂອງນິຕິກຳ ທີ່ນຳໃຊ້ຍັງມີຂອບເຂດ, ອຳນາດໃນການບັງຄັບໃຊ້ຍັງຈຳກັດ, ໂດຍສະເພາະ ການກວດກາ, ການສະກັດກັ້ນ ແລະ ການນຳໃຊ້ມາດຕະການຕໍ່ຜູ້ກະທຳຜິດ ຍັງບໍ່ທັນເປັນລະບົບຄົບຊຸດ; ເນື້ອໃນຂໍ້ບັງຄັບບໍ່ທັນຄົບຖ້ວນ ແລະ ສອດຄ່ອງກັບພາກພື້ນ ແລະ ສາກົນ ທີ່ ສປປ ລາວ ເປັນພາຄີ; ຂໍ້ກຳນົດກ່ຽວກັບການຄຸ້ມຄອງແນວພັນພືດ ແລະ ເມັດພືດ ໃນແຫລ່ງຜະລິດ, ການນຳເຂົ້າ, ການສົ່ງອອກ, ສົ່ງຜ່ານ, ສົ່ງອອກຕໍ່ຜ່ານດ່ານ ຍັງບໍ່ທັນທົ່ວເຖິງ; ໃນພາກປະຕິບັດຕົວຈິງ. ການມີສ່ວນຮ່ວມຂອງຂະແໜງການກ່ຽວຂ້ອງ ໃນການອະນຸລັກເຊື້ອພັນພືດ, ພັດທະນາການຄຸ້ມຄອງແນວພັນພືດ ຍັງພົບບັນຫາ ແລະ ມີຂອດຈຳກັດ.
ພ້ອມດຽວກັນນີ້, ຍັງຂາດການແບ່ງຂັ້ນຄຸ້ມຄອງ ໃນການຕິດຕາມກວດກາແນວພັນພືດ ພາຍໃນຂະແໜງການກະສິກຳ ແມ່ນຍັງບໍ່ທັນລະອຽດເທົ່າທີ່ຄວນ.
Cr.KPL