Monday, May 19, 2025
Kbank Laos โอน รับ จ่าย

ອົງການນິດາ ປະເທດໄທ ອະນຸມັດເງິນກູ້ໃຫ້ກະຊວງການເງິນ ມູນຄ່າ 1,82 ຕື້ກວ່າບາດ

ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ( R11 ) ຮັບການປັບປຸງໃຫ້ດີຂຶ້ນ, ອົງການນິດາ ປະເທດໄທ ອະນຸມັດເງິນກູ້ໃຫ້ກະຊວງການເງິນ ມູນຄ່າ 1,82 ຕື້ກວ່າບາດ ເຂົ້າໃນການພັດທະນາເສັ້ນທາງແຕ່ຄົກເຂົ້າດໍ ບ້ານໂນນສະຫວັນ ເມືອງຊະນະຄາມ ຫາບ້ານວັງ-ບ້ານນໍ້າສັງ ເປັນເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງໄຊຍະບູລີ ຫາແຂວງວຽງຈັນ.”

(1) ໃນວັນທີ 26 ກັນຍາ 2018, ກະຊວງການເງິນໄດ້ຈັດພິທີເຊັນສັນຍາເງິນກູ້ຢືມລະຫວ່າງລັດຖະບານແຫ່ງ ສປປລາວ ແລະ ອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ ( NEDA ) ແຫ່ງຣາຊະອານາຈັກໄທ ສຳລັບໂຄງການກໍ່ສ້າງທາງຫຼວງແຫ່ງຊາດ ເລກທີ 11 ( R11 );
(2) ເປັນການຍົກລະດັບການເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ ແລະ ບັນດາເສັ້ນທາງຕາມແຜນຍຸດທະສາດດ້ານການຄົມມະນາຄົມຂົນສົ່ງທີ່ຕິດພັນກັບຍຸດທະສາດການເຊື່ອມຈອດລະຫວ່າງ ລາວ-ໄທ ແລະ ແຜນສືບຕໍ່ຮ່ວມມືໃນຕໍ່ໜ້າຮອດປີ 2022;
(3) ໂຄງການກໍ່ສ້າງທາງຫຼວງແຫ່ງຊາດ ເລກທີ 11 ( R11 ) ເປັນໂຄງການກໍ່ສ້າງເສັ້ນທາງແຕ່ຂົວນໍ້າສັງ ບ້ານໂນນສະຫວັນ-ບ້ານຄົກເຂົ້າດໍ ແລະ ແຕ່ບ້ານໂນນສະຫວັນ ຫາ ຊະນະຄາມ ລວມໄລຍະທາງທັງໝົດ 124 ກິໂລແມັດ;
(4) ຈຸດປະສົງຂອງການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນເພື່ອເຊື່ອມຈອມເສັ້ນທາງຈາກແຂວງໄຊຍະບູລີ ກັບ ບັນດາແຂວງທາງພາກເໜືອຂອງໄທ ແນໃສ່ອຳນວຍຄວາມສະດວກໃນການເດີນທາງໄປມາ ແລະ ການຂົນສົ່ງສິນຄ້າຂອງປະຊາຊົນໃນຂົງເຂດດັ່ງກ່າວໃຫ້ນັບມື້ດີຂຶ້ນ;
(5) ເປັນການສືບຕໍ່ໂຄງການກໍ່ສ້າງເສັ້ນທາງແຕ່ບ້ານຕາດທອງຫາເມືອງສັງທອງ ທີ່ໄດ້ຮັບທຶນຈາກ NEDA ໃນປີ 2010;
(6) ພ້ອມດຽວກັນນີ້, ຍັງເປັນການສ້າງໂຄງລ່າງພື້ນຖານເພື່ອການພັດທະນາເສດຖະກິດສັງຄົມ ແລະ ຫຼຸດຜ່ອນ ຄວາມທຸກຍາກ ໂດຍການພັດທະນາເສັ້ນທາງພາຍໃນປະເທດ ໄດ້ຖືກບັນຈຸໃນແຜນການພັດທະນາເສດຖະ ກິດສັງຄົມ ຂອງ ສປປລາວ ໃນແຕ່ລະໄລຍະ;
(7) ແຜນການພັດທະນາເສດຖະກິດສັງຄົມ ຄັ້ງທີ 8 ກໍ່ໄດ້ວາງເປົ້າໝາຍໃນການສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງການທີ່ຈໍາເປັນໂດຍການຍົກລະດັບບັນດາເສັ້ນທາງເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ ແລະ ບັນດາເສັ້ນທາງຕາມແຜນຍຸດທະສາດດ້ານການຄົມມະນາຄົມຂົນສົ່ງ;
(8) ໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກທີ 11 ( R11 ) ແມ່ນນອນໃນແຜນການຮ່ວມມື 03 ປີ ( 2017 – 2019 ) ລະຫວ່າງ ສປປລາວ ແລະ ອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ;
(9) ມາຮອດປັດຈຸບັນ ສປປລາວ ໄດ້ຮັບການຊ່ວຍເຫຼືອຈາກອົງການ NEDA ເປັນຈໍານວນ 18 ໂຄງການ ລວມມູນຄ່າ 10,36 ຕື້ກວ່າບາດ ທັງໃນຮູບແບບການຊ່ວຍເຫຼືອດ້ານວິຊາການ ແລະ ການໃຫ້ເງິນກູ້ຢືມດອກເບ້ຍຜ່ອນຜັນ ເພື່ອຈັດຕັ້ງປະຕິບັດໂຄງການພັດທະນາເສດຖະກິດສັງຄົມ ທີ່ຕິດພັນກັບຍຸດທະສາດການເຊື່ອມຈອດລະຫວ່າງ ລາວ-ໄທ ໂດຍສະເພາະໂຄງການພັດທະນາໂຄງລ່າງພື້ນຖານ ແລະ ຍັງມີແຜນສືບຕໍ່ຮ່ວມມືໃນຕໍ່ໜ້າຮອດປີ 2022.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້