Monday, May 19, 2025
Kbank Laos โอน รับ จ่าย

ປະທານກຳມະທິການເສດຖະກິດ ລົງຊຸກຍູ້ ການປະຕິບັດແຜນພັດທະນາເສດ ເມືອງໄຊບູລີ

ທ່ານ ບຸນ​ປອນ ສີ​ສຸລາ​ດ ປະທານ​ກໍາມາ​ທິການ​ເສດຖະກິດ ​ເຕັກ​ໂນ​ໂລ​ຊີ ​ແລະ​ສິ່ງ​ແວດ​ລ້ອມ ພ້ອມຄະນະນຳທັງສູນກາງ ແລະ ທ້ອງຖິ່ນ ລົງ​ເຄື່ອນ​ໄຫວຕິດຕາມ​ກວດກາ, ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ-​ເສດຖະກິດ​ສັງຄົມ ​ແລະ​ ແຜນ​ງົບປະມານ​ແຫ່ງ​ລັດ​ປະ​ຈໍາປີ 2018 ຢູ່​ເມືອງ​ໄຊ​ບູລີ ​ໂດຍ​ໄດ້ຮັບການຕ້ອນຮັບຈາກທ່ານ ບຸນ​ຍົງ ຈັນ​ນີຍະ​ວົງ ​ເຈົ້າ​ເມືອງ​ໄຊ​ບູລີ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

​ໃນ​ນັ້ນ​ ອໍານາດ​ການ​ປົກຄອງ​ເມືອງ ໄດ້​ສຸມ​ໃສ່​ການ​ຊີ້​ນໍາໆພາ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ເຊິ່ງຜົນ​ງານ​ທີ່ພົ້ນ​ເດັ່ນ​ແມ່ນ​ ເສດຖະກິດຂອງ​ເມືອງ ຍັງ​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ໃນລະດັບ 9,5% ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນ GDP ​ບັນລຸໄດ້ 646,18 ຕື້​ກີບ​, ສະ​ເລ່ຍ​ໃສ່​ຫົວ​ຄົນ​ໄດ້ 10 ລ້ານກວ່າກີບ ຫລື ​ເທົ່າ​ກັບ 1.235 ​ໂດ​ລາ/ຄົນ/ປີ, ທຽບໃສ່ແຜນການ 5 ປີ ​ສາມາດ​ປະຕິບັດ​ໄດ້ 91%.

ສ່ວນໃນຂົງເຂດວຽກ​ງານ​ຊັບພະຍາ ກອນ​ທໍາ​ມະ​ຊາດ ​ແລະ ​ສິ່ງ​ແວດ​ລ້ອ​ມ, ວຽກ​ງານ​ສາທາລະນະ​ສຸກ, ວຽກ​ງານ​ສຶກສາ​ທິການ ​ແລະ ​ກິລາ, ວຽກ​ງານ​ແຮງ​ງານ ​ແລະ ​ສະຫວັດດີ​ການ​ສັງຄົມ, ວຽກ​ງານ​ການ​ເງິນ, ວຽກ​ງານ​ແຜນການ ​ແລະ​ ການ​ລົງທຶນ, ​ວຽກ​ງານ​ໂຍທາ​ທິການ ​ແລະ​ ຂົນ​ສົ່ງ ກໍໄດ້​ຜັດ​ປ່ຽນ ​ການ​ຜ່ານ​ບົດ​ລາຍ​ງານ ​ແລະ​ ປະກອບ​ຄໍາຄິດ​ຄໍາ​ເຫັນຕໍ່ບົດ​ລາຍ​ງານ​ດັ່ງກ່າວ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້