Saturday, April 26, 2025
Kbank Laos โอน รับ จ่าย

ຄົ້ນພົບວັດຖຸບູຮານຫລາຍຢ່າງ ຢູ່ບໍລິເວນເດີ່ນພຣະທາດອີງຮັງ ແຂວງສະຫວັນນະເຂດ

ນາຍບ້ານໆທາດອີງຮັງ ທ່ານຄູນສະຫວັນ ໃຫ້ຮູ້ອີກວ່າ: ວັດຖຸບູຮານທັງໝົດແມ່ນໄດ້ຖືກຄົ້ນພົບໃນໄລຍະເວລາໄລ່ເລ່ຍກັນນັບແຕ່ວັນທີ 28 ກັນຍາ 2018 ເປັນຕົ້ນມາ ຈາກນັ້ນກໍ່ໄດ້ມີການຄົ້ນພົບເລື້ອຍໆມາ.

ຈຸດທີ່ມີການຄົ້ນພົບມີທັງໝົດ 3 ຈຸດ ຂອງກຳແພງອ້ອມພຣະທາດເບື້ອງທິດຕາເວັນອອກ ແລະ ມີການຄົ້ນພົບວັດຖຸບູຮານເກົ່າແກ່ຈໍານວນ 10 ກວ່າລາຍການ ໃນນັ້ນປະກອບມີ: ລູກຕິ່ງ 8 ອັນ, ໄຫ 2 ໜ່ວຍ, ບາດ ແລະ ພຣະພຸດທະຮູບທອງສໍາລິດ,ທອງແດງ,ທອງເຫຼືອງ ແລະ ເງິນທີ່ຄົ້ນພົບຢູ່ໃນໄຫ 264 ອົງ, ນອກຈາກນັ້ນ ກໍ່ຍັງມີຈໍານວນເສດພຣະພຸດທະຮູບໄມ້ ທີ່ຄົ້ນພົບຢູ່ໄຫອີກ 44 ອັນ, ລວມພຣະພຸດທະຮູບທອງທີ່ຄົ້ນພົບຢູ່ບາດ 118 ອົງບໍ່ສົມບູນ ເຮັດດ້ວຍທອງ 12 ອົງ ພະເງິນ 1 ອົງ, ເສດສິ້ນສ່ວນທອງທີ່ພົບໃນບາດນໍ້າໜັກລວມ ເກືອບ 6 ກິໂລກລາມ , ເສດກະສັດ 5 ອັນ, ເງິນຣາດ 1 ອັນ. ເຊິ່ງສັນນິຖານວ່າວັດຖຸບູຮານທັງໝົດແມ່ນສ້າງຂຶ້ນພ້ອມໆກັບການສ້າງອົງພຣະທາດອີງຮັງ ໃນປີ ພສ 400 ປະຈຸບັນລວມມີອາຍຸປະມານ 2.000 ກວ່າປີ.

ວັດຖຸບູຮານທັງໝົດທີ່ຄົ້ນພົບແມ່ນຈະມີການເກັບຮັກສາໄວ້ໃນພຣະທາດດັ່ງກ່າວ ເພື່ອໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໄດ້ມາເຄົາລົບບູຊາ ເພື່ອເປັນສິລິມົງຄຸນຕໍ່ການດໍາລົງຊີວິດ,ການຂຸດຄົ້ນນັ້ນ ແມ່ນຍັງຈະມີການສືບຕໍ່ຂຸດຄົ້ນຕື່ມອີກ.

Cr.ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.