Saturday, April 26, 2025
Kbank Laos โอน รับ จ่าย

ແຈ້ງປັບຂຶ້ນລາຄານໍ້າມັນທົ່ວປະເທດ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການຫາສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປໍ້າຍ່ອຍຂາຍນ້ຳມັນເຊື້ອໄຟໃນທົ່ວປະເທດໃຫ້ ປັບລາຄາຂາຍຍ່ອຍໜ້າປ້ຳ ເລີ່ມແຕ່ວັນທີ 4 ຕຸລາ 2018 ເປັນຕົ້ນໄປ ເຊິ່ງການປັບຂຶ້ນລາຄາໃນຄັ້ງນີ້ ແມ່ນໄດ້ປັບລາຄານ້ຳມັນເຊື້ອໄຟທຸກຊະນິດຂຶ້ນຄື: ນໍ້າມັນແອັດຊັງພິເສດ 230 ກີບ/ລິດ, ນໍ້າມັນແອັດຊັງທຳມະດາ 200 ກີບ/ລິດ ແລະ ນໍ້າມັນກາຊວນ 200 ກີບ/ລິດ ເຊິ່ງລາຄາດັ່ງກ່າວນີ້ ໃຫ້ເລີ່ມປະຕິບັດແຕ່ວັນທີ 04 ຕຸລາ 2018 ເວລາ 6:00 ໂມງເປັນຕົ້ນໄປ

Cr.Jotmaikhao

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.