ຮັບຮອງແຜ່ນແພ ຂອງແມ່ຍິງເມືອງຕະໂອ້ຍ ເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ.

ພິທີປະກາດ ຜະລິດຕະພັນແຜ່ນແພ ຂອງສະຫະພັນແມ່ຍິງ ເທສະບານ ເມືອງຕະໂອ້ຍແຂວງສາລະວັນ ເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ມີ ທ່ານ ບຸນໂຮມ ໂກມສຸນີ ເຈົ້າເມືອງໆຕະໂອ້ຍພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະປະຊາຊົນເຂົ້າຮ່ວມ.ໃນນັ້ນແຜ່ນແພມີ 5 ຊະນິດຄື: ສິ້ນລາຍແຊກການໂດ, ແພປູໂຕະລາຍແຊກການໂດ, ແພເຊັດມືລາຍແຊກການໂດ, ເສື້ອແຈະ ລາຍແຊກການໂດ ແລະ ຜ້າແພບຽງ ລາຍແຊກການໂດ.

ເມືອງຕະໂອ້ຍ ເປັນເມືອງພູດອຍກວມ 80% ແລະ ພູພຽງກວມ 20% ປະຊາຊົນແມ່ນມີສີມືດ້ານການຕໍ່າຫູກທໍໄໝ ສືບທອດມາໄດ້ຫລາຍເຊັ່ນ ຄົນ, ການຕຳແຜ່ນແພລາຍແຊກການໂດ ເປັນສິນຄ້າແມ່ນໄດ້ເລີ່ມ ມາແຕ່ປີ 2008 ລວມມີກຸ່ມການຜະລິດ 20 ຄົນ, ໄດ້ຕໍ່າຂາຍເປັນສິນຄ້າໃນແຕ່ລະວັນ ໂດຍໄດ້ຮັບການຊຸກຍູ້ສົ່ງເສີມ ຈາກສະຫະພັນແມ່ເມືອງ ແລະ ແມ່ຍິງແຂວງ, ສູນກາງ ແລະ ທຶນ ສະໜັບສະໜູນ ຈາກໂຄງການພັດທະນາຊຸມຊົນການມີສ່ວນຮ່ວມ ແລະ ຍືນຍົງ( ISNC projec) ຫລື UNDP ອົງການສະຫະປະຊາຊາດ ເພື່ອການພັດທະນາ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...