ລັດຖະບານ ຈະສຸມໃສ່ປັບປຸງ ແລະ ແກ້ໄຂ 5 ບັນຫາ ເພື່ອຊຸກຍູ້ສົ່ງເສີມກຳລັງແຮງຂອງບັນດາ ພາກສ່ວນເສດຖະກິດ ໂດຍຮັບປະກັນ ໃຫ້ທຸກພາກສ່ວນ ສາມາດເຄື່ອນໄຫວຢ່າງ ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍຢ່າງແທ້ຈິງ, ທັງມີສະພາບແວດລ້ອມທີ່ອຳນວຍ​ ໃຫ້ສາມາດເຄື່ອນໄຫວຢ່າງຄ່ອງຕົວ ແລະ ສາມາດປະກອບສ່ວນເຂົ້າ ໃນການຂະຫຍາຍກຳລັງການຜະລິດ, ສ້າງສາປະເທດຊາດ ໄດ້ຢ່າງເໝາະສົມ, ພ້ອມທັງມີຄວາມສາມາດ ແຂ່ງຂັນເພີ່ມຂຶ້ນ ຕາມກົນໄກເສດຖະກິດຕະຫລາດ ກໍຄື ໃນຂະບວນວິວັດແຫ່ງການເຊື່ອມໂຍງສາກົນ.

5 ບັນຫານັ້ນມີ ຫັນພາກທຸລະກິດ, ຜູ້ປະກອບການດ້ານຕ່າງໆ ໃຫ້ເຂົ້າສູ່ ກົດໝາຍ, ພັດທະນາບຸກຄະລາກອນ ແລະ ມີແຜນພັດທະ ນາໃນໄລຍະຍາວ, ສ້າງວັດທະນະທຳທຸລະກິດ, ສ້າງສະພາບແວດລ້ອມ ຫັນປ່ຽນໃໝ່ດ້ານຈິດຕະສາດ ຂອງຜູ້ປະກອບການ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຊຸກຍູ້ສົ່ງເສີມນັກທຸລະກິດພາຍໃນ ໃຫ້ດຳເນີນການຮ່ວມມື ແລະ ສຳພັນກັນ ລະຫວ່າງວິສາຫະກິດ ໃນຂະແໜງການດຽວກັນ, ສ້າງກຳລັງຄວາມສາມາດໃນການແຂ່ງຂັນ ລວມທັງຂະຫຍາຍການຮ່ວມມື ແລະ ສຳພັນກັບ ວິສາຫະກິດຂອງຕ່າງປະເທດ ເພື່ອມີທຶນຮອນເພີ່ມຂຶ້ນ, ທັງຍາດແຍ່ງເອົາບົດຮຽນ, ແບບວິທີການຄຸ້ມຄອງທີ່ທັນສະໄໝ, ການນຳໃຊ້ເຕັກໂນໂລຊີໃໝ່ ເພື່ອຍົກມາດຕະຖານ ຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການຂອງວິສາຫະກິດ ແລະ ສ້າງເຄືອຂ່າຍຕະຫລາດພາຍໃນ ແລະ ຕ່າງປະເທດ ທີ່ໝັ້ນທ່ຽງ ແລະ ກວ້າງອອກຕື່ມ.

ສ້າງ ​ແລະ ປັບປຸງບັນດານະໂຍບາຍ, ກົນໄກຕ່າງໆຢ່າງເປັນລະບົບ, ຈະແຈ້ງ, ມີຄວາມເຂັ້ມ ແຂງ, ໂປ່ງໃສ ເຮັດໃຫ້ພາກສ່ວນ ເສດຖະກິດຕ່າງໆ ເຄື່ອນໄຫວດຳເນີນທຸລະກິດ ຢ່າງສະເໝີພາບ, ໄດ້ຮັບໂອກາດ ແລະ ການແຂ່ງຂັນທີ່ເປັນທຳ, ພ້ອມທັງເພີ່ມທະວີ ການປະສານສົມທົບ ລະຫວ່າງບັນດາຂະແໜງ ການທີ່ກ່ຽວຂ້ອງຂອງລັດ ເພື່ອຊ່ວຍໃຫ້ການເຄື່ອນໄຫວ ທຸລະກິດຂອງພາກສ່ວນ ເສດຖະກິດຕ່າງໆ ດຳເນີນໄປຢ່າງສະດວກ, ຫລີກເວັ້ນການຊ້ຳຊ້ອນກັນ ແລະ ໂຍນຄວາມຮັບຜິດຊອບໃຫ້ກັນ ເປັນຕົ້ນ ​ແມ່ນສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃນການເຂົ້າເຖິງ ແຫລ່ງທຶນດອກເບ້ຍ ຕ່ຳກວ່າປັດຈຸບັນ; ປັບປຸງ ແລະ ກໍ່ສ້າງລະບົບໂຄງລ່າງການຂົນສົ່ງ, ໂທລະຄົມມະນາຄົມ ໃຫ້ສະດວກ ແລະ ທັນສະໄໝ ເພື່ອຫລຸດຜ່ອນຕົ້ນທຶນການຜະລິດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Cr.KPL

Hits: 121

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້