Friday, July 18, 2025
Kbank Laos โอน รับ จ่าย

ທ່ານນາຍົກລັດ​ຖະ​ມົນ​ຕີ ເນັ້ນໃຫ້ທະນາຄານແຫ່ງ ສປປ ລາວ ເອົາ ໃຈໃສ່ ໃນຍຸກເຊື່ອມໂຍງແບບທັນສະໄໝ.

ທ້າຍ​ອາ​ທິດ​ຜ່ານ​ມາ, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມບັນດາພະນັກງານຫລັກແຫລ່ງຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ ວ່າ:

ໃນປັດຈຸບັນເຕັກໂນໂລຊີ ໄດ້ມີການປ່ຽນແປງໃນທຸກມື້ໃນທົ່ວໂລກ ສະນັ້ນພວກເຮົາຕ້ອງຮັບມືກັບສິ່ງທ້າທາຍ ເປັນຕົ້ນແມ່ນ ຕ້ອງສ້າງສະຕິຕື່ນຕົວ ທາງດ້ານການເມືອງ ໃຫ້ແກ່ພະນັກງານທະນາຄານ ໃຫ້ມີຄວາມຮັບຜິດຊອບດ້ານການເງິນຕໍ່ພັກ-ລັດ, ຕ້ອງເຮັດວຽກລວມສູນປະຊາທິປະໄຕ ແລະ ຕ້ານພະຍາດອາຍາສິດ; ພະນັກງານທະນາຄານ ຕ້ອງເຮັດວຽກແບບມືອາຊີບ ເພື່ອໃຫ້ທັນກັບການປ່ຽນແປງ ໃນໄລຍະໃໝ່; ທະນາຄານຕ້ອງເຂັ້ມງວດ ໃນການປະ ຕິບັດໜ້າທີ່ທາງດ້ານເງິນຕາ ເພື່ອຊຸກຍູ້ໃນການພັດທະນາເສດຖະກິດຂອງປະເທດ, ຕ້ານໄພເງິນເຟີ້ ແລະ ຮັກສາສະຖຽນລະພາບດ້ານເງິນຕາ; ຜັນຂະຫຍາຍຄຳສັ່ງ 02 ໃນການປັບປຸງກົນໄກ ການດຳເນີນທຸລະກິດຢູ່ໃນ ສປປ ລາວ ເພື່ອປັບ ປຸງຕົວ ຊີ້ວັດ ໃນການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດການຄຸ້ມຄອງການລົງທຶນໃຫ້ຢູ່ ໃນລະດັບທີ່ດີຂຶ້ນກວ່າເກົ່າ ເຮັດໃຫ້ນັກທຸລະກິດ ທີ່ມາລົງທຶນຢູ່ລາວມີຄວາມເຊື່ອໝັ້ນ.

ໃຫ້ບັນດາເຈົ້າໜ້າທີ່ຂອງທະນາຄານ ລົງຕິດຕາມກວດກາ, ຄຸ້ມຄອງ ຊຸກຍູ້ວິສາຫະກິດ, ທຸລະກິດ, ສະຖາບັນການເງິນ ແລະ ຮ້ານແລກປ່ຽນເງິນຕາ ເພື່ອຫລຸດຜ່ອນຊ່ອງຫວ່າງອັດຕາການແຕກໂຕນ ການແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງ ທະນາຄານ ແລະ ຮ້ານແລກປ່ຽນບໍ່ໃຫ້ມັນຫລຸດໂຕນກັນຫລາຍ; ເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຢູ່ໃນລະບຽບກົດໝາຍເຮັດແນວໃດ ເພື່ອຈະດຶງດູດເງິນຕາຕ່າງປະເທດໃຫ້ເຂົ້າມາ ໃນທະນາຄານຫລາຍຂຶ້ນ ເພື່ອຈະສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງສັງຄົມໃນລະດັບທີ່ແນ່ນອນ, ເອົາໃຈໃສ່ຊອກຫາມາດຕະການເພີ່ມເງິນຄັງສຳຮອງຕ່າງປະເທດ ໃຫ້ເຂົ້າມາທະນາຄານ ເພື່ອເປັນກຳລັງແຮງ ໃນການຮັບປະກັນສະຖຽນລະພາບ ທາງດ້ານ ເສດຖະກິດ ແລະ ຄຸ້ມຄອງອັດຕາສ່ວນຕ່າງ ລະຫວ່າງ ດອກເບ້ຍເງິນຝາກ ແລະ ເງິນກູ້ ໃຫ້ແທດເໝາະກັບສະພາບຕົວຈິງ.

ບັນຫາການເຂົ້າເຖິງແຫລ່ງທຶນ ທະນາຄານຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຍັງພົບຄວາມຫຍຸ້ງຍາກ ແຕ່ວ່າທະນາຄານເອງກໍຍັງມີຄວາມຕ້ອງການ ໃນການລະດົມທຶນສູງ ສ່ວນໃຫຍ່ແມ່ນອາໄສແຫລ່ງທຶນ ຈາກສັງຄົມ. ບັນຫາການເຂົ້າເຖິງແຫລ່ງທຶນ ດັ່ງກ່າວກໍເປັນສິ່ງໜຶ່ງໃນການຈັດອັນດັບຂອງປະເທດເຮົາ ໃນການອຳນວຍຄວາມສະດວກ ແລະ ຄວາມໜ້າເຊື່ອຖື ໃຫ້ແກ່ ຜູ້ປະກອບການດ້ານທຸລະກິດ ຂະໜາກນ້ອຍ ແລະ ຂະໜາດກາງ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.