Sunday, May 25, 2025
Kbank Laos โอน รับ จ่าย

ກະຊວງສຶກສາທິການ ແລະ ກິລາ ຈັດພິທີສະເຫລີມສະ ຫລອງ ວັນຄູແຫ່ງຊາດ ຄົບຮອບ 24 ປີ

ພິທີສະເຫລີມສະຫລອງ ວັນຄູແຫ່ງຊາດ ຄົບຮອບ 24 ປີ ທີ່ ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍການເປັນປະທານ ຂອງ ທ່ານ ນາງ ແສງເດືອນ ຫລ້າ ຈັນທະບູນ, ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ແສງເດືອນ ກ່າວວ່າ: ມື້ນີ້, ເປັນມື້ທີ່ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ທີ່ໄດ້ມີການສະເຫລີມສະຫລອງ ວັນຄູແຫ່ງຊາດຄົບຮອບ 24 ປີ, ຂໍສົ່ງຄວາມຮັກແພງ, ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນອັນປະເສີດມາຍັງພະນັກງານ, ນັກສຶກສາ, ຄູ-ອາຈານ ທຸກຖ້ວນໜ້າ ທັງອະດີດ ແລະ ປັດຈຸບັນ. ຄູໝາຍ ເຖິງຜູ້ປະຕິບັດໜ້າທີ່ສິດສອນ, ຖ່າຍທອດຄວາມຮູ້, ສຶກສາອົບຮົມຄົ້ນຄົ້ວວິໄຈ, ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫລືອນັກຮຽນ-ນັກສຶກສາ ຫລາຍຮູບແບບ. ເພາະສະນັ້ນ, ຄູຈຶ່ງຖືກຂະໜານນາມວ່າ ຄູ ຄືແມ່ ພິມຂອງຊາດ, ຄູແມ່ນພໍ່ແມ່ຄົນທີ 2, ຄູ ຄືວິສະ ວະກອນແຫ່ງດວງວິນຍານ ແລະ ອື່ນໆ. ທຸກຄໍາ­ເວົ້າລ້ວນແຕ່ຊີ້ໃຫ້ເຫັນວ່າ ຄູມີຄວາມໝາຍຄວາມສຳຄັນລົ້ນເຫລືອ ຫາທີ່ປຽບບໍ່ໄດ້ຕໍ່ການສຶກສາ, ຕໍ່ການພັດທະນາຊັບພະຍາກອນມະນຸດ ກໍ່ຄື ການພັດທະນາປະເທດຊາດ.

ໃນໄລຍະຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ກໍຄື ອຳນາດການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ທັງພາກລັດ ແລະ ເອກະຊົນ ໄດ້ມີຄວາມພະຍາຍາມສູງ ໃນການເອົາໃຈໃສ່ພັດທະນາການສຶກສາ, ທັງດ້ານປະລິມານ ແລະ ຄຸນນະພາບ, ໄດ້ຂະຫຍາຍຕາໜ່າງການສຶກສາ ໄປທົ່ວທຸກທ້ອງຖິ່ນ, ເຂດພູດອຍຫ່າງໄກຫລອກຫລີກ, ສ້າງໂອກາດສິ່ງອໍານວຍຄວາມສະດວກ ໃຫ້ປະຊາຊົນ ໄດ້ມີລະດັບຄວາມຮູ້ຈົບປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນ, ບໍາລຸງດ້ວຍຄວາມ ຮັບຜິດ ຊອບສູງ ເຫັນວ່າຄຸນນະພາບຂອງນັກສຶກສາ ໃນທຸກລະດັບ, ທຸກຊັ້ນ ທຸກສາຍ ກໍໄດ້ຮັບການພັດ ທະນາດີຂຶ້ນເປັນກ້າວໆ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.