ໃນລະດູແລ້ງປີ 2019 ແຂວງເຊກອງ ວາງແຜນການຜະລິດເຂົ້າທັງໝົດ 700 ເຮັກ ຕາ, ພືດສະບຽງອາຫານ 978 ເຮັກຕາ ແລະ ປູກພືດເປັນສິນຄ້າ 1.322 ເຮັກຕາ ລວມທັງໝົດ 3.000 ເຮັກຕາ.
ເພື່ອແນ ໃສ່ຕອບສະໜອງດ້ານ ສະບຽງອາຫານໃຫ້ພຽງພໍກັບການບໍລິໂພກພາຍ ໃນລວມທັງການສົ່ງອອກຂາຍເປັນສິນຄ້າ ຕາມແນວທາງນະໂບາຍຂອງພັກ ແລະ ລັດຖະບານວາງອອກ.
ຜ່ານມາລະດູຝົນປີ 2018 ມີແຜນການຜະລິດມີເນື້ອທີ່ທັງໝົດ 37.295 ເຮັກຕາ, ແຕ່ສາມາດປະຕິບັດຕົວຈິງໄດ້ 37.878 ເຮັກຕາ, ລື່ນແຜນການທີ່ວາງໄວ້ 632 ເຮັກຕາ ເນື້ອທີ່ການຜະລິດເຂົ້ານາປີ 8.881 ເຮັກຕາທຽບໃສ່ແຜນປະຕິບັດໄດ້ 90%, ເນື້ອທີ່ໄຮ່ 2.595 ເຮັກຕາເທົ່າກັບ 211%, ພືດສະບຽງອາຫານ 5.693 ເຮັກຕາເທົ່າກັບ 103% ແລະ ເນື້ອທີ່ ປູກພືດເປັນສິນຄ້າ 20.758 ເຮັກຕາເທົ່າກັບ 100,7%.
Cr.KPL