Monday, May 19, 2025
Kbank Laos โอน รับ จ่าย

ໃນປີ 2020 ດອນໂຂງ ຈະມີເສັ້ນທາງຄອດກຣີດອ້ອມຮອບ

ທ້າຍອາທິດຜ່ານມາ, ໄດ້​ມີ​ພິ­ທີ​ວາງ​ສີ​ລາ​ລຶກ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ຄອນ​ກຣີດ​ອ້ອມ​ດອນ​ໂຂງ ເຊິ່ງ​ມີ​ຄວາມ​ຍາວ 43 ກິ­ໂລ­ແມັດ ຢູ່​ບ້ານ​ກາງ​ໂຂງ ເມືອງ​ໂຂງ ແຂວງ​ຈຳ­ປາ​ສັກ ໂດຍ​ມີ​ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ການ​ນຳ​ຈາກ​ສູນ​ກາງ ທ້ອງ­ຖິ່ນ ຜູ້​ໃຫ້​ທຶນ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂຄງ­ການນີ້ ເປັນ​ໜຶ່ງ​ໃນ 17 ກິດ­ຈະ­ກຳ​ຂອງ​ໄລ­ຍະ​ທີ 1 ຂອງ​ໂຄງ­ການ​ພັດ­ທະ­ນາ​ໃໝ່​ສີ­ທັນ­ດອນ ເຊິ່ງ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ລ້າ​ໃນ​ມູນ​ຄ່າ 25 ລ້ານ​ໂດ​ລາ​ສະ­ຫະ­ລັດ ຈາກ​ບໍ­ລິ­ສັດ ຮ່ວມ​ທຶນ​ພັດ­ທະ­ນາ​ສີ­ທັນ­ດອນ ຈຳ­ກັດ ໂດຍ​ຄາດ​ວ່າ​ຈະ​ສຳ­ເລັດ​ການ​ກໍ່­ສ້າງ​ໃນ​ປີ 2020 ການ​ກໍ່­ສ້າງ​ເສັ້ນ­ທາງ​ດັ່ງ­ກ່າວ ຈະ​ອີງ­ໃສ່​ໂຄງ​ສ້າງ​ພື້ນ­ຖານ​ເສັ້ນ­ທາງ​ທີ່​ມີ​ຢູ່​ແລ້ວ ແຕ່​ຈະ​ສ້າງ​ເປັນ​ເສັ້ນ­ທາງ​ຄອນ​ກຣີດ​ທັງ​ໝົດ ເພື່ອ​ຮອງ​ຮັບ​ໃຫ້​ແກ່​ການ​ເດີນ­ທາງ​ໄປ​ມາ ການ​ຄ້າ ການ​ບໍ­ລິ­ການ ການ​ຂົນ­ສົ່ງ ແລະ ການ­ທ່ອງ­ທ່ຽວ​ໃນ​ເຂດ​ດັ່ງ­ກ່າວ ເຊິ່ງ​ຈະ​ເປັນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເຂົ້າ​ມາ​ຫຼາຍ​ຂຶ້ນ.

ໂຄງ­ການ​ດັ່ງ­ກ່າວ ໄດ້​ຮັບ​ການ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ເພື່ອ​ສຶກ​ສາ ແລະ ສຳ​ຫຼວດ ໃນ​ວັນ​ທີ 30 ມິ­ຖຸ­ນາ 2017 ໂດຍ​ແມ່ນ​ບໍ­ລິ­ສັດ ກວາງ​ດົງ​ເຢນ​ໂລ ອິນ​ດັດ​ສ​ຕີ ຈຳ­ກັດ ກໍ່​ຄື ບໍ­ລິ­ສັດ ຮ່ວມ​ທຶນ​ພັດ­ທະ­ນາ​ສີ­ທັນ­ດອນ ຈຳ­ກັດ ເປັນ​ຜູ້​ສຳ​ປະ­ທານ ໃນ​ໄລ­ຍະ 50 ປີ (2018-2050) ໃນ​ເນື້ອ­ທີ່​ທັງ​ໝົດ 9.846 ເຮັກ­ຕາ ເຊິ່ງ​ປະ­ກອບ​ມີ 6 ໄລ­ຍະ ມີ​ຫຼາຍ​ກິດ­ຈະ­ກຳ ລວມ​ມູນ​ຄ່າ​ລົງ­ທຶນ​ທັງ​ໝົດ 9 ຕື້​ກວ່າ​ໂດ​ລາ​ສະ­ຫະ­ລັດ ຖ້າ​ຫາກ​ໂຄງ­ການ​ດັ່ງ­ກ່າວ​ສຳ­ເລັດ​ການ​ກໍ່­ສ້າງ ຄາດ​ຄະ­ເນ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ເຖິງ 15 ລ້ານ​ເທື່ອ​ຄົນ​ຕໍ່​ປີ ແລະ ຈະ​ສ້າງ​ລາຍ​ຮັບ​ໃຫ້​ຂະ­ແໜງ​ການ­ທ່ອງ­ທ່ຽວ​ເຖິງ 2,4 ຕື້​ໂດ​ລາ​ສະ­ຫະ­ລັດ.
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້