Monday, May 19, 2025
Kbank Laos โอน รับ จ่าย

ຂະແໜງພາສີທົ່ວປະເທດ ເກັບລາຍຮັບໄດ້ແລ້ວ 4,5 ພັນຕື້ກີບ ເທົ່າກັບ 63,76% ຂອງແຜນການ

ຂະແໜງພາສີ ຈັດເກັບລາຍຮັບເຂົ້າງົບປະມານທົ່ວປະເທດ ນັບແຕ່ຕົ້ນປີ ມາຮອດທ້າຍເດືອນກັນຍາ ສາມາດປະຕິບັດລາຍຮັບໄດ້ແລ້ວ 4.590 ຕື້ກີບ ເທົ່າກັບ 63,76% ຂອງແຜນການປີ 2018 ທຽບໃສ່ໄລຍະດຽວກັນຂອງປີຜ່ານເພີ່ມຂຶ້ນ 4,05% ຄິດເປັນເງິນເທົ່າກັບ 178 ຕື້ກີບ, ລາຍຮັບສ່ວນໃຫຍ່ໄດ້ມາຈາກການນຳເຂົ້ານ້ຳມັນເຊື້ອໄຟກວມເອົາອັດຕາສູງກວ່າໝູ່, ຮອງລົງມາພາຫະນະ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ສິນຄ້າປະເພດອື່ນໆ.

ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ໃຫ້ສໍາພາດວ່າ: ສະພາບໂດຍລວມການຈັດຕັ້ງປະຕິບັດວຽກງານຂອງຂະແໜງພາສີ ໃນທົ່ວປະເທດຈັດເກັບລາຍຮັບ ໃນປີ 2018 ກົມພາສີ ໄດ້ຮັບຕົວເລກໝອບໝາຍ ໃຫ້ຈັດເກັບລາຍຮັບທັງໝົດ 7.200 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ ນັບແຕ່ວັນທີ 1 ມັງກອນ 2018 ຫາ ວັນທີ 23 ກັນຍາ 2018 ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ແລ້ວ 4.590 ຕື້ກີບ ເທົ່າກັບ 63,76% ຂອງແຜນການປີ 2018 ທຽບໃສ່ໄລຍະດຽວກັນຂອງປີຜ່ານເພີ່ມຂຶ້ນ 4,05% ຄິດເປັນເງິນເທົ່າກັບ 178 ຕື້ກີບ.

Cr.facebook.com/908732372663877

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້