Saturday, April 26, 2025
Kbank Laos โอน รับ จ่าย

ລັດຖະບານກະກຽມແຫຼ່ງມໍລະດົກໄຫຫີນ ເປັນມໍລະດົກໂລກ.

ການກະ­ກຽມແຫຼ່ງມໍ­ລະ­ດົກໄຫຫີນ ແຂວງຊຽງຂວາງ ເປັນມໍ­ລະ­ດົກໂລກ ໄດ້ສຳ­ເລັດການສຳຫຼວດ ແລະ ຂຶ້ນທະ­ບຽນແຫຼ່ງມໍ­ລະ­ດົກໄຫຫີນ 11 ແຫຼ່ງ ໃນ 4 ເມືອງ ມີເມືອງແປກ ຜາໄຊ ພູກູດ ແລະ ເມືອງຄຳ ເຊິ່ງແຫຼ່ງມໍ­ລະ­ດົກໄຫຫີນ 11 ແຫຼ່ງດັ່ງ­ກ່າວ ເປັນຕົວແທນອັນໂດດເດັ່ນໃຫ້ແກ່ແຫຼ່ງໄຫຫີນທັງໝົດໃນທົ່ວແຂວງ ທີ່ມີຫຼາຍກວ່າ 80 ແຫຼ່ງ ກອງປະ­ຊຸມລາຍງານຜົນຄວາມຄືບໜ້າ ການກະ­ກຽມແຫຼ່ງມໍ­ລະ­ດົກໄຫຫີນ ແຂວງຊຽງຂວາງ ເຂົ້າເປັນມໍ­ລະ­ດົກໂລກ ໄດ້ມີຂຶ້ນໃນວັນທີ 11 ຕຸ­ລາ 2018 ທີ່ເມືອງແປກ ແຂວງຊຽງຂວາງ.

ທ່ານ ບໍ່ແສງຄຳ ວົງດາ­ລາ ກ່າວວ່າ: ກອງປະ­ຊຸມຄັ້ງນີ້ ແມ່ນມີຄວາມໝາຍສຳ­ຄັນຫຼາຍ ເພາະພວກເຮົາຈະໄດ້ພ້ອມກັນກວດ­ກາປະເມີນໃນດ້ານຕ່າງໆ ໂດຍສະ­ເພາະ ພື້ນທີ່ຂອງແຫຼ່ງມໍ­ລະ­ດົກໄຫຫີນ ທັງ 11 ແຫຼ່ງ ທີ່­ຢູ່ໃນ 4 ເມືອງ ທີ່ສະ­ເໜີເປັນມໍ­ລະ­ດົກໂລກ ໃນນັ້ນ ກໍ່ຈະໄດ້ຮ່ວມກັນສັງ­ເກດ ແລະ ຕີລາ­ຄາບັນ­ດາຂະບວນການໃນການກະ­ກຽມຄວາມພ້ອມ ໂດຍສະ­ເພາະ ວຽກງານຄຸ້ມຄອງບໍ­ລິ­ຫານແຫຼ່ງມໍ­ລະ­ດົກດັ່ງ­ກ່າວ ທັງຢູ່ໃນຂັ້ນເມືອງ ແລະ ການມີສ່ວນຮ່ວມຂອງປະ­ຊາ­ຊົນຂັ້ນບ້ານ ມີຂໍ້ສະ­ດວກ ຂໍ້ຫຍຸ້ງ­ຍາກ ແລະ ສິ່ງທ້າທາຍແນວ­ໃດ ພ້ອມຊອກວິ­ທີທາງແກ້ໄຂທີ່ເໝາະສົມ.

Cr.VientianeMai
ຮູບປະກອບ: mpics.mgronline.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.