ການລອຍ​ກະ​ໂທງ ຫຼືໄຫລເຮືອໄຟນີ້ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ,ໄຟ ແມ່ນໍ້າເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນມະນຸດ ແລະຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ. ຕາມຕຳນານໄດ້ເລົ່າຂານກັນມາວ່າ:

ພະຍານາກເປັນສັດທີ່ມີອິດທິລິດ ແລະ ມີຄວາມສັດທາຕໍ່ພຸດທະສາສະໜາຫລາຍທີ່ສຸດ ໃນພຸດທະປະຫວັດ ພະຍານາກໄດ້ແປງກາຍມາ ເປັນມະນຸດແລ້ວໄປບວດ, ແຕ່ພາຍຫລັງ 7 ວັນຕໍ່ມາຮ່າງກາຍເລີຍກັບກາຍເປັນພະຍານາກ. ເມື່ອພະພຸດທະເຈົ້າເຫັນເປັນດັ່ງນັ້ນກໍເລີຍຕັດວ່າ: ພະຍານາກ ບໍ່ສາມາດທີ່ຈະບວດໄດ້ເພາະວ່ານາກ
ເປັນສັດ. ເຖິງຢ່າງໃດກໍຕາມ, ພະຍານາກກໍວິ້ງວອນນໍາພະອົງ ວ່າ ເຖິງວ່າຈະບໍ່ໃຫ້ຜູ້ຂ້າບວດ, ແຕ່ກໍຂໍຝາກຊື່ໄວ້ນໍາສາສະໜາພຸດນີ້ຕະຫລອດໄປ.

ດ້ວຍເຫດນີ້, ໃນປັດຈຸບັນຢູ່ຕາມວັດວາຕ່າງໆ ມີຮູບປັ້ນພະຍານາກປະດັບປະດາຢູ່ ແລະຜູ້ທີ່ຈະບວດເປັນພະພິກຂຸສົງກໍຕ້ອງໄດ້ເປັນບວດນາກກ່ອນ. ເຊື່ອກັນອີກວ່າ: ເປັນປະເພນີທີ່ຈັດຂຶ້ນເພື່ອບູຊາຮອຍພະພຸດທະບາດຂອງພະສຳມາສຳພຸດທະເຈົ້າ ຕອນສະໄໝພະອົງສະເດັດໄປແຄມຝັ່ງແມ່ນ້ຳເຊິ່ງເປັນທີ່ຢູ່ອາໄສຂອງພະຍານາກ. ຕອນນັ້ນ, ພະອົງໄດ້ສະແດງທຳໃຫ້ແກ່ພະຍານາກຟັງຢູ່ເມືອງບາດານ ແລ້ວພະຍານາກໄດ້ຂໍໃຫ້ພະພຸດທະອົງປະທັບຮອຍພະບາດເອົາໄວ້ແຄມຝັ່ງແມ່ນ້ຳແຫ່ງນັ້ນ. 
ຕໍ່ມາບັນດາເທວະບຸດເທວະດາມະນຸດ ແລະສັດທັງຫລາຍຕ່າງກໍພາກັນມາ ຂາບໄຫວ້ຮອຍພະພຸດທະບາດ. ນອກຈາກນີ້ຍັງເປັນການບູຊາຕອບແທນບຸນຄຸນ ແລະຂໍຂະມາລາໂທດພະແມ່ຄົງຄາ (ແມ່ນ້ຳ) ທີ່ພວກເຮົາໄດ້ຊົມໃຊ້ ໄດ້ອຸດຈາລະປັດສະວະລົງໃສ່ແມ່ນ້ຳ ທັງເພື່ອກຳຈັດປັດເປົ່າສິ່ງທີ່ບໍ່ດີທັງຫລາຍທັງປວງພະຍາດພະເຍົາໃຫ້ຕົກນຳໄຟໄຫລນ້ຳໄປ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສໍາລັບການລອຍ​ກະ​ໂທງ ແລະໄຫລເຮືອໄຟຢູ່ນະຄອນຫລວງວຽງຈັນ ໃນຕອນຄໍ່າຂອງມື້ບຸນອອກພັນສາປະວາລະນານັ້ນ, ແຕ່ລະຄອບຄົວ ກໍພ້ອມກັນເຮັດເຮືອໄຟນ້ອຍໆທີ່ເຮັດດ້ວຍກາບກ້ວຍແລະ ໃບຕອງ ຢູ່ໃນເຮືອໄຟ ມີດອກໄມ້, ທູບ, ທຽນ ແລ້ວນຳໄປລອຍລົງແມ່ນ້ຳໃກ້ບ້ານໃຜລາວ. ຖ້າບ້ານໃດບໍ່ມີແມ່ນ້ຳກໍຈະໄຫລເຮືອໄຟໂຄກຄືເຮັດຄ້າຍຄືກັບເຮືອນ້ອຍໆ ໄຕ້ທູບ, ໄຕ້ທຽນ, ດອກໄມ້ແລະ ນຳໄປຕັ້ງໃສ່ໜ້າເຮືອນຂອງຕົນເພື່ອໃຫ້ທຸກຄົນພາຍໃນຄອບຄົວໄດ້ມາຮ່ວມອະທິຖານຂໍສິ່ງດີໆໃນຊີວິດ.

Cr.KPL

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້