ມອບ-ຮັບສູນປ້ອງກັນ ແລະຄວບຄຸມພະຍາດສັດຂ້າມແດນລາວ-ຈີນ

ມື້ນີ້, ທີ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໄດ້ມີພິທີມອບ-ຮັບໂຄງການຊ່ວຍເຫຼືອລາວ ກ່ຽວກັບ ການປ້ອງກັນ ແລະຄວບຄຸມພະຍາດສັດ ຂ້າມຊາຍແດນລາວ-ຈີນ ຊຶ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ເປັນມູນຄ່າ 39 ລ້ານຢວນ ຫຼື ປະມານ 6 ລ້ານໂດລາ.


ໂຄງການນີ້ ມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືລະຫວ່າງ ສປ ຈີນ ແລະສປປລາວ ກ່ຽວກັບການຄວບຄຸມພະຍາດສັດຂ້າມຊາຍແດນ, ໃນນັ້ນ ໄດ້ກໍ່ສ້າງສູນເຝົ້າລະວັງ 1 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ແລະສະຖານີເຝົ້າລະວັງອີກ 2 ແຫ່ງ ແມ່ນຢູ່ແຂວງຜົ້ງສາລີ ແລະຫຼວງນ້ຳທາ, ລວມເນື້ອທີ່ທັງໝົດ 2 ພັນກວ່າຕາແມັດ, ປະກອບດ້ວຍອຸປະກອນການວິໄຈພະຍາດສັດ ແລະຝຶກອົບຮົມດ້ານວິຊາການໃຫ້ແກ່ຝ່າຍລາວ, ສຳລັບ ການປະຕິບັດວຽກຂອງໂຄງການແມ່ນແບ່ງອອກເປັນ 3 ໄລຍະຄື: ໄລຍະສຶກສາຄວາມເປັນໄປໄດ້, ໄລຍະກໍ່ສ້າງ 18 ເດືອນ ແລະໄລຍະຮ່ວມມືດ້ານວິຊາການ (2 ປີ) ແມ່ນເລີ່ມຈາກມື້ມອບ-ຮັບນີ້ເປັນຕົ້ນໄປ, ໂດຍຝ່າຍຈີນ ຈະສະໜັບສະໜູນຜູ້ຊ່ຽວຊານມາຝຶກອົບຮົມ ກ່ຽວກັບ ການນຳໃຊ້ເຄື່ອງມື-ເຕັກ ນິກການວິໄຈ ແລະດຳເນີນການເຝົ້າລະວັງດ້ານລະບາດວິທະຍາໃຫ້ແກ່ຝ່າຍລາວ.


ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ກ່າວວ່າ: ໂຄງການ ນີ້ ແມ່ນເໝາະສົມກັົົບເວລາ ແລະຖືກຕ້ອງຕາມຄວາມມຸ່ງໝາດປາດຖະໜາຂອງລັດຖະບານລາວ ທີ່ຈະໄດ້ນຳໃຊ້ສູນ, ສະຖານີໃໝ່ນີ້ ເພື່ອຮອງຮັບການເຝົ້າລະວັງ, ວິໄຈ ແລະຕອບໂຕ້ພະຍາດສັດຂ້າມຊາຍແດນ ໃຫ້ໄດ້ແຕ່ຫົວທີ, ຈະໃຊ້ເປັນເຄື່ອງມື ສຳລັບວິໄຈ ແລະຢັ້ງຢືນສຸຂະພາບສັດໃຫ້ແກ່ບັນດາໂຄງການລ້ຽງສັດ, ວຽກກັກກັນ ແລສຸຂານາໄມສັດ ເພື່ອສົ່ງອອກຈາກລາວ ສູ່ ຈີນ ທີ່ພາກເອກະຊົນກຳລັງມີການລົງທຶນຢູ່ໃນລາວ ແລະຖ້າບໍ່ມີສູນສະຖານີເຫຼົ່ານີ້ເກີດຂຶ້ນ ບັນດາໂຄງການພາກລັດ ກໍຄື ເອກະຊົນ ທີ່ມີຈຸດປະສົງຜະລິດສົ່ງອອກສັດໄປ ສປຈີນ ກໍຄົງຈະເປັນໄປບໍ່ໄດ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,