ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ ຈີນ ຊ່ວງຜ່ານແຂວງອຸດົມໄຊ ໄດ້ຮັບການຊົດເຊີຍແລ້ວ 250 ກວ່າຕື້ກີບ


ໃນໄລຍະຜ່ານມາທາງພາກສ່ວນທີ່ກ່ຽວຂ້ອງຂອງແຂວງອຸດົມໄຊ ສົມທົບກັບບໍລິສັດຂອງຈີນທີ່ຮັບເຫມົາໂຄງການກໍ່ສ້າງເສັ້ນທາງລົດໄຟ ຄວາມໄວສູງ ໄດ້ພ້ອມກັນເຄື່ອນໄຫວຊຳລະຄ່າຊົດເຊີຍຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການດ່ັງກ່າວແລ້ວ ໂດຍອີງໃສ່ບັນດາຂໍ້ມູນທີ່ລົງກວດກາຕົວຈິງ ແລະ ຊຳລະຕາມອັດຕາມມູນຄ່າທີ່ໄດ້ກຳນົດໄວ້ ມາຮອດປັດຈຸບັນແມ່ນມີມູນຄ່າທັງຫມົດ 250.89 ຕື້ກີບ 

ອີງຕາມການສະຫຼຸບລາຍງານຂອງພະແນກ ຍທຂ ແຂວງ ຕໍ່ກັບກອງປະຊຸມສະໄຫມສາມັນເທື່ອທີ່ 5 ຂອງສະພາປະຊາຊົນແຂວງອຸດົມໄຊ ຄັ້ງທີ 1 ເຫັນວ່າ ປັດຈຸບັນແມ່ນສຳເລັດໃນການເບີກຈ່າຍ ຫຼື ຊຳລະຄ່າຊົດເຊີຍງວດທຳອີດ ປະຈຳປີ 2017 ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຊ່ວງຜ່ານແຂວງອຸດົມໄຊ ແລ້ວ ເຊິ່ງມີຈຳນວນທັງຫມົດ 3 ເມືອງ, 32 ບ້ານ ຄື ເມືອງນາຫມໍ້ 10 ບ້ານ,ເມືອງໄຊ 12ບ້ານ ແລະ ເມືອງງາ 10 ບ້ານ ລວມເປັນເງິນທັງຫມົດ 250 ກວ່າຕື້ກີບ ໃນນັ້ນ ຢູ່ເມືອງນາຫມໍ້ ມີ 227 ກວ່າຕື້ກີບ, ເມືອງໄຊ 1 ຕື້ 3 ຮ້ອຍກວ່າລ້ານກີບ ແລະ ເມືອງງາ 20 ກວ່າຕື້ກີບ ໃນຈຳນວນຜູ້ທີ່ໄດ້ຮັບຜົນກະທົບດັ່ງກ່າວ ທັງຫມົດແມ່ນຮັບຜ່ານບັນຊີທະນາຄານ ທີ່ມີຢູ່ເມືອງຂອງຕົນ ເພື່ອເຮັດໃຫ້ສະດວກສະບາຍໃນການເບີກຈ່າຍ. ເຖິງຢ່າງໃດກໍຕາມ ກໍຍັງມີບາງຄອບຄົວທີ່ຍັງບໍ່ທັນໄດ້ຮັບ ເນື່ອງຈາກຕົນເອງຍັງບໍ່ທັນໄດ້ເປີດບັນຊີຢູ່ທະນາຄານ,ບາງຄອບຄົວແມ່ນຢູ່ຕ່າງເມືອງ,ຕ່າງແຂວງ ແລະ ບໍ່ຢາກຮັບເປັນງວດ ລໍຖ້າຮັບບາດດຽວພາຍຫຼັງການກໍ່ສ້າງສຳເລັດ.

ສ່ວນທິດທາງແຜນການໃນການຊໍາລະຄ່າຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບໃນງວດທີ່ 2 ທາງພາກສ່ວນທີ່ກ່ຽວຂ້ອງຂອງແຂວງອຸດົມໄຊ ໄດ້ມີການສະເໜີຫາບໍລິສັດຮ່ວມທຶນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ ຈີນ ເພື່ອສະຫຼຸບສັງລວມແລ້ວ ໃນມູນຄ່າ 64 ກວ່າຕື້ກີບ ໃນນັ້ນ ເມືອງນາຫມໍ້ 19 ຕື້ກວ່າກີບ,ເມືອງໄຊ 27 ຕື້ກວ່າກີບ ແລະ ເມືອງງາອີກຈຳນວນ 17 ຕື້ກວ່າກີບ. ເຊິ່ງຄາດວ່າຈະໄດ້ຮັບການແກ້ໄຂໃນໄວໆນີ້.tagแท็กรูปภาพ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: