ກອງ​ປະ​ຊຸມຜົນການສຶກສາຄົ້ນຄວ້າ ຄວາມເປັນຢູ່ທີ່ດີ ຂອງເດັກນ້ອຍໃນ ສ​ປ​ປລາວ

ທ້າຍ​ອາ​ທິດ​ຜ່າ​ນມາ, ທີ່ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບກະຊວງການຕ່າງປະເທດ ແລະ ອົງການ ອຸຍນີເຊັບ ປະຈຳ ສປປ ລາວ ຈັດພິທີເຜີຍແຜ່ບົດສຶກສາຄົ້ນຄວ້າ ກ່ຽວກັບ ການວິເຄາະບັນດາປັດໄຈເຖິງຄວາມ ເປັນຢູ່ທີ່ດີ ລວມທັງຜົນກະທົບຕໍ່ການພັດທະນາດ້ານຕ່າງໆ ຂອງເດັກນ້ອຍ ຢູ່ ສປປ ລາວ(MODA) ເຊິ່ງບົດວິເຄາະດັ່ງກ່າວ ຈະສະແດງໃຫ້ເຫັນເຖິງ ຄວາມສະຫລັບຊັບຊ້ອນຂອງຄວາມທຸກຍາກ ແລະ ຂາດເຂີນຂອງເດັກນ້ອຍຢູ່ ສປປ ລາວ ເພື່ອໃຫ້ ພາກລັດໄດ້ມີແຜນການ ວາງນະໂຍບາຍການພັດທະນາເດັກ ໃຫ້ແທດເໝາະກັບສະພາບຕົວຈິງ ຂອງເດັກໃນແຕ່ລະໄລຍະເກນອາຍຸ.

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ ກ່າວວ່າ: ການວິເຄາະບັນດາປັດໄຈ ທີ່ມີຜົນກະທົບຕໍ່ການພັດທະນາດ້ານຕ່າງໆຂອງເດັກ ຢູ່ ສປປ ລາວ ຍັງເປັນການປະກອບສ່ວນ ໃນການທົບທວນຄືນຄວາມຄືບໜ້າ ແລະ ການວາງແຜນ ເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບເດັກໂດຍກົງ ແນ່ໃສ່ຈັດຕັ້ງປະຕິບັດໂຕຊີ້ວັດດ້ານ ການພັດທະນາແບບຍືນຍົງ ທີ 1.2 ວ່າດ້ວຍ ການຫລຸດຜ່ອນອັດຕາຄວາມທຸກຍາກ ໃນທຸກດ້ານຂອງ ຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ ໃນທຸກເກນອາຍຸໃຫ້ໄດ້ເຄິ່ງໜຶ່ງ ພາຍໃນປີ 2030. ນອກຈາກນີ້, ບົດວິເຄາະດັ່ງກ່າວຈະເປັນພື້ນຖານ ໃນການສະໜອງຂໍ້ມູນ ເຂົ້າໃນບົດລາຍງານກາງສະໄໝ ຂອງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8, ກະກຽມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ການກະກຽມກອງປະຊຸມໂຕະມົນ ໃນເດືອນ ທັນວາ 2018 ນີ້.

ຜູ້ຕາງໜ້າຈາກສາມພາກສ່ວນ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງບົດວິເຄາະດັ່ງກ່າວ ແລະ ຫວັງວ່າຈະເປັນພື້ນຖານໃຫ້ແກ່ລັດຖະບານ ສປປ ລາວ ແລະ ອົງການຈັດຕັ້ງສາກົນ ໃນການນຳໃຊ້ເຂົ້າ ໃນການວາງແຜນນະໂຍບາຍແຫ່ງຊາດ ແລະ ເຊື່ອມສານບັນດາຕົວຊີ້ວັດຂອງ ເປົ້າໝາຍການພັດທະນາແບບຍືນຍົງ ທີ່ຕິດພັນກັບເດັກ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຕ່ລະໄລຍະຢ່າງຖືກຕ້ອງ ແລະ ເໝາະສົມເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດ ຂອງເດັກ ກໍຄື ຜູ້ສືບທອດ ໃນອະນາຄົດຂອງຊາດຕາມຫລັກການ “ບໍ່ປະຖີ້ມໃຜໄວ້ຂ້າງຫຼັງ” ຂອງວາລະການພັດທະນາແບບຍືນຍົງຂອງ ສປຊ ຮອດປີ 2030.

Cr.kpl
#insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...