ຮອງນາຍົກລັດຖະມົນຕີ ລົງຕິດຕາມການຍົກຍ້າຍຈັດສັນປະຊາຊົນຂອງໂຄງການເຂື່ອນໄຟຟ້າເຊຂະໜານ 1.

ໃນໂອກາດລົງເຄື່ອນໄຫວຢຽ້ມຢາມ ແລະ ຕິດຕາມຄວາມຄືບໜ້າ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເມືອງໜາມໄຊ ໃນລະຫວ່າງທ້າຍ​ອາ​ທິດ​ຜ່ານ​ມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກນາຍົກລັດຖະມົນຕີ ປະທານຄະນະກໍາມະການ ສະເພາະກິດແກ້ໄຂ ໄພພິພັດລະດັບຊາດ ພອ້ມດວ້ຍຄະນະ ໄດ້ສືບຕໍ່ຕິດຕາມໂຄງການ ຈັດສັນທີ່ຢູ່ອາໃສ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ເຂື່ອນໄຟຟ້າເຊຂະໜານ 1 ຢູ່ເມືອງ ຊານໄຊ, ແຂວງອັດຕະປື, ໂດຍມີອໍານາດການປົກຄອງເມືອງ ແລະ ປະຊາຊົນເມືອງຊານໄຊ ໃຫ້ການຕ້ອນຮັບ.

​ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດໂອ້ລົມພໍ່ແມ່ປະຊາຊົນ ແລະ ຄະນະຮັບຜິດຊອບໂຄງການ ກໍ່ສ້າງເຂື່ອນໄຟຟ້າເຊຂະໝານ 1, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ຮັບຜິດຊອບໂຄງການ ທີ່ໄດ້ເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດວຽກງານ ການຍົກຍ້າຍຈັດສັນທີ່ຢູ່ອາໃສ ແລະ ກໍ່ສ້າງບັນດາພື້ນຖານ ໂຄງລ່າງໃຫ້ແກ່ປະຊາຊົນ. ພ້ອມດຽວກັນນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ ອໍານນາດການປົກຄອງເມືອງ ເອົາໃຈໃສ່ປະສານສົມທົບກັບ ຜູ້ຮັບຜິດຊອບໂຄງການດັ່ງກ່າວ, ເພື່ອຈັດຕັ້ງປະຕິບັດ ດ້ານວຽກງານຕ່າງໆ ຕາມທີ່ໄດ້ຕົກລົງກັນໃນສັນຍາ ໃຫ້ສາມາດດຳເນີນໄປມີຜົນສໍາເລັດ ໂດຍສະເພາະແມ່ນວຽກງານຈັດສັນອາຊີບໃຫ້ປະຊາຊົນ, ການສ້າງເສດຖະກິດຄອບຄົວ, ການຈັດສັນເນື້ອ ທີ່ທໍາການຜະລິດ, ການຊຸກຍູ້ສົ່ງເສີມການປູກ-ການລ້ຽງ ແລະ ການຜະລິດເປັນສິນຄ້າ ຂອງປະຊາຊົນ; ເອົາໃຈໃສ່ເຂົ້າໃນການສະໜອງ ແນວພັນພຶດ-ສັດ, ວຽກງານ ສາທາລະນະສຸກ ໃຫ້ເອົາໃຈໃສ່ການ ຮັກສາສຸຂະພາບ ຂອງປະຊາຊົນ, ການສະໜອງນໍ້າສະອາດ, ນໍ້າກິນ-ນໍາໃຊ້ໃຫ້ປະຊາຊົນ.ທັງນີ້, ກໍ່ເພື່ອຟື້ນຟູຊິວິດ ການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນ ກະທົບໃຫ້ມີ ຊີວິດການເປັນ ຢູ່ທີ່ດີຂຶ້ນກວ່າເກົ່າ. ສໍາຄັນໃຫ້ຮີບຮ້ອນ ປັບປຸງກົງຈັກການຈັດຕັ້ງ ຂອງບ້ານໃຫ້ສໍາເລັດໂດຍໄວ ຕິດພັນກັບການເອົາໃຈໃສ່ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ຮັກສາຄວາມສາມັກຄີພາຍໃນບ້ານ.
​
ສຳລັບໂຄງການຈັດສັນບ້ານຫ້ວຍດຸມ ໄດ້ດໍາເນີນການຍົກຍ້າຍ ຈັດສັນມາແຕ່ ປີ 2014 ມີ 3 ບ້ານ ຄື: ບ້ານຫີນດໍາ, ບ້ານດອນແຄນ ແລະ ບ້ານຕັງເກີ, ມີ 815 ຄົວເຮືອນ. ນອກຈາກນີ້, ໂຄງ ການດັ່ງກ່າວ ຍັງໄດ້ມີການກໍ່ສ້າງພື້ນຖານ ໂຄງການພາຍໃນບ້ານ ເປັນຕົ້ນ ໂຮງຮຽນ, ສຸກສາລາ, ຕະ ຫລາດ, ວັດວາອາຮາມ ແລະ ອື່ນໆ ເຊິ່ງເຂດຈັດສັນບ້ານຫ້ວຍດຸມ ຄາດໝາຍຂອງ ການພັດທະນາ ແມ່ນຈະດໍາເນີນຮອດປີ 2036.

Cr.KPL
ພາບ​ປະ​ກອບ: laophattananews

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...