Friday, November 14, 2025
Kbank Laos โอน รับ จ่าย

ນີ້ລະຄັກສຸດ! ບໍ່ຕ້ອງລໍຖ້າເພິ່ງໃຜ? ຊາວບ້ານພາກັນສ້າງຂົວຂ້າມແມ່ນ້ຳເຊລະນອງຈົນສຳເລັດຮຽບຮ້ອຍ

ທ່ານ ກາຍອນ ນາຍບ້ານອາລ໋ອງເມືອງນອງ ໄດ້ໃຫ້ຮູ້ວ່າ: ການກໍ່ສ້າງຂົວຂ້າມເຊລະນອງນີ້ ທາງອຳນາດການປົກຄອງບ້ານອາລ໋ອງ ໄດ້ລະດົມ ພໍ່ແມ່ປະຊາຊົນພາຍໃນບ້ານອາລ໋ອງສາມັກຄີກັນສ້າງຂົວຂຶ້ນ ເພື່ອສະດວກໃນການທຽວໄປມາ ໂດຍມີແຮງງານທັງໝົດຈຳນວນ 130 ແຮງງານ ແບ່ງອອກເປັນ 11 ຈຸ ເຊີ່ງໃນແຕ່ລະຈຸນັ້ນແມ່ນມີຄວາມຮັບຜິດຊອບຈຸລະ 24 ແມັດ.

ໜ້າວຽກທີ່ເຮັດແມ່ນເອົາໄມ້ມາເຮັດເສົາຝັງຄ້ຳໄປຕາມໂງ່ນຫີນ ຫຼື ຫຼືບຫີນ ວາງຂາງຂົວດ້ວຍໄມ້ກົມໃຫ້ມີຄວາມແໜ້ນໜາຖາວອນ. ຫຼັງຈາກນັ້ນກໍ່ແມ່ນເອົາໄມ້ໄລ່ທີ່ຜ່າແລ້ວມາສານເປັນແຜ່ນເພື່ອປູພື້ນຂົວຕໍ່ກັນ ນຳໄຊ້ເຫຼັກຕະປູຕອກ ແລະ ຫຼວດມັດເພື່ອໃຫ້ແໜ້ນໜາ ຂົວແຫ່ງນີ້ສ້າງຢູ່ຈຸດແກ້ງຫຼວງຂ້າມໄປຫາບ້ານອາລ໋ອງ ເຊີ່ງມີຂະໜາດກວ້າງ 2 ແມັດກວ່າ, ຍາວ 260 ແມັດ ຂົວແຫ່ງນີ້

ຫຼັງຈາກກໍ່ສ້າງສຳເລັດ ແມ່ນເອື້ອອຳນວຍຄວາມສະດວກໃນການໄປມາຫາສູ່ແລກປ່ຽນສີນຄ້າຮ່ວມກັນຢ່າງສະດວກສະບາຍຫຼາຍຂຶ້ນ ບໍ່ວ່າຈະເປັນ ຄົນ,ລົດຈັກ,ລົດໄຖນາກໍສາມາດແລ່ນຜ່ານໄດ້.

ນອກຈາກນີ້ ຍັງສ້າງລາຍຮັບເຂົ້າບ້ານຈຳນວນຫຼາຍລ້ານກີບຕໍ່ປີໂດຍການເກັບຈາກພໍ່ຄ້າ ແມ່ຄ້າຜູ້ທີ່ແກ່ສີນຄ້າຜ່ານຂົວດັ່ງກ່າວ ແລະ ຍັງເປັນການດຶງດູດແຂກພາຍໃນ ແລະ ຕ່າງປະເທດທີ່ຢາກມາທ່ຽວຊົມ ແລະ ສຳພັດກັບທຳມະຊາດທີ່ສວຍສົດງົດງາມຂອງທຳມະຊາດແກ້ງຫຼວງ ຫຼື ແກ້ງອາລ໋ອງ, ຂົວດັ່ງກ່າວນີ້ຈະໄຊ້ໃດ້ຈົນໄປຮອດໃນໄລຍະລະດູຝົນ ແລະ ກໍ່ສ້າງໃໝ່ທຸກໆປີຫຼັງຈາກສີ້ນສຸດລະດູຝົນ,ໂດຍໄດ້ເລີ່ມກໍ່ສ້າງຕັ້ງແຕ່ຕົ້ນເດືອນພະຈິກເປັນຕົ້ນໄປ ແລະ ກໍ່ໄດ້ນຳໄຊ້ໄມ້ທີ່ມີຕາມທຳມະຊາດ ເປັນຕົ້ນແມ່ນ ໄມ້ກົມຊະນິດຕ່າງໆ ເພື່ອນຳມາເຮັດເສົາ ແລະ ຂາງຂົວ 5.600 ລໍາ ແລະ ໄມ້ໄລ່ 7.000 ລໍາ ຈື່ງຈະພຽງພໍກັບການສ້າງຂົວໃນແຕ່ລະປີ. ໂດຍນໍາໄຊ້ເຕັກນິກ ແລະ ພູມປັນຍາຂອງຊາວບ້ານເອງ.
#insidelaos
Cr.ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.