Monday, May 19, 2025
Kbank Laos โอน รับ จ่าย

ການກໍ່ສ້າງໂຮງຮຽນ ທີ່ໂຮງຮຽນປະຖົມສົມບູນພັນໄຊ ຄືບໜ້າ 30%

ໃນຕອນເຊົ້າຂອງມື້ນີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຊຸກຍູ້, ຕິດຕາມ-ກວດກາ ເບິ່ງຄວາມຄືບໜ້າ ໃນການກໍ່ສ້າງອາຄານໂຮງຮຽນຫຼັງໃໝ່ ຢູ່ໂຮງຮຽນປະຖົມສົມບູນພັນໄຊ, ເມືອງຊຳເໜືອ, ແຂວງຫົວພັນ. ໂດຍມີການນຳຂອງແຂວງຫົວພັນ, ຄູອາຈານ ແລະ ນັກຮຽນ ໂຮງຮຽນດັ່ງກ່າວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ອາຄານໂຮງຮຽນຫຼັງນີ້ ແມ່ນຄອບຄົວຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີມອບເປັນຂອງຂວັນ ໃຫ້ແກ່ອົງການປົກຄອງ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໂດຍການສຳໜັບສະໜູນທຶນ ຈາກທະນາຄານ ເອັດທີ (ST Bank), ເປັນອາຄານກໍ່ສອງຊັ້ນ, ມີຂະໜາດ 9 x 33 ແມັດ, ປະກອບມີ 6 ຫ້ອງຮຽນ, 2 ຫ້ອງການຄູອາຈານ, ສາມາດຮອງຮັບນັກຮຽນ ເຂົ້າຮຽນໄດ້ 200 ກວ່າຄົນ, ມູນຄ່າການກໍ່ສ້າງທັງໝົດ 2,4 ຕື້ກີບໂດຍແມ່ນບໍລິສັດ ໄຊເສດຖາ ກໍ່ສ້າງຂົວທາງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ເດືອນກັນຍາ 2018, ປະຈຸບັນ ມີຄວາມຄືບໜ້າປະມານ 30% ແລະ ຈະໃຫ້ສຳເລັດ 100% ໃນເດືອນເມສາ 2019. ປະຈຸບັນ ໂຮງຮຽນປະຖົມສົມບູນພັນໄຊ ມີນັກຮຽນ ແຕ່ຊັ້ນ ປ1-ປ5 ລວມທັງໝົດ 196 ຄົນ, ມີຄູອາຈານ ຈໍານວນ 9 ທ່ານ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ຄູອາຈານ ໂດຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ຂອງບໍລິສັດ ແລະ ຄູອາຈານ ທີ່ສາມາດປະຕິບັດໜ້າທີ່ວຽກງານຂອງຕົນ ມີຜົນສຳເລັດເປັນກ້າວໆ. ພ້ອມກັນນັ້ນ ທ່ານຍັງໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ ຕໍ່ວຽກງານການກໍ່ສ້າງໂຮງຮຽນດັ່ງກ່າວ ໃຫ້ໄດ້ມາດຕະຖານ, ຖືກຕ້ອງຕາມເຕັກນິກວິຊາການ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້. ນອກຈາກນັ້ນ ກໍ່ຍັງໄດ້ເນັ້ນໜັກໃຫ້ຄູອາຈານ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງໂຮງຮຽນ ກໍ່ຄື ທ້ອງຖິ່ນຂອງຕົນ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ໝັ້ນຄົງຍາວນານ; ເອົາໃຈໃສ່ ຕໍ່ວຽກງານການສິດສອນ ກໍ່ຄືການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສຳເລັດໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ, ທີ່ສຳຄັນແມ່ນສິດສອນນັກຮຽນ ໃຫ້ຮຽນເກັ່ງ, ມີຄຸນນະພາບ, ສາມາດແຂ່ງຂັນໄດ້ ແລະ ກາຍເປັນຜູ້ສືບທອດທີ່ດີ ໃນອະນາຄົດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້