ບໍ່ໜ້າເຊື່ອ! ສປປ ລາວ ມີຄົນຕາຍຍ້ອນວັນນະໂລກ ປະມານ 12.000 ຄົນ


ທ້າຍອາທິດຜ່ານມາ ທີ່ແຂວງວຽງຈັນ, ສູນຄວບຄຸມວັນນະໂລກ ກະຊວງສາ ທາລະນະສຸກ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວ ວຽກງານຄວບຄຸມວັນນະໂລກ ປະຈຳປີ 2017 ແລະ ຄວາມຄືບໜ້າ 6 ເດືອນຕົ້ນປີ 2018 ຂອງບັນດາແຂວງພາກກາງ ແລະ ໂຮງໝໍສູນກາງ, ໂດຍມີພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມຫລາຍກວ່າ 50 ທ່ານ. ຈຸດປະສົງ ເພື່ອແລກປຽນບົດ ຮຽນສະຫລຸບການເຄື່ອນໄຫວວຽກງານ ຄວບຄຸມວັນນະໂລກໃນປີຜ່ານມາ, ຄວາມຄືບໜ້າປີ 2018 ແລະ ວາງແຜນ ປີ 2019.

ທ່ານ ດຣ. ນາງ ພອນນາລີ ຈິດຕະມະນີ ຫົວໜ້າສູນຄວບຄຸມວັນນະໂລກ ໄດ້ກ່າວວ່າ: ປັດໄຈສຳຄັນ ທີ່ກໍ່ໃຫ້ເກີດເປັນພະຍາດດັ່ງກ່າວ, ແມ່ນຍ້ອນຄວາມທຸກຍາກ ຊຶ່ງຄົນສ່ວນ ໃຫຍ່ຈະຢູ່ໃນກຸ່ມອາຍຸ 15–55 ປີ ເປັນໄລຍະກຳລັງທຳການຜະລິດ ແລະ ເປັນຜູ້ຊາຍຫລາຍກວ່າຜູ້ຍິງ 2 ຕໍ່ 1, ເຊິ່ງເປັນຜົນກະທົບຕໍ່ເສດຖະກິດຄອບຄົວ ແລະ ສັງຄົມໜັກພໍສົມຄວນ. ວັນ ໂລກເປັນພະຍາດຕິດແປດ ແລະ ຍັງເປັນບັນຫາສຳຄັນ ໃນຂົງເຂດວຽກງານສາທາລະນະສຸກ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງຊ່ວຍກັນປະກອບສ່ວນ ປະຕິບັດວຽກງານ ຄວບຄຸມວັນນະໂລກ ແລະ ວາງແຜນການ ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານດັ່ງກ່າວໃຫ້ສຳເລັດ.

ລາຍງານວ່າ: ດ້ານລະບາດວິທະຍາວັນນະໂລກໃນ ສປປ ລາວ ປີ 2017 ຜ່ານມາ, ມີການຄາດຄະເນ ການເກີດເປັນວັນນະໂລກໃໝ່ (Incidence) 168/100.000 ຄົນ (ປະມານ 12.000 ຄົນ), ຈຳນວນຄົນຕາຍຍ້ອນວັນນະໂລກ 41/100.000 ຄົນ (ປະມານ 3.000 ຄົນ). ອັດຕາການ ຊອກຄົ້ນ ຫລື ຄົ້ນພົບກໍລະນີຍັງເຫັນວ່າຕ່ຳ ເມື່ອທຽບໃສ່ອັດຕາຄວາມຊຸກຊຸມແລ້ວ ເຫັນວ່າໄດ້ພຽງ 50%ເທົ່ານັ້ນ, ເຫັນໄດ້ວ່າຍັງມີກໍ ລະນີວັນນະໂລກ ຈຳນວນຫລາຍ ທີ່ຍັງລີ້ຊ່ອນ ຢູ່ໃນ ຊຸມຊົນ ບໍ່ໄດ້ຖືກບົ່ງມະຕິ ແລະ ຮັບການປິ່ນປົວ.

Cr.KPL
#insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...