Monday, April 21, 2025

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ທີ່ ສິງກະໂປ


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນແລງຂອງມື້ວານນີ້, ທີ່ປະເທດສິງກະໂປ (ປະທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.

ຜູ້ນຳອາຊຽນ ໄດ້ປຶກສາຫາລື ກ່ຽວກັບການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອໃຫ້ອາຊຽນມີຄວາມສາມາດປັບຕົວ ແລະ ຮັບມືກັບສີ່ງທ້າທາຍຕ່າງໆ ໄດ້ຢ່າງທັນການ ໂດຍສະເພາະ ໃນຍຸກເສດຖະກິດດີຈີຕອນ ແລະ ການປະຕິວັດ ອຸດສາ ຫະກຳ 4.0 ທີ່ເຕັກໂນໂລຊີ ມີການພັດທະນາຢ່າງໄວວາ.

ພ້ອມນີ້, ຜູ້ນຳອາຊຽນ ຍັງໄດ້ສະແດງຄວາມຍິນດີ ທີ່ບັນດາຂະແໜງ ການກ່ຽວຂ້ອງ ພາຍໃຕ້ສາມເສົາຄໍ້າ ປະຊາຄົມອາຊຽນ ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025, ຈັດຕັ້ງປະຕິບັດບັນດາ ແຜນແມ່ບົດປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ຈັດຕັ້ງປະຕິບັດ ແຜນວຽກ ຂອງຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ແຜນແມ່ບົດ ເພື່ອການເຊື່ອມຈອດອາຊຽນ 2025 ມີຜົນສຳເລັດເປັນກ້າວໆມາ.

ຜູ້ນຳອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືກັບພາຍນອກ, ໂດຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການ ພົວພັນຮ່ວມມື ກັບປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມມື ພາຍນອກອາຊຽນ ໃນໄລຍະຜ່ານມາ ແລະ ໄດ້ຢໍ້າຄືນບົດບາດນຳພາ ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງພາກພື້ນ ແລະ ກົນໄກຕ່າງໆ ທີ່ອາຊຽນເປັນຜູ້ສ້າງຂຶ້ນ. ຜູ້ນຳອາຊຽນ ໄດ້ເຫັນດີໃຫ້ສືບຕໍ່ຮັດ ແໜ້ນການຮ່ວມມືກັບພາຍນອກ ເພື່ອເປັນການປະກອບສ່ວນ ສ້າງປະຊາຄົມອາຊຽນ ໃຫ້ນັບມື້ ນັບເຂັ້ມແຂງ ກໍ່ຄືປະກອບສ່ວນເຂົ້າໃນການ ປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກໂດຍລວມ.

ກອງປະຊຸມສຸດຍອດຄັ້ງນີ້, ຍັງໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ສະພາບການຢູ່ຕາເວັນອອກກາງ, ແຫລມເກົາຫລີ ແລະ ອື່ນໆ, ເຊິ່ງໂດຍລວມເຫັນວ່າ ມີຄວາມຄືບໜ້າໄປໃນທາງບວກ ອັນເປັນທ່ວງທ່າທີ່ດີຕໍ່ ການສ້າງ​ສັນຕິພາບ ​ແລະ ສະຖຽນລະ​ພາບ​ໃນ​ພາກພື້ນ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫລງການ ແຫ່ງການປະພຶດ ຂອງບັນດາຝ່າຍ ໃນທະເລຈີນໃຕ້, ລວມທັງການ​ປຶກສາ​ຫາລືຮ່າງກົດ​ແຫ່ງ​ການ​ປະພຶດ ທີ່ໄດ້​ເລີ່​ມເຈລະຈາຕັ້ງ​ແຕ່​ຕົ້ນປີ 2018 ຜ່ານ​ມາ.

ຜູ້ນຳອາຊຽນ ໄດ້ຮັບຮອງເອົາ 7 ເອກະສານສຳຄັນ ຄື: (1) ເອກະສານ ແຜນວຽກ ເຄືອຂ່າຍ ເມືອງອັດສະລິຍະອາຊຽນ, ເຊິ່ງເປັນບູລິມະສິດຂອງ ສິງກະໂປ ໃນນາມປະທານ ປີ 2018; (2) ຖະແຫລງການ ກ່ຽວກັບລະບຽບການ ວ່າດ້ວຍການຊ່ວຍເຫລືອ ດ້ານກົງສຸນແກ່ພົນລະເມືອງອາຊຽນ ຢູ່ປະເທດທີ່ສາມ; (3) ແຜນແມ່ບົດສົ່ງເສີມອາຊຽນ 2025: ການສົ່ງ ເສີມສິດທິຂອງຄົນພິການ; (4) ຖະແຫລງການອາຊຽນ ວ່າດ້ວຍການຮັບຮອງເອົາ ວັນຊາວໜຸ່ມອາຊຽນ ໃນການຈັດຕັ້ງປະຕິບັດ ບັນຫາການປ່ຽນແປງດິນຟ້າອາກາດ ແລະ ຄວາມພ້ອມ ໃນການຮັບມື ກັບໄພພິບັດ; (5) ຖະແຫລງການອາຊຽນ ວ່າດ້ວຍ ການສົ່ງເສີມອາຊີບສີຂຽວ ເພື່ອຄວາມສະເໝີພາບ ແລະ ການເຕີບໂຕແບບ ມີສ່ວນຮ່ວມ ຂອງປະຊາຄົມອາຊຽນ; (6) ຖະແຫລງການຮ່ວມອາຊຽນ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ນຳສະເໜີຕໍ່ກອງປະຊຸມລັດພາຄີຕໍ່ສັນຍາ ສປຊ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 24; ແລະ (7) ຖະແຫລງການຮ່ວມອາຊຽນ ຕໍ່ກອງປະຊຸມລັດພາຄີ ຂອງສົນທິສັນຍາ ວ່າດ້ວຍຄວາມຫລາກຫລາຍ ດ້ານຊີວະນາໆພັນຄັ້ງທີ 14.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.