Monday, May 19, 2025
Kbank Laos โอน รับ จ่าย

ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການປະຕິວັດອຸດສາຫະກຳຄັ້ງທີ 4.

ບໍ່ດົນມານີ້, ທີ່ຖໍ້າຊ້າງລອດ ເມືອງວຽງໄຊ ແຂວງຫົວພັນ, ກະຊວງວິ ທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດກອງປະຊຸມສຳມະນາ ວິທະຍາສາດ ກ່ຽວກັບການປະ ຕິວັດອຸດສາຫະກຳຄັ້ງທີ 4 ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ກຳມະ ການສູນກາງພັກ ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າ ແຂວງຫົວພັນ.

ຂະບວນຄາລາວານ ນັກວິທະຍາສາດລາວ ຫວນຄືນສູ່ເມືອງວຽງໄຊ ຖານທີ່ໝັ້ນ ຂອງການປະຕິວັດລາວ ປີນີ້ຄົບຮອບ 50 ປີ. ເມືອງວຽງໄຊ, ໃນເມື່ອກ່ອນເປັນນະຄອນຫລວງຂອງການປະຕິວັດລາວ, ເປັນອູ່ກໍາເນີດຂອງການປະຕິວັດລາວໃນທົ່ວປະເທດ. ເມືອງວຽງໄຊ, ເປັນດັ່ງລັດເອກະລາດ ແຫ່ງໜຶ່ງ ຂອງເຂດປົດປ່ອຍ ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການປົດປ່ອຍ ໃນຂອບເຂດທົ່ວປະເທດ. ເມືອງວຽງໄຊ ບໍ່ພຽງແຕ່ເປັນບ່ອນສ້າງ ກຳລັງປ້ອງກັນຊາດ, ສູນກາງທາງ ດ້ານເສດຖະກິດ ແລະ ການຄຸ້ມຄອງບໍລິຫານຕ່າງໆ ແຕ່ຍັງເປັນໃຈກາງ ແຫ່ງວັດທະນະທຳ-ສັງຄົມ ໃນສະໄໝນັ້ນ, ສູນກາງພັກ ແລະ ແນວລາວຮັກຊາດ ມີວິໄສທັດເບິ່ງກວ້າງມອງໄກ ເລີ່ມແຕ່ເວລານັ້ນມາ. ນອກຈາກສ້າງກຳລັງປະຕິວັດ ເຂັ້ມແຂງແລ້ວຍັງໄດ້ສ້າງ ບັນດາໜໍ່ແໜງນັກຮຽນ, ນັກສຶກສາເພື່ອໃຫ້ພັດທະນາ ກ້າວຂຶ້ນມາເປັນນັກວິທະນາສາດລາວໃນປັດຈຸບັນ. ສະນັ້ນຂະບວນການເຄື່ອນໄຫວ ຂອງນັກວິທະຍາສາດລາວ ທຸກມື້ນີ້ມີຄວາມເຂັ້ມແຂງ ກໍ່ຍ້ອນມີເມືອງວຽງໄຊ ໃນເມື່ອກ່ອນເປັນບ່ອນ ອົບຮົມບົ່ມເພາະ ສ້າງນັກວິທະຍາສາດລາວເຮົາ. ການເປີດກອງປະຊຸມ ສຳມະນາວິທະຍາສາດ ເພື່ອຄົ້ນຄວ້າບັນຫາ ການປະຕິວັດອຸດສາຫະກຳຄັ້ງທີ 4 ໃນຄັ້ງນີ້, ຈຶ່ງມີຄວາມສໍາຄັນທີ່ສຸດ ຕໍ່ການປະຕິວັດ ຂອງພວກເຮົາ. ເວົ້າລວມ, ເວົ້າສະເພາະ ແມ່ນນັກວິທະຍາສາດລາວ ເປັນຜູ້ຄົ້ນຄວ້າ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການພັດທະນາປະເທດຊາດ ເພື່ອເຊື່ອມໂຍ່ງກັບພາກພື້ນ ແລະ ສາກົນ. ທັງເປັນການນຳເອົາ ວິທະຍາສາດເຕັກໂນໂລຊີ ມາພັດທະນາປະເທດຊາດເຮົາ ເພື່ອໃຫ້ສຳເລັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງພາລະບົດບາດ ຂອງວິທະຍາສາດ ແລະ ເຕັກໂນໂລຊີຕໍ່ການພັດທະນາເສດຖະກິດ-ສັງຄົມ, ຄວາມຮູ້ພື້ນຖານ ກ່ຽວກັບການປະຕິວັດ ອຸດສາຫະກໍາ ຄັ້ງທີ 4, ຄວາມຮູ້ພື້ນຖານ ກ່ຽວກັບອິນເຕີເນັດແຫ່ງສັບພະສິ່ງ, ຖານຂໍ້ມູນມະຫາສານ ແລະ ກຸ່ມຂໍ້ມູນຜູກພັນ, ຄວາມຮູ້ພື້ນຖານ ກ່ຽວກັບປັນຍາດິດ, ຫຸ່ນຍົນ ແລະ ພາຫະນະບໍ່ມີີ ຄົນຂັບຂີ່ໃນຍຸກ 4.0, ການປະຕິບັດການຈັດຕັ້ງ ແລະ ການສ້າງບຸກຄະລາກອນຂອງ ສປປ ລາວ, ວຽກງານມາດຕະຖານ, ວັດເແທກ ແລະ ກວດກາຄຸນນະພາບ, ການຄຸ້ມຄອງ ແລະ ບໍລິການວຽກຊັບສິນ ທາງປັນຍາໃນຍຸກ 4.0, ໃຫ້ກຽດເຂົ້າຮ່ວມ ກອງປະຊຸມສຳມະນາຄັ້ງ, ມີບັນດາ ທ່ານຮອງລັດຖະມົນຕີ ກວຕ , ຫົວໜ້າກົມ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ທົ່ວປະເທດ ແລະ ແຂກຖືກເຊີນຈາກພະແນການ, ກົມກອງອ້ອມຂ້າງ ເທດສະບານແຂວງ, ການນຳເມືອງວຽງໄຊ ເຂົ້າຮ່ວມ 200 ກວ່າທ່ານ.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້