ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອໂພຊະນາການສາກົນ ຈັດເຝີກອົບຮົມຫົວຂໍ້:ຫຼັກສູດການທົບທວນຄວາມຮູ້ໃນການເປັນຄູເຝີກກ່ຽວກັບການລິເລີ່ມຫຼັກສູດການເຊື່ອມໂຍງກະສິກຳການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ໂພຊະນາການ ຂຶ້ນວັນທີ 13-15 ພະຈິກ 2018ທີ່ບໍລິສັດທີ່ປືກສາດ້ານວິສາຫະກິດ ແລະ ການພັດທະນາ (EDC) ນະຄອນຫຼວງວຽງຈັນ ມີທ່ານ ມັນເຟຣດ ແບັດຈ໌ຫົວໜ້າທີມໂຄງການ NUFNIP ອົງການການ HELVETAS ປະຈຳລາວ ຄູ່ຮ່ວມງານຈາກຫ້ອງການສາທາລະນະສຸກຕາງໜ້າສະຫະພັນແມ່ຍິງຈາກບັນດາເມືອງເປົ້າໝາຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ເພື່ອທົບທວນຄືນກ່ຽວກັບຄວາມຮູ້ໃນການເປັນຄູເຝີກການລິເລີ່ມຫຼັກສູດ ການເຊື່ອມໂຍງກະສິກຳ ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ໂພຊະນາການ ເພື່ອເພີ່ມຄວາມາອາດສາມາດ ແລະ ຄວາມໝັນໃຈໃຫ້ແກ່ວິຊາການຂອງລາວໃນການເປັນຄູເຝີກກ່ຽວກັບວຽກງານດັ່ງກ່າວໂດຍສະເພາະຢູ່ຂັ້ນບ້ານໃຫ້ມີຜົນສຳເລັດ ສຳລັບຫຼັກສູດທີ່ນຳມາອົບຮົມແມ່ນວິທີ ການແບບປະສົມປະສານ ເພື່ອແກ້ໄຂບັນຫາການຂາດໂພຊະນາການໃນເດັກນ້ອຍ ແລະ ແມ່ຍິງຖືພາ ແລະ ແມ່ຍິງທີ່ລ້ຽງລູກດ້ວຍນົມແມ່ເປັນວິທີການທີ່ຊີ້ໃຫ້ເຫັນເຖິງສາເຫດຂອງການຂາດໂພຊະນາການແບບກະທັນຫັນ ແລະ ແບບມີປັດໄຈກະທົບທີ່ມີຄວາມກ່ຽວຂ້ອງກັບຄວາມໝັ້ນຄົງດ້ານສະບຽງອາຫານການກິນອາຫານການເບິ່ງແຍງ ແລະ ລ້ຽງດູວຽກງານສຸຂະອະນາໄມ ແລະ ສຸຂະພິບານ ການເຂົ້າເຖິງການບໍລິການດ້ານຕ່າງໆ (ສຸຂະພາບກະສິກຳ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ).
ເຊິ່ງສຳມະນາກອນຈະໄດ້ຮຽນຮູ້ປຶ້ມຄູ່ມືກ່ຽວກັບການດຳເນີນກິດຈະກຳການໃຫ້ຄວາມຮູ້ໃນຂັ້ນບ້ານທີ່ດຳເນີນໂຄງການວຽກງານດັ່ງກ່າວເຊິ່ງເປັນການເຝີກອົບຮົມທີ່ຖືກອອກແບບມາເພື່ອໃຫ້ເປັນປະໂຫຍດ ແລະ ແທດເໝາະກັບສະພາບຕົວຈິງຂອງລາວເຮົາ ໃນນັ້ນຫຼັກສູດປະກອບມີ 8 ພາກ ພ້ອມດ້ວຍເອກະສານຊ້ອນທ້າຍຈຳນວນໜຶ່ງທີ່ເປັນຮູບພາບ ແລະ ວິທີການເຮັດກິດຈະກຳໃນການໃຫ້ຄວາມຮູ້ໃນຂັ້ນບ້ານພາຍຫຼັງທີ່ສຳເລັດອົບຮົມໃນພາກທິດສະດີແລ້ວຍັງໄດ້ຈັດຕັ້ງປະຕິບັດກິດຈະກຳຕົວຈິງຢູ່ຂັ້ນບ້ານເພື່ອແນໃສ່ເຮັດການປະຕິບັດວຽກງານໃນພຶດຕິກຳຕົວຈິງມີຜົນສຳເລັດຕາມຄາດໝາຍ.
Cr.Vientianemai
#insidelaos