Sunday, November 9, 2025
Kbank Laos โอน รับ จ่าย

ລັດຖະບານ ຄາດລາຍຮັບປີນີ້ຈະໄດ້ເກີນແຜນ ສ່ວນລາຍຈ່າຍປະມານ 32 ພັນກວ່າຕື້

ການຈັດເກັບລາຍຮັບງົບປະມານຂອງລັດຖະບານ ໃນປີນີ້ຄາດວ່າຈະໄດ້ເກີນແຜນເລັກໜ້ອຍ ປະມານ 25.496 ຕື້ກວ່າກີບ ເທົ່າກັບ 100,17% ຂອງແຜນການປີ. ໃນນີ້, ລາຍຮັບພາຍໃນ 22.421 ຕື້ກວ່າກີບ ເທົ່າກັບ 98,77% ເຊິ່ງການເພີ່ມຂຶ້ນດັ່ງກ່າວແມ່ນຍ້ອນມີລາຍຮັບພາຍໃນຂອງບາງຂະແໜງການທີ່ຄາດວ່າຈະຈັດເກັບໄດ້ເກີນແຜນຍ້ອນມີລາຍໄດ້ຈາກການຊໍາລະໜີ້ຂອງລັດວິສາຫະກິດ, ເງິນປັນຜົນຈາກການຂາຍຮຸ້ນ, ລາຍຮັບຈາກຂະແໜງ ວິຊາການເພື່ອຈົດຮັບ-ຈົດຈ່າຍທັງສູນກາງ ແລະ ທ້ອງຖິ່ນ. ຂະນະທີ່ ລາຍຈ່າຍຈະຢູ່ໃນລະດັບ 32.692,74 ຕື້ກີບ ຫຼື ປະມານ 99,64% ຂອງແຜນການປີ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2018 ແລະທິດທາງແຜນປີ 2019 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ຜ່ານການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ ປີ 2018 ເຫັນວ່າໄດ້ດີສົມຄວນຖ້າທຽບໃສ່ໄລຍະດຽວກັນຂອງປີ 2017, ລາຍຮັບທັງໝົດສາມາດປະຕິບັດໄດ້ 67,04% ຂອງແຜນການປີ (ເພີ່ມຂຶ້ນ15,5%). ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 69,69% ຂອງແຜນການປີ (ເພີ່ມຂຶ້ນ 17,7% ທຽບ ໃສ່ປີ 2017), ແຕ່ລາຍຮັບຈາການຊ່ວຍເຫຼືອລ້າມີທ່າອ່ຽງຫຼຸດລົງປະມານ 45,20% ຂອງແຜນການປີ (ຫຼຸດຈາກປີຜ່ານມາ 6,85%). ສ່ວນລາຍຈ່າຍປະຕິບັດໄດ້ 68,16% (ເພີ່ມຂຶ້ນ 14,8% ທຽບໃສ່ປີ 2017), ບັນດາລາຍຈ່າບູລິມະສິດສາມາດປະຕິບັດໄດ້ຕາມແຜນການ ແລະທັນເວລາ ເປັນຕົ້ນແມ່ນ: ລາຍຈ່າຍເງິນເດືອນ, ເງິນນະໂຍບາຍຕ່າງໆ ປະຕິບັດໄດ້ 70% ຂອງແຜນການ, ຊໍາລະໜີ້ສິນ 74,64%. ນອກນັ້ນ, ຍັງແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍຫຼາຍຮູບການ ເຊັ່ນ: ຊໍາລະໜີ້ດ້ວຍແຫຼ່ງທຶນປົກກະຕິ, ອ່ວຍໜີ້ 3 ແຈ ແລະ ການຊໍາລະຄືນຕົ້ນທຶນພັນທະບັດລົງທຶນ.

ທ່ານກ່າວຕື່ມວ່າ: ຄາດຄະເນການຂາດດຸນງົບປະມານ ຈໍານວນ 7.196,59 ຕື້ກີບ ຫຼື ປະມານ 4,72% ຂອງຈີດີພີ (ແຜນຂາດດູນທີ່ສະພາຮັບຮອງ ຈໍານວນ 7.357,41 ຕື້ກີບ ຫຼື ເທົ່າກັບ 4,92% ຂອງຈີດີພີ, ຕົວເລກຈີດີພີຄາດວ່າຈະບັນລຸໄດ້ 152.425 ຕື້ກີບ). ການລະດົມແຫຼ່ງທຶນເພື່ອດຸນດ່ຽງດ້ານງົບປະມານປີ 2018 ແມ່ນປະຕິບັດຕາມແຜນການເປັນສ່ວນໃຫຍ່ ແລະ ກໍາລັງດໍາເນີນການລະດົມທຶນຈາກຕ່າງປະເທດ ແລະ ສະຖາບັນການເງິນຕ່າງໆໃຫ້ພຽງພໍກັບຄວາມຕ້ອງການໃນການເບີກຈ່າຍໃນປີ ພ້ອມທັງສໍາເລັດຂັ້ນຕອນການກະກຽມເພື່ອທົດລອງອອກຈໍາໜ່າຍບັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວໃນທ້າຍປີ 2018.

ຂະນະທີ່ ອັດຕາເງິນເຟີ້ມີທ່າອ່ຽງເພີ່ມຂຶ້ນຈາກ 0,95% ໃນເດືອນມັງກອນ 2018 ມາເປັນ 2,08% ໃນ 9 ເດືອນປີ 2018 ເຊິ່ງນອນຢູ່ໃນແຜນການກໍານົດບໍ່ໃຫ້ເກີນ 5%, ສະເພາະເດືອນກັນຍາ 2018 ອັດຕາເງິນເຟີ້ແມ່ນ 3,06%; ປະລິມານເງິນຈໍລະຈອນ (M2) ໃນລະດັບ 9,89% ໃນເດືອນ 9/2018 ເຊິ່ງແຜນການບໍ່ເກີນ 25% ເຫັນວ່າຕໍ່າກວ່າກໍານົດ; ອັດຕາແລກປ່ຽນເງິນກີບທຽບໃສ່ເງິນໂດລາສະເລ່ຍອ່ອນຄ່າ 3,78% ແລະ ເງິນກີບທຽບໃສ່ເງິນບາດອ່ອນຄ່າ 4,50% (ສະເລ່ຍ 9ເດືອນ) ທຽບໃສ່ກັບປີຜ່ານມາ; ຄັງສໍາຮອງເງິນຕາຕ່າງປະເທດຮອດເດືອນ 9/2018 ກຸ້ມການນໍາເຂົ້າ 3,51 ເດືອນ ຕໍ່າກວ່າແຜນການທີ່ກໍານົດໄວ້ບໍ່ໃຫ້ຫຼຸດ 5 ເດືອນ, ທຽບໃສ່ທ້າຍປີ 2017 ຫຼຸດລົງ (ປີ 2017 ກຸ້ມ 4,4 ເດືອນ); ຍອດເງິນຝາກຂອງທະນາຄານທຸລະກິດກວມເອົາ 55,82% ຂອງຈີດີພີ (ແຜນການ 66% ຂອງຈີດີພີ) ແລະຍອດເຫຼືອສິນເຊື່ອຂອງທະນາຄານທຸລະກິດທ້າຍເດືອນ 9/2018 ກວມເອົາ 48,88% ຂອງຈີດີພີ (ແຜນການ 55% ຂອງຈີດີພີ). ສ່ວນອັດຕາໜີ້ບໍ່ເກີດດອກອອກຜົນ (NPL) ຢູ່ໃນລະດັບ 3,09% ຂອງຍອດສິນເຊື່ອທັງໝົດ (ແຜນການບໍ່ເກີນ 3%).

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ວາງຄາດໝາຍສູ້ຊົນງົບປະມານແຫ່ງລັດປີ 2019 ຕື່ມອີກວ່າ: ຄາດໝາຍລາຍຮັບງົບປະມານລວມທັງໝົດ 26 ພັນກວ່າຕື້ກີບ ທຽບໃສ່ແຜນປີ 2018 ເພີ່ມຂຶ້ນ 3,35%. ໃນນີ້, ລາຍຮັບຈາກການຊ່ວຍເຫຼືອລ້າ 2.065 ຕື້ກວ່າກີບ, ລາຍຮັບພາຍໃນ 24 ພັນກວ່າຕື້. ສ່ວນລາຍຈ່າຍບໍ່ໃຫ້ເກີນ 33 ພັນກວ່າຕື້ກີບ ໃນນີ້, ລາຍຈ່າຍບໍລິຫານປົກກະຕິເກືອບ 22 ພັນກວ່າຕື້ ແລະລາຍຈ່າຍການລົງທຶນຂອງລັດ 11 ພັນກວ່າຕື້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.