ສາທາລະນະສຸກ ບັນລຸຄາດໝາຍ 9 ຕົວຊີ້ວັດ ຂອງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ

ບໍ່​ດົນ​ຜ່ານ​ມານີ້, ທີ່ແຂວງ ວຽງຈັນ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອປັບປຸງແຜນການ 2019 ແລະ ສ້າງແຜນການ 2020 ສຳລັບ 9 ແຂວງພາກເໜືອຂຶ້ນ ເພື່ອໃຫ້ກະທົບໃສ່ 9 ຕົວຊີ້ວັດທີ່ສະພາ ຮັບຮອງ ໃຫ້ບັນລຸຕາມຄາດໝາຍ, ເຊິ່ງຕົວຊີ້ວັດດັ່ງກ່າວ ປະກອບດ້ວຍອັດຕາການຕາຍ ຂອງເດັກ ນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ ໃຫ້ຍັງເຫລືອ 21%, ອັດຕາການຕາຍ ຂອງເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງຕ່ຳ ກວ່າມາດຕະຖານ ໃຫ້ຍັງເຫລືອ 33,2%, ຕາຍອັດຕາການຂອງເດັກນ້ອຍລຸ່ມ 1 ປີ ໃຫ້ຍັງເຫລືອ 38/1.000 ຄົນ ຂອງເດັກເກີດມີຊີວິດ, ອັດຕາການຕາຍ ຂອງເດັກນ້ອຍລຸ່ມ 5 ປີ ໃຫ້ຍັງເຫລືອ 51/1.000 ຄົນ ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງແມ່ ໃຫ້ຍັງເຫລືອ 175/100.000 ຄົນຂອງເດັກເກີດມີຊີວິດ, ອັດຕາການເກີດລູກ ມີແພດຊ່ວຍໃຫ້ໄດ້ 74%, ອັດຕາການສັກຢາກັນພະຍາດ ໃນເດັກນ້ອຍລຸ່ມ 1 ປີໃຫ້ໄດ້ 90%, ອັດຕາ ການຊົມໃຊ້ນ້ຳສະອາດໃຫ້ໄດ້ 88% ຂອງປະຊາກອນທັງໝົດ, ອັດຕາການຊົມໃຊ້ວິດຖ່າຍຄອບຄົວ ໃຫ້ໄດ້ 73% ຂອງປະຊາກອນທັງໝົດ.

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ຍັງໃຫ້ຮູ້ຕື່ມອີກວ່າ: ໃນປີ2017 ຜ່ານມາ ໃນທົ່ວປະເທດອັດຕາເດັກນ້ອຍ ນ້ຳໜັກຫລຸດມາດຕະຖານ 21,1%, ການສູງຕ່ຳບໍ່ໄດ້ມາດຕະຖານ 33%, ອັດຕາການຕາຍ ຂອງເດັກນ້ອຍລຸ່ມ 1 ປີ 40/1.000 ຄົນຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 5 ປີ 46/1.000 ຄົນຂອງເດັກເກີດມີຊີວິດ.

ນອກຈາກນີ້, ອັດຕາການເກີດມີແພດຊ່ວຍ 64,4%, ການສັກຢາກັນພະຍາດ 59,7%, ການຊົມໃຊ້ນ້ຳສະອາດ 83,9% ແລະ ອັດຕາການຊົມໃຊ້ວິດຖ່າຍ 73,8%. ສຳລັບການສຳຫລວດອັດຕາການຕາຍຂອງແມ່ ໃນປີ 2018 ມີ 175/100.000ຄົນ ເຫັນວ່າຫລຸດລົງເມື່ອທຽບກັບປີ 2017.

ກອງປະຊຸມດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ດຣ.ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ.
#insidelaos
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...