Saturday, November 15, 2025
Kbank Laos โอน รับ จ่าย

ແຂງ​ຄຳ​ມ່ວນ ສັ່ງ​ຮື້​ຖອນ​ 6 ໂຮງ​ງານ ແລະ​ພິ​ຈາ​ລະ​ນາ 27 ແຫ່ງ​ ຈາກ​ທັງ​ໝົດ 71 ແຫ່ງ ທີ່​ປຸ່ງ​ແຕ່ງ​ໄມ້​ບໍ່​ໄດ້​ມາດ​ຖານ

ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ຄຳມ່ວນ ຮື້ຖອນໂຮງງານປຸງແຕ່ງໄມ້ຖາວອນ 6 ແຫ່ງ ທີ່ບໍ່ໄດ້ມາດຕະຖານ ຈາກທັງໝົດ 71 ແຫ່ງໃນແຂວງ; ປັດຈຸບັນ, ກໍາລັງຄົ້ນຄວ້າພິຈາລະນາຕື່ມອີກ 27 ແຫ່ງ ໂດຍຈະໄດ້ອີງໃສ່ເງື່ອນໄຂມາດຕະຖານ ແລະ ລະບຽບການທີ່ກໍານົດໄວ້ ຄາດຄະເນວ່າຈະຮູ້ຜົນແນ່ນອນໃນທ້າຍເດືອນພະຈິກ 2018.

ທ່ານ ວົງຊະນະໄຊ ໄຊຍະກຸມມານ, ຮັກສາການຫົວໜ້າຂະແໜງອຸດສາຫະກໍາ ແລະ ຫັດຖະກໍາລາຍງານຕໍ່ກອງປະຊຸມສະຫຼຸບຜົນການດັດສົມໂຮງງານປຸງແຕ່ງໄມ້ທົ່ວແຂວງ ໃນວັນທີ 9 ພະຈິກ 2018 ຜ່ານມາວ່າ : ໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ, ໃນເມື່ອກ່ອນທົ່ວແຂວງມີໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີຈໍານວນ 77 ແຫ່ງ ໄດ້ມີການຮື້ຖອນຈໍານວນ 6 ແຫ່ງ. ປັດຈຸບັນ, ທົ່ວແຂວງຍັງເຫຼືອ 71 ແຫ່ງ. ກ່ອນໜ້ານີ້, ວັນທີ 3-7 ພະຈິກ 2018 ຄະນະສະເພາະກິດຂອງແຂວງໄດ້ສືບຕໍ່ລົງກວດກາ ແລະ ດັດສົມໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີໄມ້ຈໍານວນ 71 ແຫ່ງ ໂດຍມີເປົ້າໝາຍເນັ້ນໃສ່ມາດຕະຖານເຕັກນິກຂອງໂຮງງານ, ວັດຖຸດິບທີ່ມີຢູ່, ການຊໍາລະອາກອນ, ຈຸດທີ່ຕັ້ງຕົວຈິງ (ທີ່ຕັ້ງຢູ່ໃນຂອບເຂດ 3 ປະເພດປ່າ), ການດໍາເນີນກິດຈະການທີ່ຜິດກົດໝາຍ.

ທາງຄະນະສະເພາະກິດຂອງແຂວງ ຍັງໄດ້ສືບຕໍ່ຄົ້ນຄວ້າພິຈາລະນາວ່າໃນຈໍານວນໂຮງງານ 27 ແຫ່ງ ທີ່ໄດ້ລົງກວດກາຕົວຈິງນັ້ນຈະມີໂຮງງານໃດແດ່ທີ່ສົມຄວນຍຸບເລີກ ແລະ ຍຸດຕິການເຄື່ອນໄຫວກິດຈະການເປັນການຖາວອນ ເຊິ່ງຈະໄດ້ອີງໃສ່ເງື່ອນໄຂມາດຕະຖານ ແລະ ລະບຽບການທີ່ກໍານົດໄວ້ ຄາດຄະເນວ່າທ້າຍເດືອນພະຈິກ 2018 ຈະຮູ້ຜົນແນ່ນອນ.

ໃນຈໍານວນ 77 ໃນນັ້ນໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີໄມ້ທີ່ຕັ້ງຢູ່ນອກເຂດນອກ 3 ແຫ່ງ, ປະເພດປ່າມີ 37 ແຫ່ງ ແລະ ອີກ 3 ແຫ່ງຕັ້ງຢູ່ໃນ 3 ປະເພດປ່າຄື: ປ່າຜະລິດ 11 ແຫ່ງ, ປ່າປ້ອງກັນ 9 ແຫ່ງ ແລະ 14 ແຫ່ງແມ່ນໂຮງານທີ່ຕັ້ງຢູ່ໃນເຂດປ່າສະຫງວນ. ປັດຈຸບັນ, ເຫຼືອ 71 ແຫ່ງ ໃນນັ້ນ, ຢູ່ມີເມືອງທ່າແຂກ 7 ແຫ່ງ, ຫີນບູນ 2 ແຫ່ງ, ມະຫາໄຊ 4 ແຫ່ງ, ບົວລະພາ 6 ແຫ່ງ ແລະ ເມືອງໄຊບົວທອງ 8 ແຫ່ງ.

#insidelaos
Cr.ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.