ຜູ້ຖືກຜົນກະທົບຈາກໄພນ້ຳຖ້ວມ ແຂວງອັດຕະປື ໄດ້ຮັບການສັກຢາວັກແຊັງ ກັນພະຍາດໄຂ້ທໍລະພິດແລ້ວ!

ໂຄງການສັກຢາກັນພະຍາດແຫ່ງຊາດ ຂອງສູນແມ່ ແລະ ເດັກ, ສູນຂ່າວສານການແພດ-ສຸຂະສຶກສາ ຮ່ວມກັບ ພະແນກສາທາລະນະສຸກແຂວງ, ເມືອງ ແລະ ສຸກສາລາ ໄດ້ລົງໂຄສະ ນາສຸຂະສຶກສາ ແລະ ສັກຢາກັນພະຍາດ ໄຂ້ທໍລະພິດ (Typhoid) ໃຫ້ແກ່ເດັກ ແລະ ປະຊາຊົນຜູ້ທີ່ມີອາຍຸຕັ້ງແຕ່ 6 ເດືອນຫາ 45 ປີ, ໂດຍບໍ່ຈໍາກັດເພດ ທີ່ຈຸດພັກເຊົາທັງໝົດ 7 ແຄ້ມ.

ໂຄງການດັ່ງກ່າວ, ໄດ້ເລີ່ມແຕ່ວັນທີ 12 ພະຈິກ 2018, ໂດຍໃຊ້ວັກແຊັງທັງໝົດ 9.180 ໂດສ, 1ໂດສຕໍ່ 1 ຄົນ. ພ້ອມກັນນີ້, ທີມງານແພດປິ່ນປົວ, ແມ່ ແລະ ເດັກ, ໂພຊະນາການ, ສຸຂະສຶກສາແຂວງ, ເມືອງ ໄດ້ສົມທົບກັນລົງກວດສຸຂະພາບແມ່ ແລະ ເດັກແບບເຊື່ອມສານແລະ ໃຫ້ປະຊາຊົນທີ່ຖືກຜົນກະທົບ ໃນ 19 ບ້ານເປົ້າໝາຍ, ເຊິ່ງສາມາດສັກໄດ້ 5.700 ກວ່າຄົນ.

ພະຍາດໄຂ້ທໍລະພິດ ເປັນພະຍາດຕິດຕໍ່ ໂດຍການກິນອາຫານ ຫລື ນ້ຳດື່ມ ທີ່ປົນເປື້ອນດ້ວຍເຊື້ອພະຍາດໄຂ້ທໍລະພິດ ເມື່ອເປັນແລ້ວ ມັນຈະແຜ່ລະບາດເປັນວົງກວ້າງ ຈາກບ້ານນີ້ໄປຫາບ້ານອື່ນໄດ້ ຍ້ອນການຖ່າຍໜັກ ແບບຊະຊາຍ, ຂາດສຸຂະອະນາໄມສ່ວນບຸກຄົນ ແລະ ຊຸມຊົນ. ຜູ້ມີເຊື້ອຈະມີອາການສະແດງອອກມາ ເປັນຕົ້ນ ມີໄຂ້ສູງຕະຫລອດ, ເຈັບບໍລິເວນທ້ອງຮຸນແຮງ, ເມື່ອຍ, ເຈັບຫົວ,ປວດຮາກ, ປັ່ນປ່ວນລະບົບລະລາຍ, ທ້ອງຜູກ, ຖອກທ້ອງ ແລະ ຖ່າຍເປັນເລືອດ ຫລື ຖ່າຍດຳ ເປັນໄດ້ທັງເດັກ ແລະ ຜູ້ໃຫຍ່ ຖ້າເປັນແລ້ວ ຫາກບໍ່ໄດ້ຮັບການປິ່ນປົວ ຈະມີອາການສົນ ຄື: ເຮັດໃຫ້ມີເລືອດໄຫລໃນລະບົບລະລາຍ, ໄສ້ຊອດ ແລະ ເຮັດໃຫ້ເສຍຊີວິດໄດ້.

ດັ່ງນັ້ນ, ເພື່ອບໍ່ໃຫ້ມີອາການເຈັບ ຍ້ອນພະຍາດໄຂ້ທໍລະພິດ ນອກຈາກການສັກຢາວັກແຊັງກັນພະຍາດແລ້ວ ຍັງຕ້ອງເອົາໃຈໃສ່ ໃນການຮັກສາອະນາໄມ 3 ສະອາດ ຄື: ກິນສະອາດ, ດື່ມສະອາດ ແລະ ຢູ່ສະອາດ. ພ້ອມຖ່າຍໃສ່ວິດທຸກຄັ້ງ, ໝັ່ນລ້າງມືໃສ່ສະບູກ່ອນອອກຈາກຫ້ອງນ້ຳ ແລະ ໃຊ້ນ້ຳທີ່ສະອາດເພື່ອປຸງແຕ່ງອາຫານ.
#insidelaos
#ອິນ​ໄຊ​ລາວ
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...