Friday, November 7, 2025
Kbank Laos โอน รับ จ่าย

ເປີດນໍາໃຊ້ຢ່າງເປັນທາງການ ຂົວຂ້າມນໍ້າງື່ມ ຕົງ-ກຽວ ນາບົງ-ກົກໄຮ່ ເມືອງປາກງື່ມ


ພິທີມອບ-ຮັບ ຂົວຂ້າມນໍ້າງື່ມ ຕົງ-ກຽວ ນາບົງ-ກົກໄຮ ເມືອງປາກງື່ມ ຊຶ່ງເປັນໂຄງການຊ່ວຍເຫືອລ້າ ຈາກທ່ານ ສັກໄຊ ວົງມາລາສິດ ຫຼື ທ່ານປີເຕີຈັນ ປະທານບໍລິສັດ ລາວເວີນ ອະສັງຫານລິມະຊັບ ຈໍາກັດ ດ້ວຍມູນຄ່າ 103,4 ຕື້ກີບ ໄດ້ຈັດຂຶ້ນໃນມື້ວານນີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ສິນນະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາລິການ ແລະຂົນສົ່ງ, ທ່ານ ສົມສະຫວດ ເລັ່ງສະຫວັດ ທີ່ປືກສາ ກົມການເມືອງ ສູນກາງພັກ, ມີບັນດາທ່ານອາດີດການນໍາ, ເອກອັກຄະຣາຊະທູດ, ພັນລະຍາການນໍາ, ຄະນະນໍາພະແນກ, ຄະນະນໍາເມືອງ, ອົງການຈັດຕັ້ງກ່ຽວຂ້ອງ ຕະຫຼອດຮອດພະນັກງານຄູ-ອາຈານ ນັກຮຽນ ເຍົາວະຊົນ ແລະບ້ານ.


ທ່ານ ເດດສົງຄາມ ທໍາມະວົງ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ ລາຍງານບົດສະຫຼຸບໂຄງການກໍ່ສ້າງ ຂົວຂ້າມນໍ້າງື່ມ ຕໍ່ພິທີວ່າ: ເນື່ອງຈາກວັນທີ 26 ພຶດສະພາ 2015 ທີ່ຜ່ານມາ ໄດ້ເກີດເຫດເສົ້າສະຫຼົດໃຈ ແບບບໍ່ຄາດຝັນມາກ່ອນ ເມື່ອເຮືອແພຂົນສົ່ງນັກຮຽນຈາກ ບ້ານນາບົງ ເພື່ອໄປສອບເສັງຢູ່ບ້ານທ່າກົກໄຮ່ ໄດ້ລົ້ມລົງນໍ້າງື່ມເປັນເຫດໃຫ້ນັກຮຽນເສຍຊີວິດ ຈາກເຫດການທີ່ເກີດຂຶ້ນນັ້ນ ທ່ານ ສັກໄຊ ວົງມາລາສິດ (ປີເຕີຈັນ) ປະທານບໍລິສັດລາວເວີນອະສັງຫາລິມາຊັບ ຈໍາກັດ ຈຶ່ງໄດ້ຊ່ວຍເຫຼືອໃນການສ້າງຂົວຂ້າມນໍ້າງື່ມແຕ່ບ້ານນາບົງຫາບ້ານທ່າກົກໄຮ່ ແລະສະເໜີຕໍ່ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດຖະບານ ຈະສະຫຼະທຶນຮອດມະຫາສານ ດ້ວຍການຊ່ວຍເຫຼືອເພື່ອສ້າງຂົວແຫ່ງນີ້.
ລັດຖະບານ ກໍ່ຄື ນະຄອນຫຼວງວຽງຈັນ ໄດ້ຕົກລົງເອົາການຊ່ວຍເຫຼືອ ແລະໄດ້ເຊັນສັນຍາວ່າດ້ວຍການຊ່ວຍເຫຼືອລ້າ ລະຫວ່າງ ບໍລິສັດ ລາວເວີນ ອະສັງກາລິມະຊັບ ກັບ ນະຄອນຫຼວງວຽງຈັນ ເຊິ່ງກໍ່ສ້າງຂົວເປັນເບຕົງອັດແຫ້ງ ລວງຍາວປະມານ 220 ແມັດ ກວ້າງ 11 ແມັດ ລວມທັງທາງຄົນຍ່າງພ້ອມ ແລະ ກໍານົດເວລາການກໍ່ສ້າງ 24 ເດືອນ ມູນຄ່າຂອງການກໍ່ສ້າງ105 ຕື້ກີບ, ຫຼັງຈາກນັ້ນ ບໍລິສັດກໍ່ຮີບຮ້ອນລົງມືສໍາຫຼວດເກັບກໍາຂໍ້ມູນ ແລະອອກແບບລະອຽດ ອີງໃສ່ສະພາບພື້ນທີ່ຕົວຈິງ ແມ່ນມີຄວາມຈໍາເປັນຕ້ອງໄດ້ເພີ່ມລາວຍາວຂອງຂົວໄປຕື່ມ ເປັນ 236 ແມັດ ແລະກໍ່ສ້າງທາງເບຕົງສົ້ນຂົວເບື້ອງລະ 30 ແມັດ ລວມມູນຄ່າທັງໝົດ 103,4 ຕື້ກີບ.
ປະຈຸບັນປະຕິບັດໄດ້ 98% ຍັງວຽກອະນາໄມ ແລະ ຕົກແຕ່ງເລັກນ້ອຍທີ່ຈະສືບຕໍ່ເຮັດໃຫ້ສໍາເລັດ ເຊິ່ງຂົວດັ່ງກ່າວ ສາມາດຮັບນໍ້າໜັກໄດ້ເຖິງ 80 ໂຕນ ແລະ ມີອາຍຸນໍາໃຊ້ໄດ້ຫຼາຍກວ່າ 50 ປີ, ຊຶ່ງຂົວແຫ່ງນີ້ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນຢ່າງຫຼວງຫຼາຍ ເປັນຕົ້ນແມ່ນຈະເຮັດໃຫ້ຕາຫນ່າງເສັ້ນທາງທັງສອງຝາກ ຂອງແມ່ນໍ້າງື່ມ ເຊື່ອມຈອດກັນ, ການສັນຈອນໄປມາຂອງພໍ່ແມ່ປະຊາຊົນ ໃນບໍລິເວນດັ່ງກ່າວ ລວມເຖິງນ້ອງໆນັກຮຽນ ທີ່ນໍາໃຊ້ຂົວແຫ່ງນີ້ ມີຄວາມສະດວກສະບາຍ ແລະເປັນການສົ່ງເສີມ ຊຸກຍູ້ໃຫ້ແກ່ຂະແຫນງການກະສິກໍາ ແລະການຄ້າ ຈະຊ່ວຍໃຫ້ຊີວິດການເປັນຢູ່ຂອງປະຊາຊົນເຂດດັ່ງກ່າວດີຂຶ້ນເປັນກ້າວໆ.


ພ້ອມນັ້ນ ບໍລິສັດລາວເວີນ ຍັງໄດ້ມອບທຶນການສຶກສາໃຫ້ແກ່ 6 ໂຮງຮຽນຢູ່ໃກ້ຄຽງກັບຂົວ ຕົງ-ກຽວ ມູນຄ່າ 89,5 ລ້ານກີບ ຕາງໜ້າມອບແມ່ນທ່ານ ບຸນມີ ລັດຕະນະວັນ ນັກທຸລະກິດ ແລະ ຮັບແມ່ນທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ເຊິ່ງເງິນຈໍານວນດັ່ງກ່າວ ເພື່ອມອບໃຫ້ນັກຮຽນເກັ່ງ ຈໍານວນ 91 ນ້ອງ ແລະ ນັກຮຽນທຸກຍາກຂາດເຂີນ ຈໍານວນ 26 ນ້ອງ.


ນອກຈາກນີ້ ທາງບໍລິສັດ ຈະໄດ້ຊ່ວຍກໍ່ສ້າງເສັ້ນທາງເບຕົງ ໄຟແດງໂພນເຄັ່ງ-ທົ່ງສາງນາງ ແລະ ຂົວຂ້າມຮ່ອງແຊງ ບ້ານໂພນພະເນົາ ມູນຄ່າ 42 ຕື້ກີບ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.