Friday, April 18, 2025

ລົງນາມໂຄງການແກ້ໄຂມະເຮັງທໍ່ນ້ຳບີຢູ່ລາວ

ພິທີລົງນາມຈັດຕັ້ງປະຕິບັດໂຄງການແກ້ໄຂບັນຫາມະເຮັງທໍ່ນ້ຳບີຢູ່ລາວລະຫວ່າງທ່ານນາງແສງຈັນກຸນນາວົງຫົວໜ້າສະຖາບັນສາທາລະນະສຸກສາດແລະການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວແລະທ່ານນາງລຳປາງແມນມາກຮອງອະທິການບໍດີມະຫາວິທະຍາໄລຂອນແກ່ນປະເທດໄທ, ໄດຈັດຂຶ້ນວັນທີ 27 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ


ການແກ້ໄຂບັນຫາມະເຮັງທໍ່ນ້ຳບີຢູ່ລາວແມ່ນໂຄງການທາງດ້ານສຸຂະພາບໜຶ່ງທີ່ຈະຈັດຕັ້ງປະຕິບັດໂດຍສະຖາບັນສາທາລະນະສຸກສາດແລະການແພດເຂດຮ້ອນແລະສະຖາບັນຄົ້ນຄວ້າມະເຮັງທໍ່ນ້ຳບີມະຫາວິທະຍາໄລຂອນແກ່ນ, ການຈັດຕັ້ງປະຕິບັດໂຄງການນີ້ ຈຸດປະສົງເພື່ອໃຫ້ການປິ່ນປົວ ແລະດູແລຄົນເຈັບທີ່ເປັນມະເຮັງທໍ່ນ້ຳບີຢ່າງມີຄຸນນະພາບ, ໂຄງການດັ່ງກ່າວມີໄລຍະເວລາຈັດຕັ້ງປະຕິບັດ 3 ປີ ແລະຈະໄດ້ປະຕິບັດຢູ່ບັນດາແຂວງທີ່ມີການຊຸກຊຸງມສູງຂອງການຕິດພະຍາດໃບໄມ້ໃນຕັບຊຶ່ງເປັນສາເຫດຫຼັກຂອງການເກີດເປັນມະເຮັງທໍ່ນ້ຳບີເປັນຕົ້ນແຂວງພາກກາງແລະພາກໃຕ້.


ປະຈຸບັນການເປັນມະເຮັງທໍ່ນ້ຳບີ ແມ່ນພົບເຫັນຫຼາຍທີ່ສຸດຢູ່ບັນດາປະເທດອາຊີຕາເວັນອອກສຽງໃຕ້: ປະເທດໄທ, ສປປ ລາວຫຼາຍກວ່າຂົງເຂດອື່ນຂອງໂລກ, ການເກີດມະເຮັງທໍ່ນ້ຳບີ ແມ່ນສຳພັນກັບການຕິດເຊື້ອພະຍາດໃບໄມ້ໃນຕັບທີ່ມີອັດຕາຊຸກຊຸມສູງ, ພະຍາດໃບໄມ້ໃນຕັບປະຈຸບັນມີເຖິງ 35-40 ລ້ານຄົນໃນ 4 ປະເທດອາຊຽນເຊັ່ນ: ສປປ ລາວ, ກຳປູເຈຍ, ຫວຽດນາມແລະພາກຕາເວັນອອກສ່ຽງເໜືອຂອງປະເທດໄທ ສົ່ງຜົນໃຫ້ເກີດກໍລະນີມະເຮັງທໍ່ນ້ຳບີສູງທີ່ສຸດໃນໂລກ.


ໂຄງການດັ່ງກ່າວຈັດຕັ້ງປະຕິດບັດເປັນເວລາ 3 ປີປະກອບມີຫຼາຍກິດຈະກຳເປັນຕົ້ນ ການສ້າງບຸກຄະລາກອນເພື່ອຮັບໃຊ້ໃຫ້ແກ່ການປິ່ນປົວທີ່ມີຄຸນນະພາບແລະດູແລຄົນເຈັບທີ່ເປັນມະເຮັງທໍ່ນ້ຳບີໂດຍສະເພາະແມ່ນການສ້າງແພດຊ່ຽວຊານຂົງເຂດການຜ່າຕັດມະເຮັງຕັບແລະທໍ່ນ້ຳບີ, ນັກລັງສີວິທະຍາ, ແພດຟື້ນຟູຊີບແລະວາງຢາສະຫຼົບ, ການຄົ້ນຄວ້າຫາກໍລະນີມະເຮັງທໍ່ນ້ຳບີໃນຊຸມຊົນທີ່ມີຄວາມສ່ຽງສູງການຄົ້ນຄວ້າດັ່ງກ່າວ ຈະສົ່ງຜົນໃຫ້ສາມາດບົ່ງບອກມະຕິການເປັນມະເຮັງແຕ່ຂັ້ນເລີ່ມຕົ້ນຈະເຮັດໃຫ້ການປິ່ນປົວໄດ້ຮັບປະສິດທິຜົນສູງຂຶ້ນ, ພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບການຕິດພະຍາດໃບໄມ້ໃນຕັບແລະການເກີດມະເຮັງທໍ່ນ້ຳບີໃນຊຸມຊົນໃຫ້ດີຂຶ້ນຊຶ່ງເປັນວິທີປ້ອງກັນທີ່ມີປະສິດທິຜົນ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.