Friday, March 21, 2025

ພາກເອກະຊົນ ປະກອບສ່ວນໃນການຄວບຄຸມ ແລະ ລົບລ້າງພະຍາດໄຂ້ມາລາເລຍ

ໃນມື້ວານນີ້, ທີ່ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ອົງການສາກົນ ບໍລິການປະຊາຊົນ (PSI Laos) ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກ່ຽວກັບໂຄງການ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກເອກະຊົນ ໃນການປະກອບສ່ວນ ເຂົ້າໃນວຽກງານຄຸ້ມຄອງ ກໍລະນີໄຂ້ມາລາເລຍ ແລະ ການເຝົ້າລະວັງ ເພື່ອກ້າວເຂົ້າສູ່ ການລົບລ້າງ ພະຍາດໄຂ້ມາລາເລຍ ໃນ ສປປ ລາວ ຢູ່ 5 ແຂວງພາກເໜືອ ເປັນຕົ້ນ ແຂວງຫລວງນ້ຳທາ, ຫລວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງໄຊຍະບູລີ, ໂດຍມີມູນຄ່າ 340.610 ໂດລາສະຫະລັດ, ເຊິ່ງເລີ່ມຈັດຕັ້ງປະຕິບັດ ໃນເດືອນພະຈິກ 2018 ຈົນຮອດ ເດືອນທັນວາ 2019.

ພິທີເຊັນບົດບັນທຶກຄັ້ງນີ້, ໂດຍ ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ເອຣິກ ສິດເຕັດ ຕາງໜ້າອົງການ PSI Laos ມີບັນດາພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ, ໂດຍໄດ້ຮັບງົບປະມານ ຈາກກອງທຶນ ບິວ ແລະ ມາລິນດາ ເກດ ໃນການຝຶກອົບຮົມ ແລະ ຊຸກຍູ້ຕິດຕາມຮ້ານຂາຍຢາ ແລະ ຫ້ອງກວດພະຍາດເອກະຊົນ.

ອີງໃສ່ແຜນຍຸດທະສາດແຫ່ງຊາດ ໃນການຄວບຄຸມ ແລະ ກຳຈັດພະຍາດໄຂ້ມາລາເລຍ 2016-2020 ເຊິ່ງເປັນໄລຍະ 5 ປີ ທຳອິດ ຂອງຍຸດທະສາດ ໃນການກຳຈັດໄຂ້ມາລາເລຍໃນ ສປປ ລາວ, ໂດຍມີເປົ້າໝາຍ ລົບລ້າງໄຂ້ມາລາເລຍ ໃນ 5 ແຂວງພາກເໜືອ ແລະ ຄວບຄຸມໄຂ້ມາລາເລຍ ໃນ 5 ແຂວງພາກໃຕ້, ເຊິ່ງໃນແຜນຍຸດທະສາດໄດ້ລະບຸວ່າ: ການສ້າງຄວາມເຂັ້ມແຂງ ໃຫ້ສະຖານທີ່ບໍລິການພາກເອກະຊົນ ໃຫ້ມີສ່ວນຮ່ວມໃນໂຄງການ ການມີສ່ວນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ປະກອບ ມີ ຮ້ານຂາຍຢາ ແລະ ຫ້ອງກວດພະຍາດເອກະຊົນ ໃນການຄວບຄຸມ ແລະ ກຳຈັດພະ ຍາດໄຂ້ມາລາເລຍ, ໂດຍການໃຫ້ການບໍລິການ ກວດເລືອດແບບໄວ ດ້ວຍເຈ້ຍຈຸ່ມ ແລະ ໃຫ້ຢາປິ່ນປົວ ທີ່ມີຄຸນນະພາບໃນພື້ນທີ່ເປົ້າໝາຍ.

ພາຍຫລັງປະຕິບັດ ໂຄງການເຫັນວ່າ ບັນດາຮ້ານຂາຍຢາ ແລະ ຫ້ອງກວດພະຍາດເອກະຊົນ ທີ່ຮ່ວມໂຄງການ ແມ່ນປະກອບສ່ວນ ຜົນງານອັນພົ້ນເດັ່ນ ໃການກວດຫາເຊື້ອໄຂ້ມາລາເລຍ ຄື: ປີ 2017 ສາມາດກວດເລືອດທັງໝົດ 13.390 ກໍລະນີ ແລະ ພົບຜູ້ຕິດເຊື້ອພະຍາດໄຂ້ມາລາເລຍ 603 ກໍລະນີ. ສຳລັບປີ 2018 ກວດເລືອດຫາເຊື້ອພະຍາດ ໄຂ້ມາລາເລຍ 37.339 ກໍລະນີ ພົບຜູ້ຕິດເຊື້ອພະຍາດ ໄຂ້ມາລາເລຍ 1.132 ກໍລະນີ.
#insidelaos
#ອິນໄຊລາວ
Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່