Monday, November 17, 2025
Kbank Laos โอน รับ จ่าย

ຍັງຂາດງົບປະມານ 1,200 ຕື້ກີບ ເພື່ອຈ່າຍຄ່າຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບ ຈາກໂຄງການລົດໄຟລາວ-ຈີນ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈະສ້າງຜົນກະທົບໃຫ້ປະຊາຊົນ 167 ບ້ານ ທີ່ຂຶ້ນກັບ 13 ເມືອງ ທີ່ຂຶ້ນກັບ 4 ແຂວງ 1 ນະຄອນຫຼວງວຽງຈັນ; ໃນໄລຍະຜ່ານມາ, ຄະນະຄຸ້ມຄອງໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ ສາມາດເບີກຈ່າຍຄ່າຊົດເຊີຍໄດ້ແລ້ວ 2 ງວດ ທີ່ນອນຢູ່ໃນບູລິມະສິດຂອງໂຄງການ; ມາເຖິງປັດຈຸບັນ, ຄະນະຮັບຜິດຊອບຍັງຂາດງົບປະມານໃນການເບີກຈ່າຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ທັງໝົດ 1.200 ຕື້ກີບ.

ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງ ຍທຂ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກ່າວໃນກອງປະຊຸມຄົບຄະນະ ຄັ້ງທີ v ຂອງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນວັນທີ 13 ພະຈິກຜ່ານມາວ່າ: ຕະຫຼອດແນວທາງລົດໄຟຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສ້າງຜົນກະທົບໃຫ້ 167 ບ້ານ ທີ່ຂຶ້ນກັບ 13 ເມືອງ; ໃນນີ້, ນະຄອນຫຼວງວຽງຈັນ ມີ 34 ບ້ານ ນອນຢູ່ໃນ 2 ເມືອງ ຄື: ເມືອງນາຊາຍທອງ ມີ 23 ບ້ານ ແລະ ເມືອງໄຊທານີ ມີ 11 ບ້ານ; ແຂວງວຽງຈັນ ມີ 60 ບ້ານ ຂຶ້ນກັບ 4 ເມືອງ ຄື: ເມືອງໂພນໂຮງ ມີ 24 ບ້ານ, ຫີນເຫີບ ມີ 11 ບ້ານ, ວັງວຽງ ມີ 16 ບ້ານ ແລະ ເມືອງກາສີ ມີ 9 ບ້ານ; ແຂວງຫຼວງພະບາງ ມີ 28 ບ້ານ ຂຶ້ນກັບ 3 ເມືອງ ຄື: ເມືອງຊຽງເງິນ ມີ 16 ບ້ານ, ເມືອງຫຼວງພະບາງ ມີ 5 ບ້ານ ແລະ ເມືອງຈອມເພັດ ມີ 7 ບ້ານ; ແຂວງອຸດົມໄຊ ມີ 41 ບ້ານ ຂຶ້ນກັບ 3 ເມືອງ ຄື:

ເມືອງງາ ມີ 13 ບ້ານ, ເມືອງໄຊ ແລະ ເມືອງນາໝໍ້ ມີ 14 ບ້ານ; ສ່ວນແຂວງຫຼວງນໍ້າທາ ມີ 4 ບ້ານຂຶ້ນກັບເມືອງຫຼວງນໍ້າທາ; ຕາມການປະເມີນຄ່າຊົດເຊີຍຂອງໂຄງການ ປະມານ 2.492,34 ຕື້ກີບ; ໃນນີ້, ມູນຄ່າຊົດເຊີຍສໍາລັບແຂວງຫຼວງນໍ້າທາ 247,98 ຕື້ກີບ, ແຂວງອຸດົມໄຊ 398,17 ຕື້ກີບ, ແຂວງຫຼວງພະບາງ 213,29 ຕື້ກີບ, ແຂວງວຽງຈັນ 290, 31 ຕື້ກີບ ແລະ ນະຄອນຫຼວງວຽງຈັນ 1.342,59 ຕື້ກີບ; ສ່ວນງົບປະມານສໍາລັບເບີກຈ່າຍຄ່າຊົດເຊີຍໃນໄລຍະນີ້ເຫັນວ່າຍັງມີເງິນພໍເບີກຈ່າຍໄດ້ຢູ່ ເພາະວ່າບໍລິສັດທາງລົດໄຟລາວ-ຈີນມີງົບແລ້ວ 386 ຕື້ກີບ; ພ້ອມນີ້, ບໍລິສັດຍັງເຫັນດີໃຫ້ລັດຖະບານຢືມອີກ 200 ຕື້ກີບ; ນອກຈາກນີ້, ລັດຖະບານລາວ ຍັງເຫັນດີສະໜອງງົບປະມານປີ 2019 ໃຫ້ 400 ຕື້ກີບ ແລະ ລັດຖະບານຈີນເຫັນດີໃຫ້ການຊ່ວຍເຫຼືອລ້າ ຈໍານວນ 300 ຕື້ກີບ, ລວມແລ້ວມາຮອດປັດຈຸບັນຈະມີງົບປະມານສໍາລັບການຊົດເຊີຍ 1.286 ຕື້ກີບ, ຍັງຂາດງົບປະມານ 1.200 ຕື້ກີບ ທີ່ຄະນະຍັງຈະໄດ້ສືບຕໍ່ຄົ້ນຄວ້າຈັດສັນຕື່ມອີກ.

ສະເພາະການເບີກຈ່າຍຄ່າຊົດເຊີຍແມ່ນໄດ້ຈັດຕັ້ງປະຕິບັດແລ້ວ ໂດຍເລີ່ມເບີກຈ່າຍຊົດເຊີຍຕາມແຜນທີ່ເປັນບູລິມະສິດຂອງໂຄງການ ເຊິ່ງມີທັງໝົດ 7 ງວດ; ມາຮອດປັດຈຸບັນສໍາເລັດ 100% ແລ້ວ 2 ງວດ ຄື: ງວດທີ 1 ສໍາເລັດໂອນ ເງິນຄ່າຊົດເຊີຍເຂົ້າບັນຊີຂອງແຂວງ ຈໍານວນ 56.518.832.375 ກີບ; ໃນນີ້, ແຂວງຫຼວງນໍ້າທາໄດ້ຮັບຄ່າຊົດເຊີຍຈໍານວນ 28.541.250.606 ກີບ; ສໍາລັບ 41 ຄອບຄົວຢູ່ບ້ານບໍ່ເຕັນ ສາມາດຈ່າຍຄ່າຊົດເຊີຍສໍາເລັດ 20 ຄອບຄົວ ລວມມູນຄ່າ 20.518.479. 806 ກີບ, ສ່ວນເງິນຈໍານວນທີ່ເຫຼືອແມ່ນຈະນໍາໃຊ້ເພື່ອຈັດສັນທີ່ຢູ່ໃໝ່ ເພື່ອທົດແທນໃຫ້ແກ່ຄອບຄົວຈໍານວນທີ່ຍັງເຫຼືອ; ແຂວງອຸດົມໄຊ ໄດ້ຮັບເງິນ ຊົດເຊີຍ 20.348.597.769 ກີບ, ສໍາລັບບ້ານຫ້ວຍຊຸມ ແມ່ນຈ່າຍຄ່າຊົດເຊີຍ ໄດ້ແລ້ວ 13 ຄອບຄົວ; ແຂວງວຽງຈັນ ໄດ້ຮັບເງິນຄ່າຊົດເຊີຍ 7.628.975. 000 ກີບ, ສໍາລັບບ້ານຫີນເຫີບໃຕ້ ຈ່າຍສໍາເລັດ 13 ຄອບຄົວ ແລະ ບ້ານວຽງແກ້ວ ຈ່າຍສໍາເລັດ 8 ຄອບຄົວ; ສໍາລັບ ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແມ່ນຍັງບໍ່ສາມາດສ້າງເອກະສານຢັ້ງຢືນການເບີກຈ່າຍຄ່າຊົດເຊີຍໄດ້ເທື່ອ.

ງວດທີ 2, ສໍາເລັດການໂອນເງິນຄ່າຊົດເຊີຍ ຈໍານວນ 81.834.334.025 ກີບ ເຂົ້າບັນຊີຂອງຄະນະກໍາມະການໄກ່ເກ່ຍຂອງ 2 ແຂວງ 1 ນະຄອນຫຼວງວຽງຈັນ ດັ່ງນີ້: ແຂວງຫຼວງນໍ້າທາ ໄດ້ຮັບເງິນຄ່າຊົດເຊີຍ ຈໍານວນ 49.306. 875.870 ກີບ, ແຂວງວຽງຈັນ ໄດ້ຮັບເງິນຄ່າຊົດເຊີຍ 24.767.815.000 ກີບ ແລະ ນະຄອນຫຼວງວຽງຈັນ ໄດ້ຮັບຄ່າຊົດເຊີຍ 7.559.643.155 ກີບ; ສ່ວນງວດທີ 3 ກໍາລັງຢູ່ໃນຂະບວນການຂໍອະນຸຍາດເບີກຈ່າຍ ພາຍຫຼັງສໍາເລັດການອະນຸມັດ ຈະໂອນຄ່າຊົດເຊີຍ ຈໍານວນ 82.938.849.270 ກີບ ເຂົ້າບັນຊີຂອງຄະນະກໍາມະການໄກ່ເກ່ຍ 2 ແຂວງ 1 ນະຄອນຫຼວງ ຄື: ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ນະ ຄອນຫຼວງວຽງຈັນ.

ສະເພາະການເບີກຈ່າຍຄ່າຊົດເຊີຍຈໍານວນທີ່ຍັງເຫຼືອທີ່ເປັນບູລິມະສິດຂອງໂຄງການນັ້ນ, ຄະນະຮັບຜິດຊອບຈະສືບຕໍ່ເບີກຈ່າຍເປັນແຕ່ລະງວດ ດັ່ງນີ້: ງວດທີ 4 ຈະໂອນເງິນຄ່າຊົດເຊີຍ ຈໍານວນ 247.254.155.770 ກີບ ເຂົ້າບັນຊີຂອງແຂວງ, ງວດທີ 5 ຈະໂອນເງິນ 57.749.903.970 ກີບ ເຂົ້່າບັນຊີຂອງແຂວງ, ງວດທີ 6 ຈະໂອນເງິນ 38.119.568.000 ກີບເຂົ້າບັນຊີຂອງແຂວງ ແລະ ງວດທີ 7 ຈະໂອນເງິນ 287.313.671.597 ກີບ ເຂົ້າບັນຊີຂອງຄະນະກໍາມະການໄກ່ເກ່ຍຂອງແຂວງ; ສ່ວນການເບີກຈ່າຍຄ່າຊົດເຊີຍຂອງໂຄງການຈໍານວນທີ່ຍັງເຫຼືອນັ້ນ ກໍຈະໄດ້ດໍາເນີນການເບີກຈ່າຍຕໍ່ໆໄປຈົນກວ່າການເບີກຈ່າຍຄ່າຊົດເຊີຍຈະສໍາເລັດສິ້ນສຸດໂດຍສົມບູນ.

Cr: ນສພ ຄວາມສະຫງົບ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.