ສະມາຄົມການເງິນຈຸລະພາກ ຮ່ວມກັບທະນາຄານແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກອົງກອນ ອາດາ (ADA) ປະເທດລຸກຊຳບວກ ​ໄດ້ຈັດກອງປະ ຊຸມ ເພື່ອປຶກສາຫາລື ແລະ ສົນທະນາກ່ຽວກັບແນວໂນ້ມ ແລະ ວິວັດທະນາການຂອງ ການເງິນຈຸລະພາກ ກໍ​ຄືການສ້າງ​ເງື່ອນ​ໄຂ ​ແລະ ​ໂອກາດ ເຂົ້າເຖິງການບໍລິການ ດ້ານການເງິນໃນ ສປປ ລາວ ​ເຊິ່ງຈັດ​ຂຶນຄັ້ງທຳອິດ ທີ່​ນະຄອນຫລວງ​ວຽງຈັນ. ໂດຍມີ ທ່ານ ພັນທະບູນ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງ ສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກບັນດາ ກະຊວງທີ່ກ່ຽວຂ້ອງ, ຜູ້ໃຫ້ທຶນ ແລະ ສະມາຊິກສະມາຄົມ ການເງິນຈຸລະພາກ​ເຂົ້າ​ຮ່ວມ.

ທ່ານ ສົມພອນ ສີແສງລັດ ປະທານສະພາບໍລິຫານ ສະມາຄົມການເງິນຈຸລະພາກ ກ່າວວ່າ: ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເພີ່ມຄວາມເຂົ້າໃຈ ກ່ຽວກັບການເງິນຈຸລະພາກ ການເຂົ້າເຖິງການ ບໍລິການ ທາງດ້ານການເງິນຢູ່ໃນ ສປປ ລາວ ໃຫ້ກັບລູກຄ້າ ແລະ ປະຊາຊົນທົ່ວໄປ; ເພື່ອສ້າງການຮ່ວມມື ໃຫ້ແໜ້ນແຟ້ນ ແລະ ແລກປ່ຽນບົດຮຽນລະຫວ່າງ ຜູ້ມີສ່ວນຮ່ວມຫລັກ ໃນການໃຫ້ບໍລິການທາງ ດ້ານການ ເງິນໃນ ສປປ ລາວ.

ພ້ອມ​ນັ້ນ ຍັງ​ມີ​ການປຶກສາຫາລື ປະເດັນສຳຄັນຕ່າງໆເຊັ່ນ: ຍຸດທະສາດການເຂົ້າເຖິງ ການບໍລິການທາງດ້ານການເງິນ, ປະສົບການໃນການຄຸ້ມຄອງ ແລະ ປະຕິບັດຕາມລະບຽບ ຫລັກການ, ການນຳໃຊ້ເຕັກໂນໂລຊີ ແລະ ຊ່ອງທາງການບໍລິການຕ່າງໆ, ນັບ​ທັງການໃຫ້ຄວາມຮູ້ແກ່ລູກຄ້າ ແລະ ການປົກປ້ອງຜູ້ບໍລິໂພກ. ໃນຂະນະດຽວກັນ, ທ່ານ ພັນທະບູນ ໄຊຍະເພັດ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນຫລາຍ ​ເພາະມີ​ຕົວ​ແທນຈາກຫລາຍພາກສ່ວນ ທີກ່ຽວຂ້ອງໃນຂະແໜງ ການເງິນຈຸລະພາກທັງສູນກາງ ແລະ ທ້ອງຖິ່ນ​ເຂົ້າ​ຮ່ວມ ເພື່ອຮັບຟັງບົດຮຽນຕ່າງໆ ກ່ຽວກັບບັນຫາໃໝ່ຄື: ການເຂົ້າເຖິງການ ບໍລິການ ທາງດ້ານການເງິນ, ການແລກປ່ຽນສົນທະນາ ແລະ ການຮ່ວມມືກັນໃນຍຸກ 4.0.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃນລະຫວ່າງກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັນ ການບັນລະຍາຍການເຂົ້າເຖິງ ການບໍລິການ ດ້ານການເງິນແບບທົ່ວເຖິງໃນ ສປປ ລາວ ຈາກຜູ້ຊ່ຽວຊານທີ່ມາຈາກ ຂະແໜງການຕ່າງໆເຊັ່ນ: ທະນາ ຄານ ແຫ່ງ ສປປ ລາວ, ທະນາຄານພັດທະນາລາວ, ທະນາຄານການຄ້າຕ່າງ ປະເທດລາວ, ກະຊວງກະ ສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາອຸດສາຫະກຳ ແລະ ການຄ້າ ແຫ່ງ ສ ປປ ລາວ ແລະ ບັນດາສະຖາບັນການເງິນຈຸລະພາກ. ປັດຈຸບັນ, ສະມາຄົມການເງິນຈຸລະພາກ ມີສະມາ ຊິກທັງໝົດ 109 ​ແຫ່ງ, ໃນນັ້ນ ມີ 91 ສະຖາບັນການເງິນຈຸລະພາກ.

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້