Friday, March 21, 2025

ອຸດອນທານີ ເປັນເຈົ້າພາບຮັບຄະນະຈາກ ລາວ,ຫວຽດນາມ ເພື່ອຮ່ວມປະຊຸມຄວາມຮ່ວມມືທາງດ້ານການທ່ອງທ່ຽວ ເຊື່ອມໂຍງມໍລະດົກໂລກ 3 ປະເທດ ປະຈຳປີ 2018-2019.


ທ່ານວັດທະນາ ພຸດຊາດ ຜູ້ວ່າລາຊະການຈັງຫວັດອຸດອນທານີ ໃຫ້ການຕ້ອນຮັບຄະນະຈາກສາທາລະນະລັດສັງຄົມນິຍົມຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການເດີນທາງມາປະຊຸມຄວາມຮ່ວມມືດ້ານການທ່ອງທ່ຽວເຊື່ອມໂຍງມໍລະດົກໂລກ (ອຸດອນ,ຫຼວງພະບາງ,ກວາງນິງ) ປະຈຳປີ 2018-2019 ທີ່ຈັງຫວັດອຸດອນ ທີ່ຫ້ອງປະຊຸມວີທີແໜມເນືອງ. ກ່ອນຈະມອບໝາຍໃຫ້ ທ່ານ ສິທິໄຊ ຈິນດາຫຼວງ ຮອງຜູ້ວ່າລາຊະການຈັງຫວັດອຸດອນ ນຳຄະນະຕົວແທນຈາກປະເທດໄທ ຮ່ວມປະຊຸມວາງແຜນຄວາມຮ່ວມມືໃນການບໍລິຫານຈັດການຂໍ້ມູນດ້ານການທ່ອງທ່ຽວ ສົ່ງເສີມກິດຈະກຳການທ່ອງທ່ຽວ ແລະສົ່ງເສີມການຕະຫຼາດການທ່ອງທ່ຽວສາມຫຼ່ຽມມໍລະດົກໂລກຮ່ວມກັນ ຕາມຄວາມຮ່ວມມືລະຫວ່າງຈັງຫວັດອຸດອນທານີ ປະເທດໄທ, ແຂວງຫຼວງພະບາງ ສປປລາວ ແລະແຂວງກວາງນິງ ສາທາລະນະລັດສັງຄົມນິຍົມຫວຽດນາມ.


ໃນການເຮັດແຜນງານໃນການບໍລິຫານຂໍ້ມູນດ້ານການທ່ອງທ່ຽວສາມຫຼ່ຽມມໍລະດົກໂລກໃນເທື່ອນີ້ ມີ ຂໍູ້ນໃນການຕິດຕໍ່ປະສານງານຂອງແຕ່ລະປະເທດ, ການຈັດປະຕິທິນການທ່ອງທ່ຽວຮ່ວມກັນ, ການສະໜັບສະໜຸນການຮ່ວມມືຂອງພາກເອກະຊົນດ້ານການທ່ອງທ່ຽວ ເຊັ່ນ: ການຈັດຕັ້ງສະມາຄົມທຸລະກິດທ່ອງທ່ຽວສາມຫຼ່ຽມມໍລະດົກໂລກ ແລະຈັດການເສັ້ນທາງທ່ອງທ່ຽວສາມຫຼ່ຽມມໍລະດົກໂລກ ຕະຫລອດຮອດການສະໜັບສະໜູນການຈັດແພັກເກັດທົວຮ່ວມກັນ, ການແລກປ່ຽນຂໍ້ມູນດ້ານການບໍລິຫານຈັດການທ່ອງທ່ຽວ ລະຫວ່າງ 3 ຝ່າຍ ເຊັ່ນ ການເຮັດສະຖິຕິນັກທ່ອງທ່ຽວ ນະໂຍບາຍການພັດທະນາການທ່ອງທ່ຽວ ແລະຊ່ອງທາງໂອກາດໃນການລົງທຶນ.


ນອກຈາກນີ້, ໃນສ່ວນຂອງການສົ່ງເສີມກິດຈະກຳການທ່ອງທ່ຽວສາມຫຼ່ຽມມໍລະດົກໂລກຮ່ວມກັນ ຈະສົ່ງຜູ້ແທນຂອງຕົນເຂົ້າຮ່ວມງານປະຈຳປີຂອງແຕ່ລະຝ່າຍ ການແລກປ່ຽນທາງວັດທະນະທຳ ໂດຍການສົ່ງຄະນະນາດຕະສິນໄປຮ່ວມສະແດງໃນງານປະຈຳປີຂອງແຕ່ລະຝ່າຍ ລວມເຖິງການແລກປ່ຽນປະສົບການດ້ານການທ່ອງທ່ຽວໂດຍຊຸມຊົນ, ການພັດທະນາບຸກຄະລະກອນ, ການພັດທະນາຜະລິດຕະພັນ, ສິນຄ້າ ແລະບໍລິການທ່ອງທ່ຽວຮ່ວມກັນ ການສົ່ງເສີມການຄ້າ, ການລົງທຶນ ແລະການອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນດ້ານທຸລະກິດທ່ອງທ່ຽວ ແລະດ້ານອື່ນໆ ເຊັ່ນ ເວບໄຊ, ສື່ສັງຄົມອອນໄລ, ສື່ສິ່ງພິມ ແລະແຜ່ນໂປສເຕີ ເປັນຕົ້ນ.


ການປະຊຸມຄວາມຮ່ວມມືດ້ານການທ່ອງທ່ຽວເຊື່ອມໂຍງມໍລະດົກໂລກ ປະຈຳປີ 2018-2019 ຈະມີຂຶ້ນຢ່າງເປັນທາງການໃນມື້ນີ້ ທີ່ໂຮງແຮມເຊນທາຣາ ຈັງຫວັດອຸດອນທານີ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່