Monday, May 19, 2025
Kbank Laos โอน รับ จ่าย

ສະພາແຫ່ງຊາດ ພິຈາລະນາ-ຮັບຮອງ ເອົາຮ່າງປະມວນກົດໝາຍແພ່ງ

ໃນຕອນ​ບ່າຍ​ ​ວັນ​ທີ 5-6 ທັນວາ 2018, ​ການ​ນດຳ​ເນີນ​ກອງ​ປະຊຸມ​ ສະ​ໄໝສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ​ຂຸດ​ທີ VIII, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ເລີ່ມ​ເຂົ້າ​ສູ່​ວາລະ​ການ​ຄົ້ນ​ຄ້ວາພິຈາລະນາ, ປະກອບ​ຄຳ​ຄິດ​ເຫັນ ແລະ ຮັບຮອງ ເອົາຮ່າງ​ປະມວນ​ກົດໝາຍ​ແພ່ງ, ​ເຊິ່ງສະ​ເໜີ​ ໂດຍ ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ ກະຊວງ​ຍຸຕິ​ທຳ. ​

ແນ​ໃສ່​ເຮັດ​ໃຫ້​ຮ່າງ​ປະມວນ​ ກົດໝາຍສະບັບ​ນີ້ ມີ​ເນື້ອ​ໃນສົມບູນ ​ແລະ ​ຄົບ​ຖ້ວນ, ​ສອດຄ່ອງ ​ແລະ ​ແທດ​ເໝາະກັບ​ສະພາບ​ການ​ພັດທະນາ​ ເສດຖະກິດ-ສັງຄົມ​ ຂອງ​ປະ​ເທດ. ທ່ານ ໄຊ​ສີ ສັນຕິ​ວົງ ​ລັດຖະມົນຕີ​ ກະຊວງ​ຍຸຕິ​ທຳ ຊີ້​ໃຫ້​ເຫັນວ່າ: ຮ່າງ​ປະມວນ​ກົດໝາຍ​ແພ່ງ ​ໄດ້​ຮັບ​ການຈັດ​ລຽງ​ ສາຍ​ພົວພັນ​ທາງ​ແພ່ງ ທີ່​ເປັນ​ພື້ນຖານ​ຢັ້ງ​ຢາຍ​ຢູ່​ນັ້ນ ​ໃຫ້​ເປັນ​ລະບົບ​ເກາະ​ກ່າຍ ​ແລະ ກົມກຽວກັນ ​ໄວ້​ເປັນ​ສະບັບ​ດຽວກັນ, ​ເຊິ່ງລວມ​ມີ 9 ພາກ, 51 ໝວດ, 630 ມາດຕາ, ​ເມື່ອ​ໄດ້​ຖືກ​ຮັບ​ຈາກ​ສະພາ​ແຫ່ງ​ຊາດ​ແລ້ວ ບັນດາ​ກົດໝາຍ​ເຫລົ່າ​ນີ້ ຈະ​ຖືກ​ປ່ຽນ​ແທນຕາມ​ປະມວນ ​ກົດໝາຍ​ແພ່ງ ຕາມ​ມາດຕາ 630.

ດ້ວຍ​ເຫດ​ນັ້ນ, ​ປະມວນ​ກົດໝາຍ​ແພ່ງ ​ແລະ ປະມວນ​ກົດໝາຍອາຍາ ຈຶ່ງ​ມີ​ຄວາມ​ສຳຄັນ ​ແລະ ມີ​ຄວາມ​ຈຳ​ເປັນຢ່າງ​ພາວະ​ວິ​ໄສ ທີ່​ລັດ ສປປ ລາວ ​ຕ້ອງ​ໄດ້​ກຳນົດ​ຂຶ້ນ ​ເພື່ອ​ເປັນ​ບ່ອນ​ອີງ ​ໃນ​ການ​ດັດ​ປັບ​ການ​ປະພຶດ​ ຂອງ​ຄົນ​ໃນ​ສັງຄົມ ​ໃຫ້​ໄປ​ຕາມ​ແນວທາງ​ຂອງ ພັກ-ລັດ ວາງ​ອອກ​ໃນ​ແຕ່ລະ​ໄຍລະ, ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ປົກ​ປ້ອງ​ສິດຜົນ​ປະ​ໄຫ​ຍດ ອັນ​ຊອບ​ທຳ ຂອງ​ພົນລະ​ເມືອງ ​ແລະ ສ້າງ​ເງື່ອນ​ໄຂ ​ໃຫ້​ແກ່​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ.

ທ່ານ ​ໄຊ​ສີ ສັນຕິ​ວົງ ກ່າວ​ຕື່ມ​ວ່າ: ມາ​ຮອດ​ປັດຈຸບັນ ປະມວນ​ກົດໝາຍອາຍາ ກໍ​ໄດ້​ຮັບ​ການ​ປະກາດ​ໃຊ້ ​ແລະ ມີ​ຜົນ​ສັກສິດ​ເປັນ​ຢ່າງ​ດີ​ ໃນ​ໄລຍະ​ຜ່ານ​ມາ ຈຶ່ງ​ສະ​ເໜີ​ ໃຫ້​ສະພາ​ແຫ່ງ​ຊາດ​ ພິຈາລະນາ ​ແລະ ຮັບຮອງເອົາ​ປະມວນ​ກົດໝາຍ​ແພ່ງ ​ເຊິ່ງຈະ​ຊ່ວຍ​ໃຫ້​ພາກ​ລັດ​ ສາມາດ​ແກ້​ໄຂ​ບັນຫາ ຫລື ຂໍ້​ຂັດ​ແຍ່ງ​ທີ່​ເກີດ​ຂຶ້ນ​ໃນ​ສັງຄົມ, ທັງ​ຈະ​ເຮັດ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ຕື່ມ ​ໃນ​ການ​ປະຕິບັດ​ກົດໝາຍດີ​ຂຶ້ນ​ກວ່າ​ເກົ່າ. ພ້ອມ​ນີ້, ຍັງ​ຈະ​ຊ່ວຍ​ແກ້​ໄຂ​ຊ່ອງ​ຫວ່າງ ​ແລະ ຂໍ້​ຂັດ​ກັນຂອງ​ກົດໝາຍຕ່າງໆ ຫລື ​ແກ້​ໄຂ​ຄວາມ​ບໍ່ຈະ​ແຈ້ງຊັດ​ເຈນ ທີ່​ພາ​ໃຫ້​ເຂົ້າ​ໃຈ ​ຕໍ່ກົດໝາຍ​ແພ່ງ​ທີ່​ຕ່າງ​ກັນ ​ເຮັດ​ໃຫ້ການ​ນຳ​ໃຊ້ ​ແລະ ປະຕິ ບັດ​ກົດໝາຍ ບໍ່​ເປັນ​ເອກະ​ພາບ​ກັນ, ​ເກີດ​ເປັນ​ຊ່ອງ​ຫວ່າງ ​ແລະ ​ເພີ່ມ​ການ​ໂຕ້​ຖຽງທາງ​ກົດໝາຍ​ໃນ​ສັງຄົມ​ຫລາຍ​ຂຶ້ນ, ທັງ​ເຮັດ​ໃຫ້ການ​ຕັດສິນ​ຂອງ​ສານ ບໍ່ມີ​ຄວາມ​ຊັດ​ເຈນ, ບໍ່​ແນ່ນອນ ​ແລະ ບໍ່ຄາດ​ຄະ​ເນ​ໄດ້.

ຮ່າງ​ປະມວນ​ກົດໝາຍ​ແພ່ງ ຍັງ​ໄດ້​ຮັບ​ການ​ກຳນົດ​ ຫລັກການ​ໃໝ່ ທີ່​ຍັງ​ບໍ່ທັນ​ມີໃຫ້​ສາມາດ​ດັດ​ປັບ ​ແລະ ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ ພັດທະນາ​ ເສດຖະກິດ-ສັງຄົມ ​ໃນ​ປັດຈຸບັນ ​ແລະ ​ໃນຕໍ່ໜ້າ, ​ແຕ່​ເມື່ອ​ມີ​ການ​ພັດທະນາ ຂະຫຍາຍຕົວ​ຍິ່ງ​ຂຶ້ນ​ເທົ່າ​ໃດ ກໍ​ຍິ່ງ​ເກີດ​ມີ​ຄວາມ​ຂັດ​ແຍ່ງ​ຕາມ​ມາ ​ເຊິ່ງບັນຫາ​ເຫລົ່າ​ນັ້ນ ຍັງ​ບໍ່ທັນ​ໄດ້​ຮັບ​ການ ​ກຳນົດ​​ໄວ້ໃນ​ລະບຽບກົດໝາຍ ຫລື ນິຕິ​ກຳ​ໃດ. ທີ່​ສຳຄັນປະມວນ​ກົດໝາຍ​ແພ່ງ ຈະ​ເຮັດ​ບົດບາດ​ດັດ​ປັບ​ ບັນຫາ​ຂ້າງ​ເທິງ​ເຂົ້າ​ ໃນ​ລະບົບ​ກົດໝາຍ, ທັງ​ຊ່ວຍ​ຈຳ​ແນ​ກບັນຫາ​ໄດ້​ຊັດ​ເຈນ ວ່າ​ບັນຫາ​ໃດ​ແມ່ນ​ເລື່ອງ​ທາງ​ແພງ ​ແລະ ບັນຫາ​ໃດ ​ເປັນ​ເລື່ອງ​ທາງ​ອາຍາ, ​ເຊິ່ງຈະ​ບໍ່ສ້າງ​ຄວາມ​ສັບສົນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ, ທັງ​ເປັນ​ການ​ກຳຈັດ​ຊ່ອງ​ຫວ່າງ​ ໃນ​ການ​ສວຍ​ໃຊ້​ຄວາມ​ຄຸມ​ເຄືອ ບໍ່ຊັດ​ເຈນຂອງ​ຄະດີ​ແພ່ງ ​ໄປ​ເປັນ​ຄະດີ​ອາຍາ ​ແລະ ຄະດີ​ອາຍາ ມາ​ເປັນ​ຄະດີ​ແພ່ງ ທີ່​ເຄີຍ​ເກີດ​ຂຶ້ນ​ຫລາຍ​ກໍລະນີ ​ໃນ​ໄລຍະ​ຜ່ານ​ມາ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້