Saturday, January 17, 2026
Kbank Laos โอน รับ จ่าย

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ສະຫລອງວັນຊາດ

ຫວ່າງບໍ່​ດົນ​ມານີ້, ທີ່​ສະຖານ​ເອກອັກ​ຄະ​ຣາຊະທູດ​ໄທ ປະຈຳ ສປປ ລາວ, ​ໄດ້​ຈັດ​ພິທີ​ສະ​ເຫລີ​ມສະຫລອງ ເນື່ອງ​ໃນໂອກາດວັນຊາດ​ໄທ, ໃຫ້ກຽດເຂົ້າຮ່ວມຂອງ​ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ ​ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ທ່ານ​ ນາງ​ ຄຳ​ເພົາ ​ເອີນ​ທະ​ວັນ ຮອງ​ລັດຖະມົນຕີ ​ກະຊວງການ​ຕ່າງປະ​ເທດ ມີບັນດາ ຮອງລັດຖະມົນຕີ,  ທູຕານຸທຸດ ແລະ ຜູ້​ຕາງໜ້າ ອົງການຈັດຕັ້ງສາກົນ,  ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດ​ດັ່ງ​ກ່າວ, ທ່ານ ກຽດ​ຕິ​ຄຸນ ຊາດ​ປະ​ເສີດ ​ເອກ​ອັກຄະຣາຊະທູດ​ໄທ ​ປະຈຳ ສປປ ລາວ ​ໄດ້​ກ່າວ​ວ່າ: ວັນ​ທີ 5 ທັນວາ ຂອງ​ທຸກປີ ນອກ​ຈາກ​ວັນຊາດ​ແລ້ວ ຍັງ​ເປັນວັນສະເຫລີມ ພະຊົນມະພັນສາ ຂອງພະບາດສົມເດັດ ພະປະຣະມິນທະຣະມະຫາພູມິພົນ ອະດຸນຍະເດດ ບໍຣົມມະນາດບໍພິດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ ນຳ​ອີກ.

ທ່ານ ກຽດ​ຕິ​ຄຸນ ຊາດ​ປະ​ເສີດ ກ່າວ​ຕື່ມ​ວ່າ: ໄທ ແລະ ລາວ ປຽບ​ເໝືອນ​ຍາດ​ສະ​ໜິດ​ມິດ​ສະຫາຍ, ມີ​ວິຖີ​ຊີວິດ, ວັດທະນະທຳຮ່ວມ​ກັນ ​ແລະ ມີ​ຄວາມ​ເຂົ້າ​​ເຂົ້າ​ໃຈ​ກັນ. ສ່ວນ​ໃນ​ລະດັບ​ລະຫວ່າງ​ປະ​ເທດ​ ຄວາມ​ສຳພັນ​ທາງ​ການ​ທູດ​ ໄດ້​ພັດທະນາ​ຢ່າງ​ຕໍ່​ເນື່ອງ ລະຫວ່າງ​ໄທ-ລາວ ​ມີ​​ຄວາມ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ ​ແລະ ​ເປັນ​ຮູບ​ປະ​ທຳ​ໃນ​ທຸກ​ລະດັບ, ມີ​ການ​ແລກປ່ຽນ​ກັນ​ໃນ​ລະດັບ​ສູງ​ ຢ່າງ​ຕໍ່​ເນື່ອງ. ນອກຈາກ​ນີ້, ປະ​ເທ​ດລາວ ​ແລະ ​ໄທ ມີຄວາມເຊື່ອມໂຍງຢ່າງໃກ້ຊິດ ທັງດ້ານໂຄງສ້າງພື້ນຖານ ທາງກາຍະພາບ, ດ້ານການເງິນ ແລະ ດ້ານພົນລະເມືອງ ສະ​ແດງ​ອອກມູນຄ່າ ດ້ານການຄ້າລະຫວ່າງ ໄທ ແລະ ລາວ ປະມານ 5 ພັນລ້ານໂດລາສະຫະລັດຕໍ່ປີ ແລະ ມີແນວໂນ້ມເພີ່ມສູງຂຶ້ນ.

ໄທເປັນແຫລ່ງນຳເຂົ້າອັນດັບໜຶ່ງ ແລະ ເປັນຕະຫລາດສົ່ງອອກ ອັນດັບສອງຂອງ ສປປ ລາວ, ເຊິ່ງນັກລົງທຶນໄທ ເປັນນັກລົງທຶນຕ່າງປະເທດ ອັນດັບ 3 ທີ່ເຂົ້າມາລົງທຶນຢູ່ ສປປ ລາວ ສ່ວນຫລາຍແມ່ນການລົງທຶນ ພັດທະນາໂຄງການຜະລິດ ກະແສໄຟຟ້າ ທັງເປັນຜູ້ຊື້ໄຟຟ້າລາຍໃຫຍ່ ອັນດັບໜຶ່ງຈາກລາວ. ນອກຈາກນີ້, ສອງປະເທດລາວ ແລະ ໄທ ຍັງຮ່ວມມືກັນດ້ານ ການເຊື່ອມໂຍງ ລະບົບຄົມ ມະນາຄົມຂົນສົ່ງ ແລະ ໂລຈິດສຕິກພາຍໃນ ພາກພື້ນລຸ່ມແມ່ນ້ຳຂອງ ແລະ ປະເທດອາຊຽນ.

#insidelaos

Cr.KPL

ຮູບ​ປະ​ກອບ: BigblueAgencylaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ຖືກຈັດອັນດັບໃຫ້ເປັນໜຶ່ງໃນສາຍການບິນທີ່ປອດໄພທີ່ສຸດໃນໂລກອີກຄັ້ງ ສໍາລັບປີ 2026

ນະຄອນຫຼວງວຽງຈັນ, ວັນທີ 16 ມັງກອນ 2026 – ສາຍການບິນ Vietjet ໄດ້ຮັບການຍອມຮັບຈາກ AirlineRatings, ເວັບໄຊທ໌ຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນການບິນຊັ້ນນໍາຂອງໂລກ, ໃຫ້ເປັນໜຶ່ງໃນສາຍການບິນທີ່ປອດໄພທີ່ສຸດໃນໂລກປະຈຳປີ 2026. ການຍອມຮັບໃນຄັ້ງນີ້ໄດ້ຢືນຢັນຄືນເຖິງຜົນການດຳເນີນງານທີ່ດີສະເໝີຕົ້ນສະເໝີປາຍ ແລະ ຄວາມມຸ່ງໝັ້ນອັນແຮງກ້າຕໍ່ກັບຄວາມປອດໄພໃນເສັ້ນທາງບິນ ວຽງຈັນ-ຮາໂນ້ຍ/ໂຮ່ຈີມິນ ແລະ ທົ່ວເຄືອຂ່າຍອາຊີ-ປາຊີຟິກ. Vietjet ຍັງຮັກສາລະດັບຄວາມປອດໄພໄດ້ 7/7 ດາວ ຈາກ AirlineRatings ມາຢ່າງຕໍ່ເນື່ອງຕັ້ງແຕ່ປີ 2018.

ໂອກາດດຽວເທົ່ານັ້ນ: ສາຍການບິນ Vietjet ມອບສ່ວນຫຼຸດ 30% ສໍາລັບຕົວເຄື່ອງບິນຊັ້ນ Deluxe

ນະຄອນຫຼວງວຽງຈັນ, ວັນທີ 14 ມັງກອນ 2026 – ເພື່ອເປັນການເລີ່ມຕົ້ນປີໃໝ່, ສາຍການບິນ Vietjet ປະກາດເປີດຕົວໂປຣໂມຊັນສຸດພິເສດ ຫຼຸດລາຄາປີ້ຍົນປະເພດ Deluxe 30% ພາຍໃນມື້ດຽວເທົ່ານັ້ນ ຄືວັນທີ 15 ມັງກອນ 2026. ດ້ວຍຖ້ຽວບິນກົງລະຫວ່າງ ວຽງຈັນ ແລະ ຮ່າໂນ້ຍ/ນະຄອນໂຮ່ຈີມິນ, ໂປຣໂມຊັນນີ້ຖືເປັນໂອກາດທີ່ບໍ່ຄວນພາດໃນການວາງແຜນການເດີນທາງຕະຫຼອດປີ 2026 ໃນລາຄາທີ່ຄຸ້ມຄ່າທີ່ສຸດ.

Vietjet ເປີດຕົວ SkyBoss ຄືນໃໝ່, ນິຍາມໃໝ່ຂອງການເດີນທາງລະດັບພຣີມຽມ

(ນະຄອນຫຼວງວຽງຈັນ, ວັນທີ 6 ມັງກອນ 2026) – ສາຍການບິນ Vietjet ກັບມາເປີດຕົວບໍລິການຊັ້ນນຳ SkyBoss ອີກຄັ້ງ ດ້ວຍລາຄາປີ້ເລີ່ມຕົ້ນພຽງແຕ່ 147 ໂດລາສະຫະລັດ (ລວມພາສີ ແລະ ຄ່າທໍານຽມ), ເພື່ອຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນຂອງສາຍການບິນ ໃນການມອບປະສົບການການເດີນທາງທີ່ດີເລີດ ແລະ ພິຖີພິຖັນ ພາຍໃຕ້ແນວຄິດ "Wings for Leaders" (ປີກແຫ່ງຜູ້ນຳ).