​ຈັດກອງປະຊຸມເຜີຍແຜ່ແນວຄວາມຄິດ ໃນ​ການສົ່ງເສີມການຝຶກອົບຮົມວິຊາຊີບ ດ້ານການທ່ອງທ່ຽວ ແລະການໂຮງແຮມ

ບໍ່​ດົນ​ມານີ້, ຢູ່ໂຮງແຮມ ລາວພາຊາ ໄດ້ຈັດກອງປະຊຸມເຜີຍແຜ່ແນວຄວາມຄິດ ກອງທຶນສົ່ງເສີມ ການຝຶກອົບຮົມວິຊາຊີບ ດ້ານການທ່ອງທ່ຽວ ແລະ ການໂຮງແຮມ,  ໂດຍການເປັນ ປະທານຂອງ ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແຊມ ໄຊເນີ ອຸປະທູດ ລຸກຊຳບວກປະຈຳ ສປປ ລາວ, ທ່ານ ບາບາຣາ ແຢັກກີ ຮາດ ຮອງຫົວຫນ້າ ອົງການ ເພື່ອການພັດທະນາ ແລະ ການຮ່ວມມືສາກົນ ແຫ່ງ ປະເທດສະວິດເຊີແລນ (SDC), ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

      
ໂອກາດນີ້, ທ່ານ ກອງສີ ແສງມະນີ ກ່າວວ່າ: ກອງທຶນສົ່ງເສີມ ການຝຶກອົບຮົມວິຊາຊີບ ດ້ານການທ່ອງທ່ຽວ ແລະ ການໂຮງແຮມ ແມ່ນໂຄງການລິເລີ່ມ ຂອງກະຊວງສຶກສາທິການ ແລະ ກິລາ ເຊິ່ງຈັດຕັ້ງປະຕິບັດ ໂດຍກົມອາຊີວະສຶກສາ ແລະ ຫ້ອງການສະພາ ທີ່ປຶກສາອາຊີວະສຶກສາ ແລະ ພັດທະນາສີມືແຮງງານ, ໂດຍໄດ້ຮັບການສະໜັບ ສະໜູນດ້ານເຕັກນິກ ແລະ ວິຊາການ ຈາກໂຄງການທັກ ສະວຽກງານທ່ອງທ່ຽວ ແລະ ໄດ້ທຶນສະໜັບສະໜູນ ຈາກລັດຖະບານລາວ, ລັດຖະບານ ລຸກຊໍາບວກ ແລະ ລັດ ຖະບານສະວິດເຊີແລນ. ລັດຖະບານລາວ ມີຄວາມມຸ່ງໝັ້ນຕະຫລອດມາ ເພື່ອຊ່ວຍໃຫ້ນັກຮຽນທີ່ຈົບ ຈາກສາຍວິຊາຊີບ ອາຊີວະສຶກສາ ມີຄວາມຮູ້, ຄວາມສາມາດ, ທັກສະ, ມີທັດສະນະຄຸນສົມບັດທີ່ເໝາະສົມ ກັບຄວາມຕ້ອງການ ຂອງຜູ້ຈ້າງງານ, ໂດຍສະເພາະ ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ.

      
ທ່ານ ແຊມ ໄຊເນີ ກ່າວວ່າ: ກອງທຶນດັ່ງກ່າວ, ແມ່ນໜຶ່ງໃນຫລາຍກົນໄກ ທາງດ້ານການເງິນ ຫລື ກອງທຶນລິເລີ່ມ ທີ່ໃຫ້ການສະໜັບສະໜູນ, ໂດຍໂຄງການທັກສະ ສຳລັບວຽກງານທ່ອງທ່ຽວ (LAO/029), ເຊິ່ງມີຈຸດປະສົງ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ຂອງລາວ ແລະ ເຊື່ອໝັ້ນວ່າກອງທຶນດັ່ງກ່າວ, ຈະເປັນແຮງກະຕຸ້ນອັນໜຶ່ງ ທີ່ຈະປະກອບສ່ວນເຂົ້າໃນ ການຊ່ວຍແກ້ໄຂ ແລະ ປັບປຸງບັນຫາ ເຫລົ່ານີ້ໃຫ້ດີຂຶ້ນ.

      
ທ່ານ ບາບາຣາ ແຢັກກີ ຮາດ ມີຄຳເຫັນວ່າ: ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ຖືວ່າເປັນຂະແໜງການ ທີ່ມີທ່າແຮງສູງຕໍ່ການ ຊ່ວຍຫລຸດຜ່ອນຄວາມທຸກຍາກ. ເຖິງຢ່າງໃດກໍຕາມ, ຍັງມີຜູ້ທີ່ດ້ອຍໂອກາດ ຫລາຍກຸ່ມ ທີ່ຍັງບໍ່ທັນໄດ້ຮັບຜົນປະໂຫຍດ ຈາກການພັດທະນາ ແລະ ການຈະເລີນເຕີບໂຕຂອງ ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມໃນ ລາວ ແລະ ເຊື່ອໝັ້ນວ່າ ກອງທຶນດັ່ງກ່າວ, ຈະເປັນຊ່ອງທາງ ຊ່ວຍເຫລືອ ຜູ້ທີ່ດ້ອຍໂອກາດ ໄດ້ເຂົ້າເຖິງການ ຝຶກອົບຮົມວິຊາຊີບ ແລະ ສ້າງວຽກເຮັດງານທຳ ກໍຄື ການພັດທະນາ ອາຊີບຂອງພວກເຂົາເຈົ້າ ໃນຂະແໜງການດັ່ງກ່າວ, ໃຫ້ນັບມື້ເພີ່ມຂຶ້ນ.

Cr.KPL

ພາບ​ປະ​ກອບ: http://huunghivietlao.thoidai.com.vn/

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...