ມາ​ຮູ້ຈັກ ເຫດແລະຜົນ ຄວາມຈຳເປັນໃນການ ສ້າງກົດໝາຍວ່າດ້ວຍຄົນພິການຢູ່ ສ​ປ​ປ​ລາວ


ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍຄົນພິການ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍ ເພື່ອເຮັດໃຫ້ການຄຸ້ມຄອງຄົນພິການ ແລະ ວຽກຄົນພິການ ນັບມື້ຫັນໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ແນໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຄົນພິການ ຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ. 


ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ໄລຍະຜ່ານມາ ເຖິງວ່າລັດຖະບານໄດ້ເອົາໃຈໃສ່ຕໍ່ວຽກງານຄົນພິການ ໂດຍໄດ້ກຳນົດນະໂຍບາຍ ແລະ ນິຕິກຳຕ່າງໆ ເພື່ອຄຸ້ມຄອງ ແລະ ພັດທະນາຄົນພິການ, ແຕ່ເມື່ອທຽບໃສ່ຄວາມຮຽກ ຮ້ອງຕ້ອງການ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການ ໃນຍຸກເຊື່ອມໂຍງກັບພາກພື້ນ ແລະ ສາກົນ ມີຄວາມຈຳເປັນຕ້ອງມີກົດໝາຍ ແລະ ລະບຽບການທີ່ສອດຄ່ອງກັບ ສົນທິສັນຍາສາກົນວ່າດ້ວຍສິດທິຄົນພິການ, ເຊິ່ງສົນທິສັນຍາ ໄດ້ລະບຸເຖິງພັນທະຂອງລັດພາຄີ ກ່ຽວກັບການຮັບຮອງເອົາມາມາດຕະການທີ່ເໝາະສົມ ທາງດ້ານນິຕິບັນຍັດ, ບໍລິຫານ ແລະ ມາດຕະການອື່ນໆ, ສະນັ້ນ ສປປ ລາວ ໃນນາມລັດພາຄີ ໃນການຈັດ ຕັ້ງປະຕິບັດສິດ ທີ່ຖືກຮັບຮອງໃນສົນທິສັນຍາ ມີຄວາມຈຳເປັນຕ້ອງສ້າງກົດໝາຍທີ່ສອດຄ່ອງກັບຈຸດພິເສດ ແລະ ລະດັບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມຂອງປະເທດ ເພື່ອເປັນສິ່ງຄໍ້າປະກັນ ໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄົນພິການຢູ່ ສປປ ລາວ.


ສ່ວນດຳລັດວ່າດ້ວຍຄົນພິການ ທີ່ປະກາດໃຊ້ແຕ່ປີ 2014 ເຊິ່ງຖືເປັນນິຕິກຳສະບັບທຳອິດ ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ພັດທະນາຄົນພິການ ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີຂອບເຂດຈຳກັດຫລາຍດ້ານ, ເນື້ອໃນກ່ຽວກັບການພັດທະນາຄົນພິການ ທີ່ກຳນົດໄວ້ໃນດຳລັດຍັງບໍ່ທັນຄົບຖ້ວນ ແລະ ການບັງຄັບໃຊ້ກໍບໍ່ທັນກວມໃນທົ່ວສັງຄົມ, ສະນັ້ນ ຈິ່ງມີຄວາມຈຳເປັນຕ້ອງຍົກລະດັບຈາກດຳລັດ ໃຫ້ເປັນກົດໝາຍເພື່ອບັນຈຸເນື້ອໃນຄົບຖ້ວມ, ຊັດເຈນ ແລະ ມີຜົນບັງຄັບໃຊ້ໃຫ້ທົ່ວສັງຄົມ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: