​ບາງ​ຄຳ​ເຫັນ​ທີ່​ສຳ​ຄັນ ໃນ​ການ​ປະ​ກອບ​ສ່ວນ​ຂອງ ສ​ສ​ຊ ໃສ່ຮ່າງກົດໝາຍວ່າດ້ວຍຄົນພິການ

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 10 ທັນວາ 2018 ນີ້, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຄົນພິການ ທີ່ສະເໜີໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງກົດໝາຍສະບັບດັ່ງກ່າວ, ປະກອບມີ 12 ພາກ, 15 ໝວດ, 91 ມາດຕາ.


ໃນກອງປະຊຸມ ບັນດາ ສສຊ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງ ກ່າວ ຢ່າງກົງໄປກົງມາ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບເປັນພື້ນຖານ ທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ຍັງມີ ສສຊ ບາງເຂດ ໄດ້ສະເໜີໃຫ້ມີການປັບປຸງ ຕັດອອກ, ເພີ່ມໃສ່ ບາງເນື້ອໃນບາງມາດຕາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ, ຖືກຕ້ອງ, ຊັດເຈນ ໂດຍສະເພາະ ມາຕາທີ 2 ນິຍາມກ່ຽວກັບຄົນພິການ ສສຊ ໄດ້ສະເໜີໃຫ້ເບິ່ງຄືນ, ຕັດອອກບາງຄຳສັບ ເປັນຕົ້ນ ຄຳສັບ ຄຳວ່າ: ບົກຜ່ອງ ສະເໜີໃຫ້ປ່ຽນອອກ ແລະ ອະທິບາຍຄວາມໝາຍຂອງຄຳສັບ ໃຫ້ມີຄວາມຊັດເຈນ, ສ່ວນ ມາດຕາທີ 16-17 ທີ່ເວົ້າກ່ຽວກັບການເກັບກຳສະຖິຕິຂອງຄົນພິການ ບັນດາ ສສຊ ໄດ້ສະເໜີໃຫ້ປັບປຸງບາງເນື້ອໃນເພີ່ມເຕີມ, ພ້ອມທັງສະເໜີໃຫ້ມີຜູ້ຮັບຜິດຊອບ ເກັບກຳສະຖິຕິຄົນພິການຢ່າງຄັກແນ່ ແນໃສ່ເຮັດໃຫ້ການເກັບກຳສະຖິຕິມີຄວາມຖືກຕ້ອງ, ຊັດເຈນ ແລະ ມາດຕາ 20 ຄວາມສະເໝີພາບທາງດ້ານການເມືອງ ຂອງຄົນພິການ ສສຊ ໄດ້ສະເໜີໃຫ້ມີການກຳນົດຢ່າງຈະແຈ້ງ ເປັນຕົ້ນ ຜູ້ພິການມີສິດສະໝັກເລືອກຕັ້ງ ໃຫ້ເບິ່ງຄືນວ່າເໝາະສົມຫລືບໍ່ ແລະ ໃຫ້ອະທິບາຍຢ່າງລະອຽດ; ນອກນັ້ນ, ມາດຕາທີ 28 ທີ່ເວົ້າກ່ຽວກັບການແບ່ງແຍກປະເພດຄົນພິການ ສສຊ ສະເໜີໃຫ້ຄະນະຮັບຜິດຊອບເບິ່ງຄືນ ແລະ ປັບປຸງ ບໍ່ໃຫ້ມີການແບ່ງແຍງປະເພດຄົນພິການ.


ພ້ອມກັນນັ້ນ, ສສຊ ຍັງໄດ້ສະເໜີໃຫ້ເພີ່ມມາດຕາ ທີ່ເວົ້າກ່ຽວກັບລະດັບຂອງຄົນພິການ ເພື່ອກຳນົດຜູ້ພິການຮ້າຍແຮງ, ພິການເບົາ ຈະໄດ້ຮັບການແກ້ໄຂ ແລະ ໃຫ້ການຊ່ວຍເຫລືອຄືແນວໃດ ແລະ ໄດ້ສະເໜີໃຫ້ມີຂໍ້ຫ້າມຕ່າງໆຕໍ່ກັບຄົນພິການ ຢ່າງຈະແຈ້ງ ແນໃສ່ຫລີກລ້ຽງການສວຍໃຊ້ຕ່າງໆ.

Cr.KPL

#insidelaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...