Saturday, April 26, 2025
Kbank Laos โอน รับ จ่าย

ບໍລິສັດ ໄຟຟ້າຫົງສາ ວາງເປົ້າການຜະລິດໃຫ້ໄດ້ມາດຖານ ISO ໃນປີ 2019

ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ  ເປັນໂຄງການໜຶ່ງທີ່ຜະລິດໄຟຟ້າ ຈາກພະລັງງານຄວາມຮ້ອນຖ່ານຫີນ (ລິກໄນ)  ມີໜ່ວຍຜະລິດກະແສໄຟຟ້າ 3 ໜ່ວຍ,  ມີກໍາລັງການຜະລິດທັງໝົດ 1.878  ເມກາວັດ ໃນນີ້ ໄດ້ຈຳໜ່າຍໃຫ້ລັດວິສາຫະກິດໄຟຟ້າລາວ  100 ເມກາວັດ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1.473 ເມກາວັດ.  ຢ່າງ​ໃດ​ກໍຕາມ ບໍລິສັດໄຟຟ້າຫົງສາ ຈຳກັດ  ໄດ້ວາງ​ເປົ້າໝາຍພັດທະນາການຜະລິດ  ຈະ​ໃຫ້ໄດ້ຮັບມາດຕະຖານ ISO 9001:2015  ໃນປີ 2019 ທີ່​ຈະ​ມາ​ເຖິງ​ນີ້, ພ້ອມນັ້ນ  ຍັງໄດ້ຮັບການຊີ້ນໍາຈາກລັດຖະບານ  ເຂົ້າແຂ່ງຂັນພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ  ​ເຊິ່ງຄາດວ່າໃນປີ 2022 ຈະໄດ້ເຂົ້າຮ່ວມແຂ່ງຂັນ.

ທ່ານ ຍຸດທະຍາ ຈຸນພັນທອງ  ຜູ້ອຳນວຍການຝ່າຍສື່ສານອົງການ  ບໍລິສັດ ໄຟຟ້າຫົງສາ ຈຳກັດ ໃຫ້ຮູ້ວ່າ:  ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ  ເປັນໂຄງການຮ່ວມທຶນ ລະຫວ່າງ ລັດວິສາຫະກິດຖືຮຸ້ນລາວ 20%,  ບໍລິ ສັດບ້ານປູ ພາວເວີ ຈຳກັດ ມະຫາຊົນ 40%  ແລະ ບໍລິສັດ ອາເອດ ອິນເຕີເນເຊີແນວ  ສິງກະໂປ ຄໍປໍເຣເຊີນ ຈຳກັດ,  ບໍລິສັດຍ່ອຍຂອງ ບໍລິສັດຜະລິດໄຟຟ້າ ຣາດຊະບູລີ  ໂຮນດິ້ງ ຈຳກັດ 40%, ລວມມູນຄ່າການລົງທຶນທັງໝົດ 3 .710 ລ້ານໂດລາສະຫະລັດ,  ມີເນື້ອທີ່ 76,2 ກິໂລແມັດມົນທົນ  ແລະ ມີໄລຍະສຳປະທານ 25 ປີ.  ໂຄງການນີ້ ໄດ້ເປີດນຳໃຊ້ໃນປີ 2015,  ປັດຈຸບັນບໍລິສັດ ​ໄຟຟ້າ​ຫົງ​ສາ  ມີແຮງງານທັງໝົດ 4.000 ກ່ວາຄົນ ເຊິ່ງສ່ວນໃຫຍ່ແມ່ນແຮງງານລາວ.

ຄຽງຄູ່ກັບການດໍາເນີນທຸລະກິດ  ຕາມທິດຊີ້ນໍາຂອງລັດຖະບານ  ບໍລິສັດ ໄຟຟ້າຫົງສາ ຍັງໄດ້ເອົາໃຈໃສ່  ຮັກສາຜົນປະໂຫຍດຂອງປະຊາຊົນຜູ້ຖືກກະທົບຈາກໂຄງການຈໍານວນ  5 ໝູ່ບ້ານ, 450 ຄອບຄົວ ໂດຍໄດ້ ຍົກຍ້າຍຈັດສັນ ໃຫ້ໄປຢູ່ສະຖານທີ່ໃໝ່ ທີ່ເໝາະສົມ,  ອຸດົມສົມບູນແລະ ຊຸກຍູ້-ສົ່ງເສີມ  ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ  ເປັນຕົ້ນ ໂຄງການໄດ້ປຸກເຮືອນຫລັງໃໝ່  ໃຫ້ ໃນເນື້ອທີ່ 450 ຕາແມັດ ຕໍ່ຄອບ ຄົວ,  ເນື້ອທີ່ທຳການຜະລິດ 2 ເຮັກຕາຕໍ່ຄອບຄົວ,  ພ້ອມມີລະ ບົບຊົນລະປະທານນ້ຳລິນ,  ລວມທັງເນື້ອທີ່ລ້ຽງສັດ.  ພ້ອມນັ້ນໂຄງການ ຍັງໄດ້ວາງລະບົບສາທາລະນຸປະໂພກ  ໄວ້ຢ່າງຄົບຖ້ວນ ເປັນຕົ້ນ ໄຟຟ້າ,  ນ້ຳປະປາ, ທາງ ປູຢາງ, ລະບົບລະບາຍນ້ຳ,  ໂຮງຮຽນ, ໂຮງໝໍ, ຕະຫລາດ, ວັດ, ຫ້ອງການບ້ານ, ປ້ອມຕຳຫລວດ,  ຫ້ອງປະຊຸມຂອງໝູ່ບ້ານ ແລະ ອື່ນໆ.  ນອກຈາກນັ້ນ ໃນປີ 2018 ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ  ຍັງໄດ້ອະນຸມັດໃຫ້ ບໍລິສັດສາກົນ ເຂົ້່າກວດສອບ  ເພື່ອເຮັດການຢັ້ງຢືນ ມາດຕະຖານ ISO ທັງນີ້  ກໍເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບຕໍ່ການດຳລົງຊີວິດ ຂອງປະຊາຊົນ ຢູ່ໃນຂົງເຂດດັ່ງກ່າວ.

#insidelaos

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.